Ad

Ad

30 March 2016

ສູນການຄ້າວຽງຈັນເຊັນເຕີ້ ສະຫລອງວັນຄົບຮອບ 1 ປີ

ວັນທີ 28 ມີນານີ້, ຄະນະບໍລິຫານສູນການຄ້າວຽງຈັນເຊັນເຕີ້ ໄດ້ຈັດພິທີສະເຫຼີມສະຫຼອງວັນເປີດສູນການຄ້າດັ່ງກ່າວຄົບຮອບ 1 ປີ ( ວັນທີ 28 ມີນາ 2015 - ວັັນທີ 28 ມີນາ 2016 ) ຂຶ້ນ, ຢູ່ສູນການຄ້າແຫ່ງນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີຊາວຄ້າ-ຂາຍ ເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານ ສົມບັດ ຜູ້ອຳນວຍການໃຫຍ່ສູນການຄ້າວຽງຈັນເຊັນເຕີກ່າວໃນພິທີວ່າ: ສູນການຄ້າວຽງຈັນເຊັນເຕີເປັນສູນການຄ້າທີ່ໃຫຍ່ ແລະ ທັນສະໃໝ່ທີ່ສຸດຢູ່ນະຄອນຫຼວງວຽງຈັນ ໃນປັດຈຸບັນ, ທັງເປັນສູນການຄ້າທີ່ຄົບວົງຈອນ, ມີມາດຕະຖານລະດັບສາກົນ ແລະ ການບໍລິການເທົ່າທຽມກັບນາໆປະເທດ, ໂດຍເນັ້ນໃສ່ສົ່ງເສີມສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບໃຫ້
ເກີດຄວາມປະທັບໃຈແກ່ຜູ້ມາໃຊ້ບໍລິການ ແລະ ມີສິນຄ້າທີ່ຫຼາກຫຼາຍສາມາດແຂ່ງຂັນກັບບັນດາປະເທດອາຊຽນໄດ້ ແລະ ຕະຫຼອດໄລຍະ 1 ປີທີ່ຜ່ານມາສູນການຄ້າແຫ່ງນີ້ໄດ້ຮັບການຕອບຮັບຈາກລູກຄ້າເປັນຢ່າງດີ, ໂດຍສະເພາະແມ່ນດ້ານຄຸນນະພາບຂອງສິນຄ້າ, ເພາະສູນການຄ້າວຽງຈັນເຊັນເຕີໄດ້ມີສິນຄ້າຫຼາຍຍີ່ຫໍ່ ແລະ ຄຸນນະພາບລະດັບສາກົນມາຈຳໜ່າຍເປັນຈຳນວນຫຼາຍ, ເຖິງຢ່າງໃດກໍດີເພື່ອເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມລາວ, ກໍຄືຊາວນະຄອນຫຼວງວຽງຈັນທາງສູນການຄ້າວຽງຈັນເຊັນເຕີຈະສືບຕໍ່ພັດທະນາໂຕເອງໃຫ້ດີ ແລະ ທັນສະໄໝຍິ່ງຂຶ້ນ.

No comments:

Post a Comment