Ad

Ad

30 March 2016

ເດືອນມີນານີ້ ມີຜູ້ເສຍຊີວິດ 15 ຄົນ ຈາກອຸປະຕິເຫດຢູ່ນະຄອນຫລວງວຽງຈັນ

ພາບປະກອບ
          ໃນເດືອນມີນານີ້, ຢູ່ນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 100 ກໍລະນີ, ຊຶ່ງຫລາຍກວ່າເດືອນກຸມພາຜ່ານມາ ດັ່ງຫລາຍກໍລະນີສົ່ງຜົນໃຫ້ມີຜູ້ເສຍຊີວິດ 15 ຄົນ ແລະ ຫລ້າສຸດ ໃນຕອນເຊົ້າຂອງວັນທີ 28 ມີນາຜ່ານມາ, ຢູ່ບ້ານດົງສ້າງຫີນ, ເມືອງໄຊທານີ, ໄດ້ມີລົດຮຸນໃດຕຳເອົາທ້າຍລົດຈັກຢ່າງຮຸນແຮງ ເຮັດໃຫ້ພໍ່ຕູ້ ສົມພອນ (ຜູ້ຂັບຂີ່ລົດຈັກ), ອາຍຸ 84 ປີ, ຢູ່ບ້ານໄຊສະຫວ່າງ, ເມືອງໄຊທານີ ເສຍຊີວິດຄາທີ່ ແລະ ໃນຕອນຄ່ຳວັນທີ 27 ກໍມີອຸປະຕິເຫດເກີດຂຶ້ນຢູ່ເຂດບ້ານໂນນແສງຈັນ, ເມືອງໄຊທານີ ເຮັດໃຫ້ຜູ້ຂັບຂີ່ລົດຈັກນາງ ຕິກ, ອາຍຸ 22 ປີ, ຢູ່ບ້ານວຽງທອງ ເມືອງຫ້ຽມ ແຂວງຫົວພັນ ແລະ ນາງ ຄຳມອນ (ຜູ້ຊ້ອນທ້າຍ) ອາຍຸ 21 ປີ ຢູ່ບ້ານຫ້ວຍລໍ, ເມືອງແບ່ງ ແຂວງອຸດົມໄຊ ທັງສອງເປັນນັກສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ເສຍຊີວິດຄາທີ່.


          ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ອຸປະຕິເຫດສ່ວນໃຫຍ່ມັກຈະເກີດຂຶ້ນຢູ່ເຂດຊານເມືອງຂອງນະຄອນຫລວງວຽງຈັນ, ເປັນຕົ້ນ ເມືອງໄຊທານີ ແລະ ເມືອງສັງທອງ, ສາເຫດສ່ວນຫລາຍແມ່ນມາຈາກການດື່ມສິ່ງມືນເມົາແລ້ວຂັບຂີ່, ຂັບຂີ່ລົດດ້ວຍຄວາມໄວສູງ ແລະ ສະພາບເຕັກນິກລົດບໍ່ຮັບປະກັນ ເປັນຕົ້ນ ລະບົບໄຟສັນຍານບໍ່ມີ, ເບລກບໍ່ດີ ແລະ ອື່ນໆ, ໂດຍສ່ວນໃຫຍ່ແມ່ນມັກເກີດໃນຍາມຄ່ຳຄືນ ແລະ ທ້າຍອາທິດນຳອີກ.

No comments:

Post a Comment