Ad

Ad

30 March 2016

ສ ເກົາຫລີ ຢືນຢັນເພີ່ມທະວີສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2016 ໃຫ້ປະສົບຜົນສຳເລັດ

ໃນໂອກາດມາຢ້ຽມຢາມລາວ ແລະ ໄດ້ພົບປະກັບ ທ່ານອາລຸນ ແກ້ວກິດຕິຄຸນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນເຊົ້າວັນທີ 29 ມີນານີ້.  ທ່ານ ກິມ ເຮືອງຢິນ (Kim Hyoung zhin)    ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຜູ້ຮັບຜິດຊອບວຽກງານການເມືອງ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສ         ສ ເກົາຫລີ, ໄດ້ຢືນຢັນວ່າ: ສ ເກົາຫລີ ຈະເພີ່ມທະວີໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2016 ນີ້ໃຫ້ປະສົບຜົນສຳເລັດສູງ ແລະ ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ສິດພາຍໃຕ້ການເປັນປະທານດັ່ງກ່າວຂອງ ສປປ ລາວ ເພື່ອຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງຜູ້ນຳ ແລະ   ກິດຈະກຳຮ່ວມຕ່າງໆ ໃນແຜນປະຕິບັດງານອາຊຽນ- ສ ເກົາຫລີ ແຕ່ນີ້ຮອດປີ 2020 ໃຫ້ເກີດດອກອອກຜົນຢ່າງເປັນຮູບປະທຳ.

ລັດຖະມົນຕີຊ່ວຍກະຊວງການຕ່າງປະເທດ ສ ເກົາຫລີ ຢ້ຳວ່າ: ສ ເກົາຫລີ ຫລື ຈະສືບຕໍ່ເພີ່ມທະວີໃຫ້ການສະໜັບສະໜູນອາຊຽນ ຈັດຕັ້ງປະຕິບັດວິໃສທັດ ປະຊາຄົມອາຊຽນ 2025, ການວັດແທກຄວາມແຕກໂຕນດ້ານການພັດທະນາ ແລະ  ການເຊື່ອມໂຍງໃນພາກພື້ນໃຫ້ມີປະສິດທິຜົນສູງຂຶ້ນ ແລະ ສະໜັບສະໜູນໃຫ້ແກ່ການເສີມສ້າງຂີດຄວາມສາມາດໃນດ້ານຕ່າງໆ ໃຫ້ແກ່ບັນດາປະເທດລຸ່ມແມ່ນ້ຳຂອງໂດຍຜ່ານຂອບການຮ່ວມມືແມ່ຂອງ ສ ເກົາຫລີ ໃຫ້ມີຄຸນນະ    ພາບກວ່າເກົ່າ.

          ໃນການພົບປະສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດການພົວພັນຮ່ວມມືລະຫວ່າງອາຊຽນ ແລະ ສ ເກົາຫລີ ໃນໄລຍະຜ່ານມາ. ໂດຍສະເພາະການພົວພັນດ້ານການຄ້າ, ການລົງທຶນ, ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຝ່າຍ.

No comments:

Post a Comment