Ad

Ad

30 March 2016

ສະພາບອາກາດ ຍັງຈະສືບຕໍ່ເຢັນລົງເລັກຫນ້ອຍ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ເຊົ້າຂອງວັນທີ 30-31 ມີນານີ້, ບໍລິເວນຄວາມກົດດັນສູງຂອງອາກາດເຢັນມີກຳລັງອ່ອນປົກຄຸມຢູ່ແຂວງພາກເໜືອຂອງລາວ, ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອຸນ ຫະພູມອາກາດໂດຍທົ່ວໄປເຢັນໃນຕອນກາງຄືນຫາຕອນເຊົ້າ, ໂດຍສະເພາະຢູ່ແຂວງ ພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ມີໝອກປົກຫຸ້ມ ຢູ່ທົ່ວໄປ ແລະ ໃນຕອນກາງເວັນມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນແຕ່ລະພາກ.
          ພາກເໜືອດ້ານຕາເວັນອອກ: ອາກາດຍັງໜາວເຢັນຢູ່ຕື່ມອີກ ແລະ ມີໝອກບາງໃນ ຕອນກາງຄືນຫາຕອນເຊົ້າ. ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 18-20 ອົງ ສາ, ພາກເໜືອດ້ານຕາເວັນຕົກ: ອາກາດຍັງເຢັນໃນຕອນກາງຄືນຫາຕອນເຊົ້າ ແລະ ອາກາດຈະຮ້ອນຂຶ້ນໃນຕອນກາງເວັນ ພ້ອມມີ
ໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 30-32 ອົງສາ, ສຳລັບເມືອງສິງ ແລະ ວຽງພູຄາ: ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 28-30 ອົງສາ.
          ນະຄອນຫລວງວຽງຈັນ: ອາກາດຍັງເຢັນໃນຕອນກາງຄືນຫາຕອນເຊົ້າ, ພ້ອມມີ ໝອກແຫ້ງປົກຫຸ້ມທົ່ວໄປໃນຕອນກາງເວັນ. ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງ ສຸດ 30-32 ອົງສາ. ພາກກາງ: ອາກາດຍັງສືບຕໍ່ເຢັນຢູ່ທາງດ້ານຕາເວັນອອກຂອງພາກ, ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ, ສ່ວນຕອນກາງເວັນມີ ໝອກແຫ້ງປົກຫຸ້ມຫລາຍຂຶ້ນ. ອຸນຫະພູມຕ່ຳສຸດ 18-20 ອງົສາ ແລະ ສູງສຸດ 31-33 ອົງສາ. ສຳລັບແຂວງໄຊສົມບູນ: ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 24-26 ອົງສາ.

          ພາກໃຕ້: ອາກາດຮ້ອນຂຶ້ນ, ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 31-33 ອົງສາ. ເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະ ດັບຄ່ອຍເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 26-28 ອົງສາ.

No comments:

Post a Comment