Ad

Ad

5 April 2016

ສະພາ​ພິຈາລະນາຫລາຍບັນສໍາຄັນຂອງຊາດປະ​ຈຳ​ເດືອນມີນາ 2016

​           ​ກອງປະຊຸມຄະນະປະຈຳສະພາແຫ່ງຊາດປະຈຳເດືອນມີນາໄດ້ຈັດຂຶ້ນແຕ່ລະຫວ່າງວັນທີ 4-5 ​ເມສານີ້ທີ່ສະພາແຫ່ງຊາດ,​​ ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ເພື່ອຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາສໍາຄັນຂອງຊາດຄື: ຜ່ານແຜນການຕາຕະລາງກອງປະຊຸມປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII, ລາຍງານຮ່າງແຜນການສ້າງແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດຊຸດທີ VIII, ລາຍງານການຂໍອະນຸມັດເປີດສືບສວນ-​ສອບສວນແລະ ປະຕິບັດມາດຕະການທາງກົດໝາຍຕໍ່ທ່ານ ຫຸມແພງ ສຸດທິວົງ ອະດິດສະມາຊິກສະພາແຫ່ງຊາດຊຸດທີ VII,ພິຈາລະນາຮັບຮອງເອົາສັດຕະຍາບັນວ່າດ້ວຍເອກະສິດແລະ ອະພິສິດຂອງປະຊາຄົມບັນດາປະຊາຊາດອາຊີຕາເວັນອອກສຽງໃຕ້, ລາຍງານຜົນຂອງການຄົ້ນຄວ້າ
ໜັງສືສະເໜີຂອງລັດຖະບານເພື່ອໃຫ້ສະພາແຫ່ງຊາດ ຢັ້ງຢືນຮັບຊາບກ່ຽວກັບເອກະສານທີ່ໄດ້ຮັບຮອງເອົາຢູ່ກອງປະຊຸມໃຫຍ່ຂອງອົງການແຮງງານສາກົນ (ILO) ຄັ້ງທີ 104 ປະຈຳປີ 2015;  ຜ່ານຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດວ່າດ້ວຍລະບຽບການດຳເນີນກອງປະຊຸມສະພາ​​ແຫ່ງຊາດ,​ ໂຄງຮ່າງມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາ​​ດ້ານຫລັກການໃນການພັດທະນາໂຄງການເຂື່ອນໄຟຟ້ານ້ຳເທີນ 1 ​ເພື່ອເປັນພື້ນຖານໃຫ້ລັດຖະບານລົງນາມສັນຍາສຳປະທານໂຄງການດັ່ງກ່າວ,ພິຈາລະນາຮັບຮອງການລົງນາມສັນຍາເພີ່ມເຕີມສຳປະທານໂຄງການເຂື່ອນໄຟຟ້າໄຊຍະບູລີ (CA Addendum) ​ເພື່ອ​​ການລະດົມທຶນເພີ່ມເຕີມ,ພິຈາລະນາອອກມະຕິຕົກລົງຂອງສະພາ​​ແຫ່ງຊາດໃນການພັດທະນາໂຄງການເຂື່ອນໄຟຟ້ານ້ຳພາກແລະ ຂໍ້ສະເໜີຫັນປ່ຽນປ່າສະ ຫງວນແຫ່ງຊາດດົງຫົວສາວເພີ່ມຂຶ້ນຈາກເດີມ 29 ​ເຮັກຕາແລະ 9,345 ຕາແມັດມາເປັນ 34 ​ເຮັກຕາແລະ 4,691 ຕາ​​ແມັດ ແລະ ລາຍງານການກະກຽມເນື້ອໃນກ່ຽວກັບຂົງເຂດເສດຖະກິດຕໍ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII.

No comments:

Post a Comment