Ad

Ad

5 April 2016

ລາວເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີການເງິນອາຊຽນຄັ້ງທີ 20 ແລະ ກອງປະຊຸມຜູ້ວ່າການທະນາຄານອາຊຽນຄັ້ງທີ 12

   ກະຊວງການເງິນແລະ ທະນາຄານແຫ່ງ ສປປ ລາວເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 20 ພາຍໃຕ້ການເປັນປະທານຂອງ ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງການເງິນແລະ ກອງ​ປະຊຸມຜູ້ວ່າການທະນາຄານກາງອາຊຽນ ຄັ້ງທີ 12 ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ສົມພາວໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ,ເຊິ່ງໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 4 ​ເມສາ ນີ້ ທີ່ນະຄອນຫລວງວຽງຈັນ,ເຊິ່ງຈະໄດ້ຮັບຮອງເອົາຫລາຍບັນຫາສຳຄັນ ທີ່ຕິດພັນກັບການຈັດຕັ້ງປະຕິບັດວິໄສທັດ ການສ້າງປະຊາຄົມເສດຖະກິດອາຊຽນໂດຍສະເພາະຂອບການຮ່ວມມືວຽກງານການເງິນ-​ເງິນຕາ ຂອງອາຊຽນ ທີ່ກວມວຽກງານການເປີດເສລີທາງດ້ານການເງິນ, ບັນຊີທຶນ, ການພັດທະນາຕະຫລາດທຶນ, ລະບົບການຊຳ ລະສະສາງອາຊຽນ, ການເຂົ້າເຖິງການບໍລິຫານທາງດ້ານການເງິນແລະ ຂອບການເຊື່ອມໂຍງຂະແໜງທະ ນາຄານ.

ກອງປະຊຸມໄດ້ຮັບຮອງທາງດ້ານຫລັກການ ກ່ຽວກັບການເອົາເນື້ອໃນຂອງສັນຍາຜູກພັນ​​ທີ 7 ຂອງວຽກງານເປີດເສລີ​​ທາງດ້ານການເງິນ ​​ເພື່ອຈະໃຫ້ມີການລົງນາມ ໃນໄລຍະທີ່ສປປ ລາວເປັນປະທານໂດຍຄາດວ່າຈະມີການລົງນາມໃນກອງປະຊຸມອາຊຽນ+3 ​​ຕົ້ນເດືອນພຶດສະ ພາ 2016 ທີ່ເມືອງແຟຣງເຟີ ປະເທດເຢຍລະມັນ; ຮັບຮອງເອົາເອົາເນື້ອໃນ ແຜນປະຕິບັດງານດ້ານຍຸດທະສາດການເຊື່ອມໂຍງ 10 ປີ(2016-2025) ຂອງໜ່ວຍງານຕ່າງໆ; ຮັບຮອງເອົາໜ້າວຽກ (TOR) ການສ້າງຕັ້ງໜ່ວຍງານໃໝ່ ເພື່ອຄົ້ນຄວ້າວຽກງານການເຊື່ອມໂຍງຂະແໜງທະນາຄານອາຊຽນ; ຮັບຮອງເອົາກຳນົດໝາຍໜ້າວຽກຂອງໜ່ວຍງານ ວ່າດ້ວຍປະກັນໄພອາຊຽນ; ກຳນົດໝາຍໜ້າວຽກຂອງໜ່ວຍງານວ່າດ້ວຍການເຂົ້າເຖິງແຫລ່ງທຶນແລະ ຮັບຮອງເອົາບັນດາປະທານຮ່ວມ ຂອງຄະນະກຳມະ ການພາຍໃຕ້ຂອບການເຊື່ອມໂຍງຂະແໜງການເງິນ-ການທະນາຄານເພື່ອປະຕິບັດໜ້າທີ່ນັບແຕ່ເດືອນມິຖຸນາ 2016 ​ເປັນຕົ້ນໄປ.

ສຳລັບວຽກງານການຮ່ວມມືອາຊຽນ+3 ​ແມ່ນຮັບຮອງເອົາບຸກຄະລາກອນຂັ້ນບໍລິຫານ ຂອງຫ້ອງການຕິດ ຕາມສະພາບເສດຖະກິດຂອງອາຊຽນ+3(AMRO), ຮັບຮອງເອົາແຜນງົບປະມານປະຈຳປີ  ​ແລະແຜນການເຄື່ອນໄຫວວຽກງານພາຍໃນຂອງຫ້ອງການ AMRO, ຮັບ ຮອງເອົາຍຸດທະສາດໄລຍະກາງ ທາງດ້ານນະໂຍບາຍຂອງຫ້ອງການ AMRO, ຮັບຮອງເອົາມາດຕະຖານຕົວຊີ້ວັດໃນການປະເມີນສະພາບເສດຖະກິດຂອງປະເທດສະມາຊິກໂດຍສະເພາະ ນຳໃຊ້ໃນການປະເມີນການຂໍເງິນກູ້ຢືມ ຈາກຂອບຂໍ້ລິເລີ່ມຊຽງໃໝ່ແບບຫລາຍຝ່າຍ​(CMIM), ຮັບຮອງເອົາ​ 9 ຕົວຊີ້ວັດເພື່ອເປັນເງື່ອນໄຂໃນການເພີ່ມອັດຕາສ່ວນກູ້ຢືມ ທີ່ບໍ່ຕິດພັນກັບອົງການຈັດຕັ້ງສາກົນແລະ ການກຳນົດພື້ນຖານໃນການປັບປຸງສັນຍາແມ່.

No comments:

Post a Comment