Ad

Ad

5 April 2016

ຫ້ອງ​ວ່າການ​ສູນ​ກາງ​ພັກສືບຕໍ່ເຊື່ອມ​ຊຶມ​ມະຕິ X ຂອງ​ພັກ

ໃນວັນທີ 4-8 ​ເມສານີ້ສະຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ,​ ໄດ້ໃຫ້ກຽດເປັນປະທານໄຂບັ້ນ​​ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ແກ່ພະນັກງານຫລັກແຫລ່ງຂອງກະຊວງ ແລະ ຂະແໜງການຕ່າງໆ ເພື່ອສ້າງຄວາມເຂົ້າໃຈທີ່ເປັນເອກະພາບແລະເລິກເຊິ່ງຕໍ່ເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນມະຕິສຳຄັນດັ່ງກ່າວບົນພື້ນຖານສ້າງການຫັນປ່ຽນທາງດ້ານແນວຄິດ-ຈິນຕະນາການຢ່າງເປັນລະບົບແລະ ກ້າວໄປສູ່ການເປັນເຈົ້າການຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ.
            ສະຫາຍເລຂາທິການໃຫຍ່ໄດ້ຊີ້ນຳໃຫ້ບັ້ນເຊື່ອມຊຶມມະຕິ X ຄັ້ງນີ້ກາຍເປັນບັນຫາສຳຄັນໃນການເສີມຂະຫຍາຍສະຕິປັນຍາແລະ ຄວາມຮັບຜິດຊອບຂອງຖັນແຖວພະນັກງານທັງຢູ່ຂັ້ນສູນກາງແລະ ທ້ອງຖິ່ນ,ເພື່ອວິເຄາະ​​ໄຈ້ແຍກສະພາວະຄວາມເປັນຈິງຂອງພາລະກິດປົກປັກຮັກສາແລະ ສ້າງສາປະເທດຊາດ
ຕາມທັດສະນະຂອງພັກ.ພ້ອມນັ້ນ,ຕ້ອງເຮັດໃຫ້ການຜັນຂະຫຍາຍມະຕິ X ​ເປັນຂະບວນການຟົດຟື້ນ, ​ແຂງແຮງແລະ ມີຜົນສຳເລັດຢ່າງເປັນຮູບປະທຳ,ນຳເອົາປະເທດຊາດຫລຸດພົ້ນອອກຈາກສະພາວະດ້ອຍພັດທະນາໃນປີ 2020,ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງສູ່ຈຸດໝາຍສັງຄົມນິຍົມ.ອັນສຳຄັນເປັນການສະແດງເຖິງຄວາມຕັດສິນໃຈຂອງຄະນະນຳທີ່ຈະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກແລະ ສິ່ງທ້າທາຍທົດສອບຕ່າງໆໃນຊຸມປີຕໍ່ໜ້າຢ່າງກ້າຫານເດັດຂາດ.
          ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຊີ້ນຳຕື່ມວ່າ:ບັ້ນເຊື່ອມຊຶມຄັ້ງນີ້ໃຫ້ສຸມໃສ່ຄົ້ນຄວ້າ 5 ​ເອກະສານສຳຄັນທີ່ເປັນລັກສະນະສຳມະນາແລະເປີດກວ້າງປະຊາທິປະໄຕໃນການປະກອບຄຳຄິດຄຳເຫັນ,ພ້ອມກັນຕີລາຄາທັງເປັນເອກະພາບຕໍ່ກັບການຕັດສິນໃຈແກ້ບັນຫາໃຫ້ມີການຫັນປ່ຽນຢ່າງຈະແຈ້ງ,ໂດຍສະເພາະຕໍ່ບັນຫາຄົງຄ້າງທີ່ສັງຄົມມີຄວາມເປັນຫ່ວງແລະ ຮຽກຮ້ອງໃຫ້ມີການແກ້ໄຂໃນປັດຈຸບັນເພື່ອປັບປຸງຄວາມເຊື່ອໝັ້ນແລະ ສັດທາຂອງປະຊາຊົນຕໍ່ພັກເຮົາ.ສຳລັບບັນຫາສຳຄັນ ທີ່ໄດ້ມີການຄົ້ນຄວ້າເຊື່ອມຊຶມຄັ້ງນີ້ແມ່ນມີລັກສະນະຍຸດທະສາດທີ່ຕິດພັນໂດຍກົງຕໍ່ຄວາມຮັບຜິດຊອບການເມືອງຂອງຄະນະນຳແຕ່ລະຂັ້ນໃນການສ້າງບາດລ້ຽວໃໝ່ເພື່ອໃຫ້ການຊີ້ນຳນຳພາຂອງພັກໃນ 5 ປີຕໍ່ໜ້າມີຜົນສຳເລັດອັນຈົບງາມ.

No comments:

Post a Comment