Ad

Ad

6 April 2016

ພຽງ 3 ​ເດືອນ​ຕົ້ນ​ປີ ນະຄອນຫລວງ​ວຽງ​ຈັນ ​ມີອັກຄີ​ໄພເກີດຂຶ້ນ​ຫລາຍ​ກວ່າ 20 ຄັ້ງ ​ສົ່ງ​ຜົນເສຍ​ຫາຍຕໍ່ຊັບສິນເປັນຈຳນວນຫລາຍ

          ຮອງຫົວໜ້າພະແນກມອດໄຟ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ປັດຈຸບັນ ບັນຫາອັກຄີໄພໄດ້ເກີດຂຶ້ນຢ່າງຕໍ່ເນື່ອງແລະ ຍັງມີຄວາມສ່ຽງທີ່ອາດຈະເກີດຂຶ້ນໄດ້ທຸກເວລາ, ​ຊຶ່ງມາຮອດປັດຈຸບັນ ກໍກ້າວເຂົ້າສູ່ເດືອນທີສີ່ຂອງປີ 2016 ​ແລ້ວແລະໃນ 3 ​ເດືອນຜ່ານມານີ້, ຢູ່ນະຄອນຫລວງວຽງຈັນໄດ້ເກີດອັກຄີໄພຂຶ້ນ 21 ຄັ້ງ ສົ່ງຜົນເສຍຫາຍຫລາຍກວ່າ 7 ຮ້ອຍລ້ານກີບ, ​ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາເຫັນວ່າເພີ່ມຂຶ້ນ​​ເກືອບເທົ່າຕົວ, ​ໃນນັ້ນ ສະເພາະເດືອນມັງກອນຜ່ານມາ, ​ໄດ້ເກີດເຫດການໄຟ​​ໄໝ້ລະດັບກາງແລະ ນ້ອຍ ຈຳນວນ 7 ຄັ້ງ, ​ຊຶ່ງເກີດຈາກໄຟຟ້າຊ໋ອດ, ​ໄຕ້ທຽນບູຊາ, ຈູດປ່າຊະຊາຍລວມມູນຄ່າ​​ເສຍຫາຍຫລາຍກວ່າ 3 ຮ້ອຍລ້ານກີບ, ​ຕົກມາຮອດເດືອນກຸມພາ, ​ໄດ້ເກີດ​​ໄຟໄໝ້ທັງໝົດ 8 ຄັ້ງ, ອັນເນື່ອງມາຈາກການຫລາຍສາເຫດ​​ເປັນຕົ້ນ ການຈູດປ່າຊະຊາຍຂອງປະຊາຊົນ ຈຶ່ງເຮັດໃຫ້ໄຟໄດ້ລາມ
ໃສ່ໂຮງງານທີ່ຢູ່ໄກ້ຄຽງ ລວມມູນຄ່າເສຍຫາຍຫລາຍກວ່າ 2 ຮ້ອຍລ້ານກີບແລະໃນເດືອນມີນາທີ່ຜ່ານມານີ້, ​ໄດ້ເກີດ​​ເຫດໄຟໄໝ້ຂຶ້ນລວມ​ 6 ຄັ້ງ, ສ່ວນໃຫຍ່ແມ່ນໄຟໄໝ້ລະດັບນ້ອຍໃນນັ້ນສາເຫດແມ່ນເກີດຈາກ​​ໄຟຟ້າລັດວົງຈອນ ເນື່ອງຈາກການຊົມໃຊ້ໄຟຟ້າ​​ຫລາຍຂອງປະຊາຊົນ​.

          ​ ຮອງຫົວໜ້າພະແນກມອດໄຟ ກ່າວຕື່ມວ່າ: ຕໍ່ກັບສະພາບ​​ດັ່ງກ່າວນີ້, ກົມມອດໄຟ ຮ່ວມກັບ ພະແນກມອດໄຟ ນະຄອນຫລວງວຽງຈັນໄດ້ເພີ່ມສະຖານນີມອດໄຟຂຶ້ນຕື່ມອີກ 4 ​​ແຫ່ງຄື: ​ເມືອງປາກງື່ມ, ຫາດຊາຍຟອງ, ສັງທອງແລະ ​​ເມືອງໄຊທານີແລະມອບລົດນ້ຳໃຫ້​​ເມືອງລະ 2 ຄັນ ພ້ອມວິຊາການທີ່ມີຄວາມຮູ້ຈຳນວນໜຶ່ງ ເພື່ອເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມາດຕະ ການປ້ອງກັນແລະ ສະກັດກັ້ນອັກຄີໄພຢູ່ໃນເຂດຊຸມຊົນຫ່າງໄກສອກຫລີກ ບໍ່ໃຫ້ລຸກລາມໄປໃນວົງກວ້າງ . ນອກນີ້ ທ່ານຮອງຫົວໜ້າພະແນ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງພ້ອມກັນມີສະຕິ, ລະມັດລະວັງຫລາຍຂຶ້ນກວ່າເກົ່າ, ກ່ອນອອກຈາກຫ້າງຮ້ານ, ​ບ້ານເຮືອນ, ຫ້ອງການແລະ ອົງການໃຫ້ກວດກາຖອດປັກສຽບເຄື່ອງໄຟຟ້າຕ່າງໆແລະໃນໄລຍະບຸນປີໃໝ່ລາວທີ່ຈະມາເຖິງນີ້ໃຫ້ສະເຫລີມສະຫລອງຢ່າງສະຕິ, ບໍ່ຄວນລະເລີ້ແລະໃຊ້ໄຟຟ້າຈົນເກີນຂອບເຂດ ພ້ອມທັງ​​ໃຫ້ກວດກາສາຍໄຟຟ້າທີ່ເຫັນວ່າເກົ່າແກ່, ຊຸດໂສມຫລາຍແລ້ວແມ່ນໃຫ້ປ່ຽນຖ່າຍທັນທີເພື່ອປ້ອງກັນການເກີດອັກຄີໄພ​​ທີ່ຈະຕາມມາ.

No comments:

Post a Comment