Ad

Ad

6 April 2016

ກົມ​ຮ່ວມ​ມື​ລະຫວ່າງ​ປະ​ເທດແຫ່ງຣາຊະ​ອານາຈັກ​ໄທ ມອບ​ລົດໃຫ້ກະຊວງ​ການ​ຕ່າງປະ​ເທດ

          ກົມຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດແຫ່ງຣາຊະອານາຈັກໄທໄດ້ມອບລົດຕູ້ຍີ່​ຫໍ້ໂຕໂຍຕ້າ HIACE 16 ບ່ອນນັ່ງຈຳນວນ 1 ຄັນແລະ ລົດກະບະໂຕໂຍຕ້າ HILUX 4X4 ໜຶ່ງຄັນ ລວມມີມູນຄ່າຫລາຍກວ່າ  468 ລ້ານກີບໃຫ້ແກ່ຫ້ອງການຄະນະກຳມະການຮ່ວມມື ລາວ-​ໄທ ກະຊວງການຕ່າງປະເທດແຫ່ງສປປ ລາວເພື່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານການພົວພັນແລະ ການຮ່ວມມື ລາວ-​ໄທ ພາຍໃຕ້ຂອບການຮ່ວມມືຂອງຄະນະກຳມາທິການຮ່ວມມື ວ່າດ້ວຍການຮ່ວມມື ລາວ-​ໄທແລະ ການຮ່ວມມືທາງດ້ານວິຊາການ ລາວ-​ໄທ ​​ໃຫ້ສະດວກຂຶ້ນກວ່າເກົ່າ.

            ພິທີມອບ-​ຮັບດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 5 ​ເມສານີ້ຢູ່ກະຊວງການຕ່າງປະເທດລະຫວ່າງທ່ານນາງ ຄຳເພົາເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ​​ແລະ ທ່ານ ນົບພະດົນເທບພິທັກເອກອັກຄະຣາຊະທູດວິຊາມັນຜູ້ມີອຳນາດເຕັມ ແຫ່ງຣາຊະອານາຈັກໄທ ປະຈຳລາວ.

No comments:

Post a Comment