Ad

Ad

6 April 2016

ເມືອງ​ໄກສອນ ພົມວິຫານ ຈັດ​ປະກວດ​ນາງ​ສັງຂານ​ປະ​ຈໍາປີ ພສ 2559

           ການປະກວດນາງສັງຂານປະຈໍາປີ ພສ 2559 ຢູ່ເມືອງໄກສອນ ພົມວິຫານ,​ ແຂວງສະຫວັນນະເຂດ,​ ໄດ້ຈັດຂຶ້ນໃນຄໍ່າຄືນຂອງວັນທີ 2 ​ເມສານີ້ຢູ່ສູນການຄ້າສະຫວັນ-​ໄອເຕັກ,​ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍພໍ່​​ແມ່ປະຊາຊົນພາຍໃນເມືອງດັ່ງກ່າວເຂົ້າຮ່ວມຊົມ, ຮ່ວມເຊຍແລະໃຫ້ກໍາລັງໃຈການປະກວດຄັ້ງນີຢ່າງຫລວງຫລາຍ,​ ໂດຍຜູ້ຊະນະເລີດໄດ້ຮັບຄັດເລືອກເປັນນາງສັງຂານຂອງເມືອງແມ່ນນາງແສງຕາວັນ ສຸຄໍາທັດ ຮອງອັນດັບໜຶ່ງແມ່ນນາງ ກິນນາລີແລະ ຮອງອັນດັບສອງແມ່ນນາງແອນນາ ສາສີສົມດີ, ​ໂດຍທ່ານຮອງເຈົ້າແຂວງສະຫວັນນະເຂດໄດ້ໃຫ້ກຽດຂຶ້ນມອບລາງວັນໃຫ້ນາງສາວທີ່ໄດ້ຮັບຄັດເລືອກດັ່ງ ກ່າວ.


          ງານປະກວດຄັ້ງນີ້ຈັດຂຶ້ນເພື່ອເປັນການສົ່ງເສີມວັດທະນາທໍາຮີດຄອງປະເພນີອັນດີງາມຂອງລາວແລະເປັນການຊຸກຍູ້ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ​​ໃນການສະແດງອອກດ້ານຄວາມຮູ້, ຄວາມສາມາດແລະ ພອນສະຫວັນແລະ ທັງເປັນສ່ວນໜຶ່ງຂອງກິດຈະກໍາການສະເຫລີມສະຫລອງບຸນປີໃໝ່ລາວປີນີໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນແລະ ສາມາດດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວປະເທດລາວເວົ້າລວມ, ​ເວົ້າສະເພາະແມ່ນ​​ແຂວງສະຫວັນນະເຂດນັບມື້ເພີ່ມຂຶ້ນ.

No comments:

Post a Comment