Ad

Ad

6 April 2016

ງານວາງ​ສະ​ແດງ​ ALACE EXPO 2016 ຈະ​ຈັດ​ຂື້ນ​ວັນ​ທີ 7 – 10 ​ເມສາ​ນີ້,ຢູ່​ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ

ວັນທີ 5 ​ເມສານີ້, ຢູ່ສະມາຄົມນັກຂ່າວແຫ່ງປະເທດລາວ ທ່ານ ພອນໄຊ ປະທານສະ ມາ ຄົມສະຖາປາະນິກແລະ ວິສາວະກອນກໍ່ສ້າງລາວໄດ້ຖະແຫຼ່ງຕໍ່ສືມວນຊົນວ່າ: ງານວາງສະແດງຜົນງານດ້ານສະຖາປັດຕະຍະກຳແລະ ວິສາວະກຳການກໍ່ສ້າງ ປະຈຳປີ 2016 ( ALACE EXPO 2016 ) ຈະຈັດຂື້ນໃນວັນທີ 7 – 10 ​ເມສານີ້, ຢູ່ສູນການຄ້າວຽງຈັນເຊີເຕີ,​ ​ນະຄອນຫຼວງວຽງຈັນ, ພາຍ​​ໃນງານຈະມີຫຼາຍໆກິດຈະກຳເຊັ່ນ: ການນຳສະ​​ເໜີໂຄງການກໍ່ສ້າງເຄຫະສະຖານ,​ ດ້ານຜັງເມືອງ, ຄົມມະນາຄົມຂົນສົ່ງທີ່ພົ້ນເດັ່ນໃນໄລຍະຜ່ານມາແລະໃນປັດຈຸບັນ, ການວາງສະແດງແລະ ຂາຍສິນຄ້າປະເພດວັດສະດຸກໍ່ສ້າງ,​ ​ເຕັກໂນໂລຊີທີ່ທັນສະໄໝຈາກທັງພາຍໃນແລະ ຕ່າງປະເທດຫຼາຍກວ່າ 40 ບໍລິສັດ, ​ພ້ອມນັ້ນຍັງ
ຈັດ​​ໃຫ້ມີການປະກວດແຂ່ງຂັນແບບ, ສະຖາປັດຕະຍະກຳປະຈຳປີຈາກນັກອອກແບບ, ນັກສະຖາປະນິກແລະ ວິສະວະກອນໜຸ່ມ ​​ແລະ ບໍລິສັດຕ່າງໆ, ພິເສດແມ່ນຈະມີສຳມະນາ​​ວິຊາການເຜີຍແຜ່ດ້ານເຕັກໂນໂລຊີແລະ ນະວັດຕະກຳສຳລັບການກໍ່ສ້າງແບບໃໝ່ທີ່ທັນສະໄໝ, ຈາກວິທະຍາກອນທີ່ເປັນສະຖາປານິກທີ່ມີຊື່ສຽງຈາກຕ່າງປະເທດ, ພ້ອມນັ້ນງານດັ່ງກ່າວຍັງ​​ເປີດໂອກາດໃຫ້ມີການພົບປະລະຫວ່າງນັກທຸລະກິດ, ບໍລິສັດອອກແບບດ້ານທີ່ປຶກສາການກໍ່ສ້າງແລະ ການຄ້າ-ຂາຍວັດສະຖຸກໍ່ສ້າງ.

ປະທານສະມາຄົມດັ່ງກ່າວໃຫ້ຮູ້ອີກວ່າ: ງານດັ່ງກ່າວແມ່ນຈັດຂຶ້ນທຸກປີແລະ ປີນີ້ກໍເປັນປີທີ 5 ​ແລ້ວ ​​ແລະ ຫວັງວ່າງານຄັ້ງນີ້ຈະປະກອບສ່ວນສຳຄັນເຂົ້າໃນການພັດທະນາວຽກງານສະຖາປາະນິກແລະ ວິສາວະກອນກໍ່ສ້າງລາວໃຫ້ກ້າວໜ້າຂຶ້ນ.

No comments:

Post a Comment