Ad

Ad

6 April 2016

ສໍາ​ມະ​ນາ​​ໂຄງການການ​ຊີ້​ຊ່ອງ​ທາງ​​ຜູ້​ປະກອບ​ການໃໝ່​ລຸ່ມ​ແມ່​ນ້ຳຂອງ

​ 
         ໃນລະຫວ່າງ​​ວັນ​ທີ 1-3 ​ເມສານີ້, ທີ່​ສູນ​ອາ​ເມ​ລິ​ກາ(ທາດ​ດຳ), ອົງການ​ໂຕະ​ລາວຮ່ວມ​ກັບບໍລິສັດບິ​ສຈິ​ຕຣໍ ​ແລະ ສູນ​ພັດທະນາ​ຊາວໜຸ່ມ​-ເຍົາວະ​ຊົນນະຄອນຫລວງ, ​ໄດ້​ຈັດ​ສຳ​ມະ​ນາໂຄງການ​ຊີ້ຊ່ອງ​ທາງ​ຜູ້​ປະກອບ​ການ​ໃໝ່ລຸແມ່ນໍ້າຂອງ (Mekong’s Next Top Mentor) ​ເພື່ອ​ແນະນຳ ​​ແລະ ສິດສອນ​ຊີ້​ທາງ​ໃຫ້​ບັນດາ​ຜູ້​ປະກອບ​ການ​ໃໝ່ຈາກ 5 ປະ​ເທດ​ຄື: ລາວ, ຫວຽດນາມ,​ ກຳປູ​ເຈຍ,​ໄທ ​ແລະ ມຽນມາ,​ ໂດຍເນັ້ນໃສ່ການສະເໜີຂໍ້​ມູນ ​ແລະ ປະສົບ​ການ​ຕົວ​ຈິງ​ກ່ຽວ​ກັບ​ການ​ສ້າງ​​ແນວ​ຄິດ​ທາງ​ທຸລະ​ກິດ, ການ​ເຂົ້າ​ເຖິງ​ກຸ່ມລູກ​ຄ້າ, ການ​ດຳ​ເນີນ​ທຸລະ​ກິດ​ກັບ​ຕ່າງປະ​ເທດ, ການ​ຮັກສາ​ຖານະ​ລູກ​ຄ້າ ​ແລະ ກໍລະນີ​ສຶກສາຈາກ​ປະສົບ​ກາ​ນຕົວ​ຈິງ.
           ໂຄງການ​ນີ້ແມ່ນ​ລິ​ເລີ່​ມຂຶ້ນ​ພາຍ​ໃຕ້ວຽກ​ງານ Tigers Mekong ​ເຊິ່ງ​ເປັນ​ການ​ຊ່ວຍ​ເຫ​ລື​ອຂອງ​ສະຫະລັດ​ອາ​ເມ​ລິ​ກາ ​ເພື່ອ​ແນ​ະນຳ ​ແລະ ສິດສອນ​ໃຫ້​ບັນດາ​ຜູ້​ປະກອບ​ການ​ໃໝ່ສາມາດ​ນຳ​ເອົາ​ຄວາມ​ຮູ້​ໄປ​ສິດສອນ​ໃຫ້ແກ່ຜູ້​ປະກອບ​ການ​ອື່ນໆ​ໄດ້,​ເປັນ​ການ​ສ້າງ​ແນ​ວຄວາມ​ຄິດການ​ດຳ​ເນີນ​ທຸລະ​ກິດ​ທີ່​ຖືກຕ້ອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຄືອ​ຄ່າ​ຍຂອງ​ຜູ້​ປະກອບ​ການ​ໃນ​ພາກ​ພື້ນ.

          ວຽກ​ງານ​ການ​​ເລີ່​ມທຸລະ​ກິດ​ແມ່ນ​ມີ​ຄວາມ​ສຳຄັນ​ໃນ​ການ​ສ້າງ​ສາ​ພັດທະນາ​ປະ​ເທດ​ຊາດ. ດັ່ງ​ນັ້ນ​ການ​ສົ່ງ​ເສີມ​ວຽກ​ງານ​ດັ່ງ​ກ່າວຈຶ່ງ​ສຳຄັນ ​ແລະ ຈຳ​ເປັນ​ໃຫ້​ແກ່​ການ​ສ້າງ​ຜູ້​ປະກອບ​ການ​ໃໝ່.

No comments:

Post a Comment