ການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາທົ່ວປະເທດ ປະຈຳສົກຮຽນ ປີ
2015-2016, ໄດ້ຈັດຂຶ້ນໃນວັນທີ 25-29 ເມສານີ້, ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີນັກສອບເສັງເຂົ້າຮ່ວມທັງໝົດ 144 ຄົນ,
ຍິງ 45 ຄົນ, ໃນນັ້ນ ຊັ້ນມ
4 ມີ
72 ຄົນ, ຍິງ 26 ຄົນ ແລະ
ຊັ້ນມ 7 ມີ 72 ຄົນ, ຍິງ 19 ຄົນ, ເຊິ່ງຈະ ສອບເສັງໃນ 4 ວິຊາຄື:
ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ
ແລະ ເຄມີ
ສາດ. ພ້ອມນີ້ ຍັງມີກິດຈະກຳແຂ່ງຂັນຖາມ-ຕອບ
ບັນຫາວິທະຍາສາດ ແລະ
ຄວາມຮູ້ ຮອບຕົວອີກດ້ວຍ ແລະ ຈາກນັ້ນ ກໍຈະນຳພານັກຮຽນໄປທັດ ສະນະສຶກສາຕາມສະຖານທີ່ປະຫວັດສາດ ແລະ ວັດທະນະທຳໃນນະຄອນ ຫລວງວຽງຈັນ.
ທ່ານ
ກອງສີ ແສງມະນີ
ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
ກ່າວ ວ່າ:
ເພື່ອສົ່ງເສີມ ແລະ
ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ
ໃຫ້ມີບັນຍາກາດຟົດຟື້ນ, ແລະ
ມີຄຸນນະພາບຫລາຍຂຶ້ນ, ທັງເປັນການວັດແທກ ແລະ ປະເມີນຜົນສຳ ເລັດດ້ານການສິດສອນ-ຮ່ຳຮຽນຂອງຄູ ແລະ
ນັກຮຽນໃນສົກຮຽນີ້ ເພື່ອຄັດເລືອກ ແລະ ສົ່ງເສີມນັກ ຮຽນເກັ່ງທີ່ມີພອນສະຫວັນໃນແຕ່ລະວິຊາເປັນຕົວແທນຂອງຊາດເພື່ອເຂົ້າຮ່ວມການແຂ່ງ ຂັນລະດັບພາກພື້ນ ແລະ
ສາກົນ. ພ້ອມນີ້ ກົມມັດທະຍົມສຶກສາ ໄດ້ມີການປັບປຸງຮູບ ແບບ, ວິທີການ ແລະ
ມາດຕະຖານ ຂອງການຮຽນ-ການສອນ ໃຫ້ກ້າວສູ່ມາດຕະຖານ ສາກົນ,
ໂດຍການເຊີນຄູສອນຕົວຈິງ ແລະ ວິຊາການ
ຜູ້ທີ່ມີປະສົບການມາອອກ ຂໍ້ສອບໃນຄັ້ງນີ້, ສ່ວນຜົນການສອບເສັງແມ່ນຈະປະກາດໃນທ້າຍເດືອນເມສານີ້, ຊຶ່ງນັກ ຮຽນເກັ່ງທີ່ໄດ້ອັນດັບທີ 1, 2 ແລະ 3 ຈະໄດ້ຮັບໃບຢັ້ງຢືນ, ໃບຍ້ອງຍໍ
ແລະ ທຶນການ
ສຶກສາ ຈຳນວນໜຶ່ງ ພ້ອມທັງຫລຽນນັກຮຽນເກັ່ງ, ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ
ອີກດ້ວຍ.
No comments:
Post a Comment