Ad

Ad

26 April 2016

ຍົກລະດັບວຽກ​ງານ​ຄຸ້ມ​ຄອງວັດທະນະທໍາ​ໄລຍະ​ສັ້ນ ​ໃນ​ຂອບ​ເຂດທົ່ວປະ​ເທດ

    ວັນທີ 25 ​ເມສານີ້,ທີ່ສະຖາບັນສື່ມວນຊົນ ວັດທະນະທຳແລະ ທ່ອງທ່ຽວໄດ້ຈັດຊຸດຝຶກອົບຮົມໄລຍະສັ້ນ (5 ວັນ) ກ່ຽວກັບວຽກງານຄຸ້ມຄອງວັດທະນະທຳໃຫ້​​ແກ່ວິຊາການວັດທະນະທຳ ໃນຂອບເຂດທົ່ວປະເທດຈຳນວນ 38 ຄົນ,ໂດຍມີທ່ານ ສຈ.ດຣ ບໍ່​​ແສງຄຳ ວົງດາລາ ລັດຖະມົນຕີ​​ກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວ,ພ້ອມ​ດ້ວຍ​ຫົວໜ້າ​ກົມ,ຮອງ​ກົມເຂົ້າຮ່ວມ.
    ຊຸດຝຶກອົບຮົມດັ່ງກ່າວ,ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບການສ້າງບຸກຄະລາກອນສິລະປະການສະແດງ,ການຄຸ້ມຄອງກວດແກ້ແລະ ອະນຸຍາດນຳໃຊ້ເພງຮ້ອງ,ວຽກງານຄຸ້ມຄອງຮູບເງົາ,ຄຸ້ມຄອງພິມຈຳໜ່າຍ,ຄຸມຄອງມໍລະດົກ,ຄຸ້ມຄອງວິຈິດສິນ,ກົດໝາຍຊັບສິນທາງປັນຍາແລະ ອື່ນໆ.


          ​​ໃນໂອກາດນີ້, ທ່ານ ສຈ.ດຣ ບໍ່​​ແສງຄຳ ວົງດາລາ ​​ໄດ້ສະແດງຄວາມຊົມເຊີຍ ຕໍ່ສະຖາບັນດັ່ງກ່າວ ທີ່ໄດ້ຈັດຊຸດຝຶກອົບຮົມຂຶ້ນເຊິ່ງເປັນການສ້າງ​​ບຸກຄະລາ​ກອນ ທີ່ເຮັດວຽກງານກ່ຽວກັບວັດທະນະທຳໃນຂອບເຂດທົ່ວປະເທດໄດ້ຮຽນຮູ້ແລະເຂົ້າໃຈວຽກງານດ້ານວັດທະນະທຳຫລາຍຂຶ້ນ. ວຽກງານດັ່ງກ່າວ, ​ເປັນວຽກງານໜຶ່ງທີ່ສຳຄັນ ຕໍ່ການສ້າງສາພັດທະນາປະເທດຊາດໂດຍສະເພາະ ໃນພາລະກິດການສ້າງອະລິຍະທຳທາງດ້ານວັດຖຸແລະ ຈິດໃຈໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ຮຽກຮ້ອງໃຫ້ວິຊາການທີ່ເຮັດວຽກວັດທະນະທຳ ຕ້ອງເອົາໃຈໃສ່ດ້ານວິຊາສະເພາະແລະ ຈັນຍາບັນ ຂອງຜູ້ພິທັກວັດທະນະທຳໃຫ້ສົມຄູ່ກັບໜ້າທີ່ພາລະບົດບາດໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ກໍຄືການຄຸ້ມຄອງທັງໝົດໃນຂົງເຂດການເຄື່ອນໄຫວວັດ ທະນະທຳ-ສັງຄົມໃຫ້ດີຂຶ້ນເທື່ອລະກ້າວ.

No comments:

Post a Comment