Ad

Ad

26 April 2016

ສືບຕໍ່ເຊື່ອມ​ຊຶມ​ມະຕິ X ຂອງ​ພັກໃຫ້ພະນັກງານຫລັກແຫລ່ງເປັນຊຸດ​ທີ III

ໃນວັນທີ 25-29 ​ເມສາ ນິ້ ທີ່ຫໍປະຊຸມຫ້ອງວ່າການສູນກາງພັກ ສະຫາຍ ພັນຄໍາ ວິພາວັນຜູ້ປະຈໍາການຄະນະ​​ເລຂາທິການສູນກາງພັກຮອງປະທານປະເທດໄດ້ໃຫ້ກຽດເປັນປະທານໄຂບັ້ນດຳເນີນການເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ຊຸດທີ III ​ໃຫ້ແກ່ພະນັກງານຫລັກແຫລ່ງ ຂອງບັນດາກະຊວງອ້ອມຂ້າງສູນກາງ​ ​ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບແລະເລິກເຊິ່ງຕໍ່ເນື້ອໃນຈິດໃຈທີ່ໄດ້ກຳນົດໄວ້ໃນມະຕິສຳຄັນດັ່ງກ່າວ. ບົນພື້ນຖານສ້າງການຫັນປ່ຽນ ທາງດ້ານແນວຄິດ-ຈິນຕະນາ ການຢ່າງເປັນລະບົບແລະ ກ້າວໄປສູ່ການເປັນເຈົ້າການຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ.
          ສະຫາຍ ພັນຄໍາ ວິພາວັນ ໄດ້ຊີ້ນຳໃຫ້ບັ້ນເຊື່ອມຊຶມມະຕິ X ຄັ້ງນີ້ ກາຍເປັນບັນຫາສຳຄັນ ໃນການເສີມຂະຫຍາຍສະຕິປັນຍາ, ຄວາມຮັບຜິດຊອບຂອງຖັນແຖວພະນັກງານ ຢູ່ຂັ້ນສູນກາງແລະ ທ້ອງຖິ່ນເພື່ອວິເຄາະ​​​ໃຈ້ແຍກສະພາວະຄວາມເປັນຈິງຂອງພາລະກິດປົກປັກຮັກສາແລະ ສ້າງສາປະເທດຊາດ ຕາມທັດສະນະຂອງພັກ. ​ເພື່ອເຫັນແຈ້ງແລະເຂົ້າໃຈຢ່າງເລິກເຊິ່ງຕໍ່ບັນຫາຕ່າງໆໃນການຕີລາຄາຈຸດດີຜົນ
ງານ, ດ້ານອ່ອນ, ຂໍ້ຄົງຄ້າງ, ​ເຂົ້າໃຈແຈ້ງແລະ ກໍາແໜ້ນບັນຫາຕົວຈິງ ທີ່ຕ້ອງໄດ້ແກ້ໄຂຢ່າງຮິບດ່ວນ, ຮັບປະກັນການບຸກທະລຸດ້ານແນວຄິດຈິນຕະນາການ, ກ້າວສູ່ການກະທໍາຕົວຈິງໃຫ້ມີການປ່ຽນ​​ແປງຈະແຈ້ງ, ສ້າງຄວາມພ້ອມແກ່ການແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນ, ຕອບສະໜອງຄວາມຄອງຄອຍຂອງປະ ຊາຊົນ ເຮັດໃຫ້ການຜັນຂະຫຍາຍມະຕິ X ​ເປັນຂະບວນການຟົດຟື້ນແຂງແຮງແລະ ມີຜົນສຳເລັດຢ່າງເປັນຮູບປະທຳ, ສ້າງບາດລ້ຽວໃນການພັດທະນາປະເທດ, ນຳເອົາປະເທດຊາດຫລຸດພົ້ນອອກຈາກສະພາ ວະດ້ອຍພັດທະນາໃນປີ 2020, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງ ສູ່ຈຸດ ໝາຍສັງຄົມນິຍົມ. ສິ່ງສຳຄັນເປັນການສະແດງເຖິງຄວາມຕັດສິນໃຈຂອງຄະນະນຳ ທີ່ຈະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກແລະ ສິ່ງທ້າທາຍທົດສອບຕ່າງໆໃນຊຸມປີຕໍ່ໜ້າ ຢ່າງກ້າຫານເດັດຂາດ.

          ສະຫາຍ ພັນຄໍາ ວິພາວັນໄດ້ຊີ້ນຳຕື່ມວ່າ: ບັ້ນເຊື່ອມຊຶມຄັ້ງນີ້ໃຫ້ສຸມໃສ່ຄົ້ນຄວ້າ 5 ​ເອກະ ສານສຳຄັນທີ່ເປັນລັກສະນະສຳມະນາແລະເປີດກວ້າງປະຊາທິປະໄຕໃນການປະກອບຄຳຄິດຄຳເຫັນ, ພ້ອມກັນຕີລາຄາ ທັງເປັນເອກະພາບຕໍ່ກັບການຕັດສິນໃຈແກ້ບັນຫາໃຫ້ມີການຫັນປ່ຽນຢ່າງຈະແຈ້ງໂດຍສະເພາະ ຕໍ່ບັນຫາຄົງຄ້າງທີ່ສັງຄົມມີຄວາມເປັນຫ່ວງແລະ ຮຽກຮ້ອງໃຫ້ມີການແກ້ໄຂໃນປັດຈຸບັນເພື່ອປັບ ປຸງຄວາມເຊື່ອໝັ້ນ ແລະ ສັດທາຂອງປະຊາຊົນຕໍ່ພັກເຮົາ. ສຳລັບບັນຫາສຳຄັນທີ່ໄດ້ມີການຄົ້ນຄວ້າເຊື່ອມຊຶມຄັ້ງນີ້ແມ່ນມີລັກສະນະຍຸດທະສາດ ທີ່ຕິດພັນໂດຍກົງຕໍ່ຄວາມຮັບຜິດຊອບການເມືອງຂອງຄະນະນຳແຕ່ລະຂັ້ນໃນການສ້າງບາດລ້ຽວໃໝ່ເພື່ອໃຫ້ການຊີ້ນຳນຳພາຂອງພັກໃນ 5 ປີ ຕໍ່ໜ້າມີຜົນສຳເລັດອັນຈົບງາມ.

No comments:

Post a Comment