Ad

Ad

26 April 2016

ສປປ ລາວ ລົງນາມຂໍ້ຕົກລົງວ່າດ້ວຍ ການປ່ຽນແປງດ້ານສະພາບອາກາດ ທີ່ ນິວຢອກ

     ໃນວັນສຸກ ທີ 22 ເດືອນເມສາ ເຊິ່ງເປັນວັນຄຸ້ມຄອງໂລກ, ສປປ ລາວ ໄດ້ລົງນາມຂໍ້ຕົກລົງວ່າດ້ວຍ ການປ່ຽນແປງດ້ານສະພາບອາກາດ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ທີ່ນິວຢອກ. ຜູ້ຕາງໜ້າ ສປປ ລາວ ທີ່ເຂົ້າຮ່ວມປະກອບມີທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ທ່ານ ພູວົງ ຫຼວງໄຊຊະນະ ຫົວໜ້າກົມຄຸ້ມຄອງຄວາມສ່ຽງ ແລະ ການປ່ຽນແປງດ້ານສະພາບອາກາດ ແລະ ທ່ານ ດາວວີ ວົງໄຊ ຫົວໜ້າພະແນກເສດຖະກິດ-ສັງຄົມສະຫະປະຊາຊາດ ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ.

    ເປັນຄັ້ງທໍາອິດທີ່ເກືອບ 200 ປະເທດຮ່ວມມືກັນສ້າງແຜນງານດ້ານສະພາບອາກາດໄລຍະຍາວ ທີ່ມີຄວາມຄາດໝາຍສູງ ເຊິ່ງເປັນການສົ່ງສັນຍານແຈ້ງບອກວ່າ: ທຸກປະເທດຕ້ອງເອົາໃຈໃສ່ລົງມືປະຕິບັດກ່ຽວກັບວຽກງານດັ່ງກ່າວ ແລະ ຍັງເປັນການສົ່ງສັນຍານແຈ້ງເຖິງບັນດາທຸລະກິດ ແລະ ພາກເອກະຊົນຮູ້ວ່າໂລກກໍາລັງກ້າວໄປສູ່ເສດຖະກິດພະລັງງານສະອາດ ເພື່ອສົ່ງເສີມການລົງມືປະຕິບັດແຜນງານຕາມໄລຍະ ລວມທັງເນັ້ນໜັກໃສ່ ການລະດົມທຶນດ້ານສະພາບອາກາດຈາກສາທາລະນະຊົນ ແລະ ພາກເອກະຊົນ ເພື່ອຊ່ວຍແບ່ງເບົາໃນໄລຍະການປັບຕົວໃນບັນດາປະເທດທຸກຍາກ ແລະ ດ້ອຍໂອກາດ
    ຂໍ້ຕົກລົງສະບັບນີ້ແນໃສ່ສ້າງຄວາມເຊື່ອໝັ້ນ ແລະ ຊຸກຍູ້ການລົງມືປະຕິບັດແຜນງານ ທີ່ມີຄວາມໝາຍ ລວມເຖິງການສ້າງເງື່ອນໄຂໃຫ້ບັນດາປະເທດພັດທະນາ ແລະ ກໍາລັງພັດທະນາຮັບປະກັນວ່າຈະເອົາໃຈໃສ່ປະຕິບັດພັນທະຂອງຕົນໃຫ້ດີທີ່ສຸດ ເພື່ອຊ່ວຍຫຼຸດຜ່ອນປະລິມານກາກບ່ອນ.


No comments:

Post a Comment