Ad

Ad

26 April 2016

ໄອຍະການມີຫລາຍຈຸດຕ້ອງແກ້ໄຂສູ່ຄຸນນະພາບໃໝ່

          ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຄໍາສານ ສຸວົງ ໃຫ້ຮູ້ຢູ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ VIII ທີ່ສໍາເລັດລົງເມື່ອບໍ່ດົນນີວ່າ:ຂະແໜງໄອຍະການຍັງຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂບັນຫາຄົງຄ້າງຫລາຍຈຸດເພື່ອກ້າວໄປສູ່ຄຸນນະພາບໃໝ່ທີ່ວ່າ:“ຮອບດ້ານ,ຄົບຖ້ວນ ແລະ ພາວະວິໃສໂດຍສະເພາະແມ່ນການຍົກສູງຄຸນທາດການເມືອງ,ຄຸນສົມບັດສີນທໍາປະຕິວັດ,ຈັນຍາບັນ ແລະ ຈັນຍາທໍາຂອງສະມາຊິກພັກ,ພະນັກງານຈໍານວນໜຶ່ງທີ່ບໍ່ທັນໜັກແຫນ້ນ,ປະຕິບັດໜ້າທີ່ວຽກງານບໍ່ມີຄວາມຫ້າວຫັນ,ແກ້ໄຂຄະດີບໍ່ທັນຕາມກໍານົດ,ເລັ່ງສະກັດກັ້ນການສວຍໃຊ້ໜ້າທີ່ບໍ່ຖືກຕ້ອງຕາມກົດໝາຍຂອງພະນັກງານທີ່ພາໃຫ້ເກີດມີສຽງຈົ່ມວ່າອັນບໍ່ດີຈາກສັງຄົມ,ເພີ່ມທະວີຄຸນະພາບການຕິດຕາມກວດກາການເຄົາລົບ,ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ທີ່ເຫັນວ່າຍັງບໍ່ທັນໄດ້ຮັບການປະຕິບັດດີເທົ່າທີ່ຄວນຍ້ອນຄວາມຮູ້ຄວາມສາມາດຂອງພະນັກງານຈຳນວນໜຶ່ງຍັງບໍ່ທັນສູງ ແລະ ປະສົບການຍັງຈໍາກັດ,ຂະນະດຽວກັນກໍສືບຕໍ່ພັດທະນາພື້ນຖານໂຄງ
ລ່າງ,ອຸປະກອນຮັບໃຊ້ອັນຈໍາເປັນ ແລະ ງົບປະມານ ໃຫ້ພຽງພໍກັບຄວາມຕ້ອງການ.
   ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໃຫ້ຮູ້ວ່າ: 5 ປີຜ່ານມາ,ຂະແໜງການຂອງຕົນໄດ້ຮັບຄໍາຮ້ອງ ແລະ ສໍານວນຄະດີທັງໝົດ 30.067 ເລື່ອງ,ໃນນີ້ສາມາດ ແກ້ໄຂແລ້ວ 29.746 ເລື່ອງເທົ່າກັບ 98,93%,ສັ່ງຟ້ອງຜູ້ກະທໍາຜິດ ແລະ ຖະແຫລງຂຶ້ນສານທັງໝົດ 21.262 ເລື່ອງ,ໃນນີ້ສານໄດ້ຕັດສີນ ຫລື ເອົາຕາມຄໍາແຫລງຂອງໄອຍະການ 20.982 ເລື່ອງເທົ່າກັບ 98,68%,ສານບໍ່ເອົາຕາມຄໍາຖະແຫລງຂອງໄອຍະການມີ 1.280 ເລື່ອງເທົ່າກັບ 6,10% ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າການປະຕິບັດ
ພາລະບົດບາດຕິດຕາມກວດກາການປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນ
ສານຂອງອົງການໄອຍະການຂັ້ນຕ່າງໆໄດ້ຮັບການປັບປຸງສູ່ຄຸນະພາບຕື່ມອີກກ້າວ

ໜຶ່ງໂດຍຮັບປະກັນຄວາມຖືກຕ້ອງ,ຍຸຕິທໍາ,ໂປ່ງໃສ ແລະ ທັນກໍານົດເວລາ.

No comments:

Post a Comment