ໃນວັນທີ 13 ເມສານີ້,ຢູ່ທີ່ບາງກອກຣາຊະອານາຈັກໄທ; ສະຖານເອກອັກຄະລັດຖະທູດແຫ່ງ
ສປປ ລາວ ປະຈໍາຣາຊະອານາຈັກໄທ ໄດ້ຈັດງານສະເຫລີມສະຫລອງວັນຂຶ້ນປີໃໝ່ ພສ 2559 ໂດຍ ການໃຫ້ກຽດເປັນອົງປະທານ ຂອງສົມເດັດພະເທບ
ຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ; ທ່ານ ທອງລຸນ ສີສຸລິດ
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ
ປປ ລາວ; ທ່ານ ຫລີ ບຸນຄໍ້າ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ
ປະຈໍາຣາຊະອານາຈັກໄທ, ທ່ານ ດອນ ປຣະມັດວິໄນ
ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ພ້ອມດ້ວຍແຂກພາກລັດ-ເອກະຊົນ
ລາວ-ໄທ, ພະນັກງານສະຖານທູດ ແລະ ຄົນໄທເຊື້ອສາຍລາວ
ເຂົ້າຮ່ວມຢ່າງຫລວງຫລາຍ.
ໃນໂອກາດອັນສະຫງ່າລາສີ
ສະຖານເອກອັກຄະລັດຖະທູດແຫ່ງສປປ ລາວ ໄດ້ຈັດພິທີບາສີສູ່
ຂວັນໃຫ້ແກ່ສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ເພື່ອເປັນສີລິມຸງຄຸນ
ໃນໂອ ກາດວັນປີໃໝ່ ພສ 2559 ແລະ ເນື່ອງໃນປີມະຫາມຸງຄຸນ ສະເຫລີມສະຫລອງພະຊົນພັນສາ
ຄົບຮອບ 61 ພັນສາຂອງສົມເດັດພະເທບ, ພ້ອມດຽວກັນ
ເພື່ອເປັນກຽດໃນພິທີອັນສະຫງ່າລາສີນີ້ ທ່ານ ທອງລຸນ ສີສຸ ລິດ ຮອງນາຍົກລັດຖະມົນຕີ,
ລັດຖະມົນການກະຊວງການຕ່າງປະເທດ ໄດ້ກ່າວອວຍພອນໄຊອັນປະເສີດແດ່
ສົມເດັດພະເທບ ຣັດຣາຊະສຸດາສະຫຍາມບໍຣົມມະຣາຊະກຸມາຣີ ຈົ່ງມີພະລານາໄມເຂັ້ມແຂງ
ຂໍໃຫ້ພະອົງເປັນຜູ້ອຸປະຖໍາ ແຫ່ງສາຍສຳພັນອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ໄທ
ຕະຫລອດໄປ.
ທ່ານ
ເອກອັກຄະລັດຖະທູດ ຫລີ ບຸນຄໍ້າ ກ່າວວ່າ: “ ເຫດການທີ່ພົ້ນເດັ່ນ
ແລະ ເປັນປະຫວັດ ສາດຂອງ ຄວາມສຳພັນ ລາວ-ໄທ ໃນລະຫວ່າງວັນທີ 31 ເມສາ -1 ພຶດສະພາ 2015
ທີ່ຜ່ານມາ ສົມເດັດ ພະເທບ ໄດ້ສະເດັດຢ້ຽມຢາມ ສປປ ລາວ ອີກຄັ້ງໃໝ່ ທີ່ນະຄອນຫລວງວຽງຈັນ,
ແຂວງວຽງຈັນ ແລະ ແຂວງຈຳປາສັກ (ເມືອງປາກຊ່ອງ)
ພໍດີກົງກັບວັນພຣະຣາຊສົມພົບ 60 ພັນສາຂອງພະອົງ ເພື່ອຕິດຕາມຄວາມຄືບໜ້າໂຄງການ
ພຣະຣາຊດຳຣິ ຕ່າງໆມາເຖິງປະຈຸບັນ ໂຄງການພຣະຣາຊດຳຣິໄດ້ສ້າງຂຶ້ນ
ແຕ່ເໜຶອຕະຫລອດໃຕ້ຂອງລາວ ລວມ ທັງໝົດ 14 ໂຄງການ
ເຊິ່ງລ້ວນແຕ່ເປັນໂຄງການເນັ້ນໃສ່ທາງດ້ານກະສິກຳ, ການສຶກສາ,
ວັດທະນາທຳ ແລະ ສາທາ ລະນະສຸກ
ປະ ກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ສປປ ລາວ, ອັນພົ້ນເດັ່ນໃນຕົ້ນປີນີ້
ໄດ້ສຳເລັດການ ກໍ່ສ້າງອາ ຄານໂຮງຮຽນມັດທະຍົມສົງ ແຂວງສາລາວັນ ແລະ
ເປີດຊຸດຝຶກອົບຮົມຄັ້ງທີ 18 ໃຫ້ແກ່ພະນັກງານແພດໝໍ ແລະ ສາທາລະນະສຸກຂອງລາວ ຈຳນວນ 81
ຄົນ ລວມທັງໝົດ 700 ກວ່າຄົນ.
ໃນໂອກາດການສະເຫລີມສະຫລອງບຸນປີໃໝ່
ພສ 2559 ໃນຄັ້ງນີ້ ຍັງມີການສະແດງສິລະປະ
ວັນນະຄະດີຈາກຄະນະສິລະປະກອນສູນກາງ ຢ່າງມ່ວນຊື່ນ, ທີ່ເຕັມໄປດ້ວຍດ້ວຍບັນຍາກາດອັນດີງາມຕັ້ງແຕ່ຕົ້ນຕະຫລອດປາຍ.

No comments:
Post a Comment