Ad

Ad

22 April 2016

ການຕັດສິນຄະດີຂອງສານມີຄວາມວ່ອງໄວຍຸຕິທໍາຫລາຍຂຶ້ນ

   ທ່ານປະທານສານປະຊາຊົນສູງສຸດ ຄພັນ ສິດທິດຳພາ ໄດ້ລາຍງານການເຄື່ອນໄຫວວຽກຂອງ ສານປະຊາຊົນສູງສຸດໃນໄລຍະ 5 ປີຜ່ານມາຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 20 ເມສານີ້ວ່າ: ການພິຈາລະນາຕັດສິນຄະດີແມ່ນຄວາມຮັບຜິດຊອບ, ແມ່ນໜ້າທີ່ການ ເມືອງຕົ້ນຕໍຂອງສານປະຊາຊົນທີ່ລັດຖະທຳມະນູນ ແລະ ກົດໝາຍກຳນົດໃຫ້ ເຊິ່ງຕະ ຫລອດໄລຍະ 5 ປີຜ່ານມາ ໄດ້ສຸມໃສ່ປັບປຸງ ແລະ ພັດທະນາແບບແຜນກົນໄກການດຳເນີນຄະດີໃຫ້ມີຄວາມວ່ອງໄວ ແລະ ຮັບປະກັນຄຸນນະພາບຕາມຫລັກການພື້ນຖານທີ່ກຳນົດໄວ້ໃນມາດຕາ 8 ຂອງກົດໝາຍວ່າດ້ວຍການດຳ ເນີນຄະດີແພ່ງ ແລະ ມາດຕາ 10 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ໂດຍຖືເອົາການຈັດຕັ້ງ ປະຕິບັດວຽກງານ 3 ສ້າງ ຕິດພັນກັບການຕັດສິນຄະດີ 3 ຂັ້ນຂອງສານປະຊາຊົນ ໂດຍສຸມໃສ່ປັບປຸງ ແລະ ພັດທະນາຂັ້ນຕອນ ແລະ ວິທີການເກັບກຳຂໍ້ມູນຫລັກຖານ
ໃຫ້ມີຄວາມຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ເພື່ອຮັບປະກັນການພິຈາລະນາຕັດສິນໃຫ້ມີຄວາມຖືກຕ້ອງ ແລະ ເປັນທຳຢູ່ສານຂັ້ນຕົ້ນ ຕາມຄຳຂວັນທີ່ວ່າ: ເຮັດໃຫ້ນ້ຳໃສມາແຕ່ຕົ້ນນໍ້າ, ເຮັດໃຫ້ສານຂັ້ນອຸທອນເປັນສານທີ່ກວດກາ, ກັ່ນຕອງ ການຕັດສິນຂອງສານຂັ້ນຕົ້ນ ແລະ ສານຂັ້ນລົບລ້າງ ເປັນ ສານຂັ້ນສຸດທ້າຍໃນການພິຈາລະນາກວດກາ ຄວາມຖືກຕ້ອງໃນການນຳໃຊ້ກົດໝາຍແກ້ໄຂຄະດີຂອງສານຂັ້ນລຸ່ມ. ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກ ງານຄືດັ່ງກ່າວມານັ້ນ ໄດ້ປະກອບສ່ວນເຮັດໃຫ້ການພິຈາລະນາຕັດສິນ ແລະ ພິພາກສາຄະດີຂອງສານມີ ຄວາມວ່ອງໄວ, ຖືກຕ້ອງ ແລະ ເປັນທຳຂຶ້ນເທື່ອລະກ້າວ, ຄູ່ຄວາມພໍໃຈຕໍ່ການໄກ່ເກັ່ຍ ແລະ ຍອມຮັບຕໍ່ ການຕັດສິນຂອງສານຫລາຍຂຶ້ນ ເຊິ່ງເຫັນໄດ້ຕະຫລອດໄລຍະ 5 ປີຜ່ານມາ ຄະດີເຂົ້າມາສານປະຊາຊົນ ທຸກຂັ້ນ (ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ) ມີທັງໝົດຈຳນວນ 29.995 ເລື່ອງ, ໄດ້ແກ້ໄຂແລ້ວ ຈຳນວນ 28.359 ເລື່ອງ ເທົ່າກັບ 94,64%, ຍັງຄ້າງຈຳນວນ 1.606 ເລື່ອງ ເຊິ່ງສາມາດໄຈ້ແຍກຄະດີ ຢູ່ສານປະຊາຊົນແຕ່ລະຂັ້ນ ຄືຄະດີເຂົ້າໃໝ່ຢູ່ສານຂັ້ນຕົ້ນ (ສານປະຊາຊົນເຂດ, ແຂວງ, ນະຄອນ) ມີຈຳ ນວນ 22.283 ເລື່ອງ, ໃນນັ້ນ ຄະດີຄ້າງມາຈຳນວນ 1.081 ເລື່ອງ ລວມຄະດີທັງໝົດຢູ່ສານຂັ້ນຕົ້ນມີ ຈຳນວນ 23.364 ເລື່ອງ, ແກ້ໄຂໄປແລ້ວຈຳນວນ 22.187 ເລື່ອງ ເທົ່າກັບ 94,96%, ຍັງຄ້າງຈຳນວນ 1.177 ເລື່ອງ ເທົ່າກັບ 5,04%; ຄະດີເປັນຂັ້ນອຸທອນຢູ່ສານປະຊາຊົນແຂວງ, ນະຄອນຈຳນວນ 2.325 ເລື່ອງ, ຢູ່ສານປະຊາຊົນພາກ ແລະ ສານທະຫານຂັ້ນສູງມີຈຳນວນ 2.205 ເລື່ອງ ລວມທັງໝົດມີຈຳ ນວນ 4.530 ເລື່ອງ, ແກ້ໄຂໄປແລ້ວຈຳນວນ 4.207 ເລື່ອງ ເທົ່າກັບ 92,86%, ຍັງຄ້າງຈຳນວນ 323 ເລື່ອງ ເທົ່າກັບ 7,14%; ຄະດີເປັນຂັ້ນລົບລ້າງຢູ່ສານປະຊາຊົນພາກມີຈຳນວນ 810 ເລື່ອງ, ຂັ້ນລົບລ້າງ ຢູ່ສານປະຊາຊົນສູງສຸດມີຈຳນວນ 1.291 ເລື່ອງ ລວມທັງໝົດມີຈຳນວນ 2.101 ເລື່ອງ, ແກ້ໄຂໄປແລ້ວ ຈຳນວນ 1.995 ເລື່ອງ ເທົ່າກັບ 94,95 ເລື່ອງ, ຍັງຄ້າງຈຳນວນ 106 ເລື່ອງ ເທົ່າກັບ 5,05%.
     ຜ່ານການຕິດຕາມກວດກາ, ປະເມີນຜົນການພິຈາລະນາຕັດສິນຄະດີຂອງສານແຕ່ລະຂັ້ນ ເຫັນວ່າມີ ປະສິດທິພາບດີຂຶ້ນ, ໂຈດ ແລະ ຈຳເລີຍມີຄວາມພໍໃຈຕໍ່ການຕັດສິນຂອງສານ ເຊິ່ງສະແດງອອກສານຂັ້ນ ຕົ້ນໄດ້ຕັດສິນຄະດີທັງໝົດຈຳນວນ 22.187 ເລື່ອງ, ພາຍຫລັງຕັດສິນແລ້ວຄູ່ຄວາມພໍໃຈຕໍ່ການຕັດສິນ ແລະ ເຫັນດີນຳໄປຈັດຕັ້ງປະຕິບັດຈຳນວນ 17.829 ເລື່ອງ ກວມ 80,35%; ຄູ່ຄວາມບໍ່ພໍໃຈຕໍ່ການຕັດ ສິນ ແລະ ຂໍອຸທອນຈຳນວນ 4.358 ເລື່ອງ ກວມ 19,65%. ສານຂັ້ນອຸທອນໄດ້ພິພາກສາທັງໝົດຈຳ ນວນ 4.207 ເລື່ອງ, ພາຍຫລັງພິພາກສາແລ້ວຄູ່ຄວາມພໍໃຈ ແລະ ເຫັນດີນຳໄປຈັດຕັ້ງປະຕິບັດຈຳນວນ 2.207 ເລື່ອງ ກວມ 52,47%, ຄູ່ຄວາມບໍ່ພໍໃຈ ແລະ ຂໍລົບລ້າງຈຳນວນ 2.000 ເລື່ອງ ກວມ 47,53%.

          ຄະດີທີ່ເຂົ້າມາສານຫລາຍກວ່າໝູ່ສາມາດແຍກເປັນແຕ່ລະປະເພດຄະດີດັ່ງນີ້: ຄະດີອາຍາແມ່ນຂໍ້ຫາ ຢາເສບຕິດມີເຖິງ 3.505 ເລື່ອງຂອງຈຳນວນຄະດີອາຍາທີ່ເຂົ້າໃໝ່ 12.475 ເລື່ອງ; ຄະດີເດັກແມ່ນຂໍ້ຫາ ລັກຊັບຂອງພົນລະເມືອງມີເຖິງ 204 ເລື່ອງ ຂອງຈຳນວນຄະດີເດັກທີ່ເຂົ້າໃໝ່ 643 ເລື່ອງ; ຄະດີແພ່ງ ແມ່ນສັນຍາກູ້ຢືມມີເຖິງ 1.232 ເລື່ອງຂອງຈຳນວນຄະດີແພ່ງທີ່ເຂົ້າໃໝ່ 5.556 ເລື່ອງ; ຄະດີຄອບຄົວ ແມ່ນສາຍຜົວເມຍມີເຖິງ 2.282 ເລື່ອງຂອງຈຳນວນຄະດີຄອບຄົວທີ່ເຂົ້າໃໝ່ 2.517 ເລື່ອງ; ຄະດີການ ຄ້າແມ່ນກູ້ຢືມເງິນທະນາຄານມີເຖິງ 478 ເລື່ອງຂອງຈຳນວນຄະດີການຄ້າທີ່ເຂົ້າໃໝ່ 902 ເລື່ອງ.

No comments:

Post a Comment