ຕາມການລາຍງານຂອງໜ່ວຍເຝົ້າລະວັງພະຍາດ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ນັບແຕ່ເດືອນທັນວາ 2015
ມາຮອດປັດຈຸບັນ, ທົ່ວນະຄອນຫຼວງວຽງຈັນມີຈຳ ນວນຜູ້ຕິດເຊື້ອໄຂ້ເລືອດອອກປະມານ
40 ກວ່າກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານໆມາແລ້ວເຫັນວ່າຫຼຸດລົງຫຼາຍ,
ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມ, ເຝົ້າລະວັງ,
ປ້ອງກັນ ແລະ
ສະກັດກັ້ນພະຍາດດັ່ງກ່າວຢ່າງມີປະສິດທິພາບຂອງພາກສ່ວນກ່ຽວຂ້ອງສາທາລະນະສຸກ,ອຳນາດການປົກຄອງ, ກໍຄືການມີສ່ວນຮ່ວມຂອງປະຊາຊົນໃນການທຳລາຍແຫຼ່ງເພາະພັນຂອງຍຸງລາຍ,ໂດຍການປະຕິບັດຕາມຄຳຂັວນ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ,ຈຶ່ງເຮັດໃຫ້ປີນີ້ບໍ່ມີການລະບາດຂອງພະຍາດໄຂ້ເລືອດ
ອອກ, ເຖິງຢ່າງໃດກໍດີເພື່ອສືບຕໍ່ເຝົ້າລະວັງ,ປ້ອງກັນ
ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ເກີດລະບາດຂື້ນອີກດັ່ງທີ່ເຄີຍເປັນມາ,ຈຶ່ງຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ປະຊາຊົນສືບຕໍ່ເຝົ້າລະວັງ ແລະ
ທຳລາຍແຫຼ່ງເພາະພັນຂອງຍຸງລາຍ,ໂດຍການປະຕິບັດຕາມຄຳຂັວນ 5 ປ
ຢ່າງເຂັ້ມງວດຈົນກວ່າພະຍາດນີ້ຈະດັບສູນໄປຄື:
1 ປິດຝາພາສະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນເພື່ອບໍ່ໃຫ້ຍຸງມາໄຂໃສ່,
2 ປ່ຽນນ້ຳໃນພາສະນະເຊັ່ນ: ເຕົ້າດອກໄມ້,
ນ້ຳຮອງຕີນຕູ້, ຖານຮອງຈອກ. 3 ປ່ອຍປາຫາງ
ນົກຍົກເພື່ອກິນໜອນນ້ຳ, 4 ປັບປຸງສິ່ງ ແວດລ້ອມອອ້ມເຮືອນບໍ່ໃຫ້ມີກະໂປະ,
ກະປ່ອງ, ຢາງຕີນລົດເກົ່າທີມີນ້ຳຂັງ,
5 ປະຕິບັດໃຫ້ເປັນນິດໃສປະຈຳທຸກໆອາທິດ,ຖ້າເປັນໄຂ້ໃຫ້ໄປພົບແພດໝໍພຽງເທົ່ານີ້ກໍຈະສາມາດກຳຈັດໄຂ້ເລືອດອອກໄດ້.

No comments:
Post a Comment