ໃນກອງປະຊຸມຄັ້ງປະຖົມມະເລິກຂອງສະພາແຫ່ງຊາດຊຸດທີ
VIII,
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ
ໄດ້ສະເໜີແຜນດັດແກ້ງົບປະມານແຫ່ງລັດສົກປີ 2015-2016 ຕໍ່ສະພາແຫ່ງຊາດເມື່ອວັນທີ 21
ເມສານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ສົກປີ 2015-2016 ໄດ້ດຳເນີນໄປພາຍໃຕ້ສະພາບແວດລ້ອມ, ທີ່ຍັງມີຂໍ້ສະດວກ
ແລະ ຂໍ້ຫຍຸ້ງຍາກ ປະປົນກັນໄປ, ໂດຍສະເພາະການເຕີບໂຕທາງດ້ານເສດຖະກິດຂອງລາວ
ຍັງຢູ່ໃນລະດັບດີສົມຄວນ, ອັດຕາເງິນເຟີ້ຍັງຕ່ຳ, ເສດ ຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແຕ່ແຜນງົບປະມານປີນີ້
ເປັນແຜນງົບປະມານທີ່ສືບຕໍ່ແກ້ຜົນພວງຈາກໜີ້ສິນຄຸມເຄືອການລົງທຶນຂອງລັດອັນໜັກໜ່ວງ,
ເປັນແຜນທີ່ຂາດດຸນສູງ, ເປັນແຜນທີ່ສ້າງຂຶ້ນ
ແລະ ຮັບຮອງເອົາບົນພື້ນຖານລາຍຈ່າຍທີ່ມີພັນທະໄວ້ແລ້ວຂ້ອນຂ້າງສູງ, ສ່ວນເສດຖະກິດໂລກ ແລະ ພາກພື້ນ ແມ່ນຂະຫຍາຍຕົວຕ່ຳ, ລາຄາວັດຖຸດິບ, ແຮ່ທາດ ແລະ
ນ້ຳມັນຕະຫລາດ
ໂລກຫລຸດລົງຕ່ຳກວ່າການຄາດຄະເນໄວ້ເກືອບເຄິ່ງໃນເວລາສ້າງແຜນງົບປະມານສົກນີ້,
ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VII ໄດ້ຮັບຮອງເອົາແຜນງົບປະມານແຫ່ງລັດ ສົກປີ 2015-2016 ດັ່ງນີ້:
ແຜນລາຍຮັບທັງໝົດ ຈຳນວນ 26.159 ຕື້ກີບ, ໃນນັ້ນ ລາຍຮັບພາຍໃນ
23.613 ຕື້ກີບ ແລະ ລາຍຮັບຊ່ວຍເຫລືອລ້າ 2.546 ຕື້ກີບ, ແຜນລາຍຈ່າຍທັງໝົດ
31.946 ຕື້ກີບ, ການດຸນດ່ຽງທັງໝົດ ຈຳນວນ 5.787 ຕື້ກີບ.
ຕໍ່ບັນຫາດັ່ງກ່າວ
ກະຊວງການເງິນຈຶ່ງສະເໜີຕໍ່ສະພາແຫ່ງຊາດພິຈາລະນາດັດແກ້ຫລຸດແຜນລາຍຮັບງົບປະມານພາຍໃນຈຳນວນ
2.459 ຕື້ກີບ ຫລື ຫລຸດຈາກ 26.159 ຕື້ກີບ ມາເປັນ 23.700 ຕື້ກີບ, ດ້ານລາຍຈ່າຍໃຫ້ຫລຸດລົງຈຳນວນ 828 ຕື້ກີບ ຫລື ຫລຸດຈາກ 31.946 ມາເປັນ
31.118 ຕື້ກີບ, ສິ່ງທີ່ສະເໜີມາຂ້າງເທິງນັ້ນ
ຈະເຮັດໃຫ້ການຂາດດຸນເພີ່ມຈຳນວນ 1.631 ຕື້ກີບ ຫລື ເພີ່ມຈາກ 5.787 ຕື້ກີບ ເທົ່າກັບ 5%
ຂອງ GDP ເພີ່ມເປັນ 7.418 ຕື້ກີບ ຫລື ເທົ່າກັບ 6,43% ຂອງ GDP,
ໃນນັ້ນ ມີການກູ້ຢືມພາຍໃນເພີ່ມຈຳນວນ 1.359 ຕື້ກີບ ແລະ
ດຸນດ່ຽງຈາກເງິນບຳນານເກີນແຜນສົກປີ 2014-2015 ຈຳນວນ 272 ຕື້ກີບ.
No comments:
Post a Comment