ທ່ານ ແອນດຣິວ
ມິດແຊວມໍ ອຳນວຍການໃຫຍ່ບໍລິສັດບໍ່ຄຳເຊໂປນ (MMG)ກ່າວໃນພິທີສະ ຫຼອງຜົນສຳເລັດຂອງການຈັດຕັ້ງປະຕິດບັດໂຄງການໂພສະນາການ
1000 ວັນ ໄລຍະທີ 1 ເມື່ອມໍ່ໆມານີ້ວ່າ: ພາຍຫຼັງທີ່ງຈັດຕັ້ງປະຕິບັດໂຄງການໂພສະນາການ
1000 ວັນໄລຍະທີ 1 ແລະ ເຫັນວ່າມີຜົນສຳເລັດຕາມລະດັບຄາດໝາຍ,ດັ່ງນັ້ນບໍລິສັດ
MMG ຍັງຈະສືບຕໍ່ສະໜັບສະໜູນໂຄງການດັ່ງກ່າວໄລຍະທີ 2 ຢູ່ 4
ແຂວງຂອງລາວ,ໃນມູນຄ່າ 1,39 ລ້ານໂດລາສະຫາລັດ,ເພື່ອສະໜັບສະໜູນວຽກງານໂພຊະນະການ,ກໍຄືວຽກງານສຸຂະພາບແມ່
ແລະ ເດັກຢູ່ລາວ,ໂດຍການຮ່ວມມືກັບກະຊວງສາທາລະນະສຸກ,ສູນກາງສະຫະພັນແມ່ຍິງລາວ ແລະ ອົງ ການສະຫະປະຊາຊາດເພື່ອແມ່ ແລະ ເດັກ (UNICEF
) ປະຈຳລາວ, ສຳລັບໂຄງການ ໄລຍະທີ 2
ແມ່ນຈະສານຕໍ່ຜົນສຳເລັດໃນໄລຍະທີ່ 1 ຜ່ານມາ ແລະ ຂະຫຍາຍ ການ
ບໍລິການດ້ານໂພຊະນາການ,ລວມທັງການແຈກຢາຍຝຸ່ນວິຕາ ມິນ ແລະ ເກືອແຮ່ ຜ່ານສຸກສາລາ ແລະ
ຈຸດບໍລິການເຜີຍແຜ່ຂໍ້ມູນດ້ານສາທາລະນະ ສຸກຕ່າງໆໃຫ້ແກ່ເດັກ ນ້ອຍປະມານ 270 ພັນຄົນ,ໃນ 22 ເມືອງ ຢູ່ 4 ແຂວງຄື: ສະຫວັນນະເຂດ, ສາລະວັນ,
ອັດຕະປື ແລະ ຫົວພັນ.
ອຳນວຍການໃຫຍ່ບໍລິສັດດັ່ງກ່າວໃຫ້ຮູ້ວ່າ:
ໂຄງການໂພຊະນະການ 1000 ວັນ,ຈະສຸ່ມໃສ່ 1000 ວັນທຳອິດຂອງອາຍຸເດັກ,ນັບແຕ່ໄລຍະຖືພາຈົນເຖິງອາຍຸໄດ້
2 ປີ,ຊຶ່ງເປັນໄລຍະສຳຄັນຂອງການພັດທະນາໃນໄວເດັກ, ເພື່ອພັດທະນາທາງສະໝອງ ແລະ ທາງກາຍຍະພາບ, ຫຼຸດຜ່ອນອັດຕາການເຕ້ຍຂອງເດັກ
ແລະ ການຂາດທາດສັງກະສີທີ່ພາໃຫ້ເປັນພະຍາດເລືອດຈາງໃນເດັກຜ່ານແຜນງານສຸຂະສຶກສາແກ່ຊຸມຊົນ
ແລະ ການແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່ທີ່ຈຳເປັນ,ທີ່ເປັນສາເຫດອັນດັບໜຶ່ງຂອງການຂາດສານອາຫານໃຫ້ແກ່ເດັກທີ່ທຸກຍາກ
ຂາດເຂີນ,ເຂດຫ່າງໄກສອກຫຼີກ.

No comments:
Post a Comment