Ad

Ad

21 April 2016

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການແຕ່ວັນທີ 20-23 ເມສານີ້, ທີ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດຊຸດທີ VII, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ບຸນຍັງ ວໍລະຈິດ ແລະ ທ່ານປະທານປະເທດແຫ່ງ ສປປ ລາວ ຈູມມາລີ ໄຊຍະສອນ, ມີບັນດາການນຳຂັ້ນສູງພັກ-ລັດ, ມີອະດີດການນຳສະມາຊິກສະພາແຫ່ງຊາດຊຸດທີ VIII,ບັນດາທູຕານຸທູດແລະອົງການຈັດຕັ້ງສາກົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານນາງ ປານີ ຢາທໍຕູ້ ໄດ້ກ່າວສູນທອນພົດໄຂກອງປະຊຸມວ່າ: ໃນໄລຍະ 5 ປີຜ່ານມາພາຍໃຕ້ການນໍາພາຂອງພັກ, ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດແລະທົ່ວປວງຊົນລາວບັນດາເຜົ່າເປັນເຈົ້າການຜັນຂະຫຍາຍແລະຈັດຕັ້ງປະຕິບັດມະຕິ IX ຂອງພັກ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີຄັ້ງທີ VII ດ້ວຍຈິດໃຈບຸກທະລຸທັງ 4 ດ້ານຢ່າງແຂງແຮງແລະຕໍ່ເນື່ອງ,ສາມາດຍາດໄດ້ຜົນສໍາເລັດທີ່ສໍາຄັນເປັນພື້ນຖານຫລາຍດ້ານເປັນຕົ້ນ: ອໍານາດອະທິປະໄຕແລະຜືນແຜນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດແຫ່ງຊາດໄດ້ຂະຫຍາຍຕົວດ້ວຍຈັງຫວະໄວ, ຕໍ່ເນື່ອງແລະ ດໍາເນີນໄປຢ່າງຖືກທິດ, ຂົງເຂດວັດທະນາທໍາ-ສັງຄົມໄດ້ຮັບການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ອັນພົ້ນເດັ່ນແມ່ນການປະຕິບັດເປົ້າໝາຍສະຫັດສະວັດ, ລະບົບການເມືອງຂອງລະບອບປະຊາທິປະໄຕ ປະຊາຊົນ ໄດ້ຮັບການປັບປຸງບູລະນະ, ມີຄວາມໜັກແໜ້ນ,ເຂັ້ມແຂງຕາມທິດ 3 ສ້າງ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງແລະຍົກສູງດີຂຶ້ນ, ຖານະບົດບາດແລະອິດທິພົນຂອງ ສປປ ລາວ ໄດ້ຮັບການເຊີດຊູສູງເດັ່ນຂື້ນກວ່າເກົ່າໃນເວທີພາກພື້ນ ແລະ ສາກົນ. ສະພາແຫ່ງຊາດໃນຖານະເປັນອົງການຕົວແທນແຫ່ງສິດແລະຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າໄດ້ຮັບການປັບປຸງແລະເປັນເຈົ້າການປະຕິບັດພາລະບົດ
ບາດຂອງຕົນ, ຊຶ່ງ 5 ປີຜ່ານມາສະພາແຫ່ງຊາດຊຸດທີ VII ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກເຂົ້າໃນການເຄື່ອນໄຫວວຽກງານຂອງຕົນດ້ວຍຈິດໃຈບຸກທະລຸໂດຍຕິດພັນກັບການປັບປຸງກົງຈັກການຈັດຕັ້ງແລະ ປະຕິບັດພາລະບົດບາດນິຕິບັນຍັດ, ຕິດຕາມກວດກາ,ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດນັບມື້ນັບມີປະສິດທິຜົນດີຂຶ້ນ, ເຮັດໃຫ້ສະພາແຫ່ງຊາດຊຸດທີ VII ສໍາເລັດໜ້າທີ່ການເມືອງທີ່ພັກ-ລັດແລະປະຊາຊົນມອບໝາຍໃຫ້, ອັນໄດ້ປະກອບ ສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດຄື:ປົກປັກຮັກສາແລະສ້າງສາພັດທະນາປະເທດຊາດຕາມຈຸດໝາຍທີ່ກໍານົດໄວ້.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍຜົນການເລືອກຕັ້ງ ແລະ ຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດຊຸດທີ VIII, ພິຈາລະນາ ແລະ ຮັບຮອງກົງຈັກການຈັດຕັ້ງຂອງອຳນາດລັດ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ແລະ ແຜນງົບປະມານແຫ່ງລັດ 2016-2020,ແຜນ ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ແຜນສ້າງ ແລະ ປັບປຸງກົດໝາຍໃນ 5 ປີຕໍ່ໜ້າ.
ກອງປະຊຸມຄັ້ງສໍາຄັນນີ້, ໄດ້ເຫັນດີເປັນເອກະພາບຮັບຮອງເອົາທ່ານນາງ ປານີ ຢາທໍ່ຕູ້ ເປັນປະທານສະພາແຫ່ງຊາດຊຸດທີVIIIອີກວາລະໜຶ່ງ, ເລືອກເອົາທ່ານພົນໂທແສງນວນໄຊຍະລາດ, ທ່ານສົມພັນ ແພງຄໍາມີ, ທ່ານດຣ ບຸນປອນ ບຸດຕະນະວົງ ແລະ ທ່ານນາງ ສີໃສ ລືເດດມູນສອນ ເປັນຮອງປະທານສະພາແຫ່ງຊາດ ແລະ ຄະນະປະຈໍາສະພາແຫ່ງຊາດອີກຈໍານວນ 9 ທ່ານ, ເລືອກເອົາສະ ຫາຍ ບຸນຍັງ ວໍລະຈິດເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກປະຊາຊົນປະຕິວັດລາວເປັນປະທານປະເທດ ແຫ່ງ ສປປ ລາວ, ເລືອກເອົາທ່ານ ດຣ ພັນຄໍາ ວິພາວັນ ເປັນຮອງປະທານປະເທດແຫ່ງ ສປປ ລາວ,ເລືອກເອົາທ່ານ ທອງລຸນ ສີສຸລິດເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເລືອກເອົາທ່ານ ດຣ ບຸນທອງຈິດມະນີ ເປັນຮອງນາຍົກລັດຖະມົນຕີທັງເປັນປະທານອົງການກວດກາລັດຖະ ບານ ແລະ ປະທານອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ເລືອກເອົາທ່ານ ສົມດີ ດວງດີລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນເປັນຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ເລືອກເອົາທ່ານ ສະເຫລີມໄຊ ກົມມະສິດ ເປັນລັດຖະມົນຕົນຕີວ່າການກະຊວງການຕ່າງປະ

ເທດ, ເລືອກເອົາທ່ານ ພົນໂທ ຈັນສະໜອນຈັນຍາລາດ ເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດແລະເຫັນດີເລືອກເອົາທ່ານ ຄໍາສານ ສຸວົງ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະ ທ່ານ ຄໍາພັນ ສິດທິດໍາພາ ເປັນປະທານສານສູງສູດອີກວາລະໜຶ່ງ.

No comments:

Post a Comment