Ad

Ad

7 April 2016

ຄຳ​ສັ່ງ​ເຈົ້າ​ຄອງ​ນະຄອນ​ກ່ຽວ​ກັບ​ການ​ສະຫລອງ​ບຸນປີ​ໃໝ່​ລາວ ພສ 2559

          ​ເພື່ອເຮັດໃຫ້ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2559 ທີ່ຈະມາໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ດຳເນີນໄປດ້ວຍຄວາມເບີກບານມ່ວນຊື່ນ, ຮັກສາມູນເຊື້ອວັດທະນະທຳ, ປະເພນີອັນດີງາມຂອງຊາດ, ​ເສີມສ້າງຄວາມສາມັກຄີ, ​ໄມຕີຈິດມິດຕະພາບຂອງຊາວນະຄອນຫລວງກັບແຂກ​​ເມືອງ, ຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມແລະ ຄວາມສວຍງາມຂອງເມືອງຫລວງໃຫ້ດີເຈົ້າຄອງນະຄອນຫລວງວຽງຈັນ ອອກຄຳສັ່ງແນະນຳດັ່ງນີ້: 1.) ​ໃຫ້ທົ່ວນະຄອນຫລວງວຽງຈັນ ຈັດງານສົ່ງທ້າຍປີເກົ່າ ພສ 2558 ​ແລະ ຕ້ອນຮັບປີໃໝ່ ພສ 2559 ຢ່າງເປັນ​​ເອກກະພາບໃນຂອບເຂດທົ່ວນະຄອນຫລວງວຽງຈັນ ຕາມປະເພນີແລະ ນະໂຍບາຍລັດຖະບານ
ກຳນົດ 4 ວັນຄື: ວັນທີ 13, 14, 15, 16 ​ເມສາ 2016 ​ແລະໃຫ້​​ເອົາວັນທີ 12 ​ເມສາ 2016 ​ເປັນມື້ພັກຊົດເຊີຍ; 2.) ການສະເຫລີມສະຫລອງປີໃໝ່ລາວແມ່ນໃຫ້ສົ່ງເສີມກິດຈະກຳ ທີ່ເປັນປະເພນີອັນດີງາມຄື: ການພົບປະສ້າງສັນແລະ ບາສີສູ່ຂວັນພາຍໃນຄອບຄົວ ຫລື ການຈັດຕັ້ງ, ການຫົດນ້ຳອວຍໄຊໃຫ້ພອນຜູ້ອາວຸໂສແລະ ຊື່ງກັນແລະ ກັນ, ການເຂົ້າວັດຫົດສົງພະພຸດທະຮູບ, ຕົບພະທາດຊາຍແລະ ກິດຈະກຳປິ່ນອ້ອມອື່ນ ທີ່ເຫັນວ່າມີຄວາມຈຳເປັນ, ມີຜົນປະໂຫຍແລະ ມີຄວາມສາມາດຄວບຄຸມຂອງທຸກພາກສ່ວນຕົນ; 3.) ​ໃຫ້ທຸກພາກສ່ວນແລະ ທຸກເພດໄວ ສົ່ງເສີມ, ​ເຜີຍແຜ່ວັດທະນະທຳແລະ ມາລະຍາດທີ່ດີງາມຂອງຊາດລາວໃນການຈັດກິດຈະກຳແລະ ການປະພຶດຕ່າງໂດຍສ່ອງແສງໃຫ້ເຫັນເຖິງຄວາມຮັກ, ຄວາມກະຕັນຍູຮູ້ບຸນຄຸນຜູ້ອາວຸໂສ, ຄວາມສຸພາບອ່ອນໂຍນ, ຄວາມມີສະເໜ່, ສະອາດບໍລິສຸດຜຸດຜ່ອງແລະ ສີວິໄລ, ຢັບຢັ້ງສິ່ງອັບປະມຸງຄຸນບໍ່​​ໃຫ້ເກີດຂຶ້ນເຊັ່ນ: ອັກຄີໄພ, ສຽງແຕກ, ຕົວະຍົວະ, ອາລະວາດຕີກັນ, ມືນເມົາແລະ ອຸປະຕິເຫດໃນຕະຫລອດງານ, ສຳລັບເວລາຫົດສົງນ້ຳແບບມວນຊົນໃຊ້ເວລາ 4 ວັນຄື: ວັນທີ 13, 14, 15, 16 ​ເມສາ 2016 ​ເລີ່ແຕ່ເວລາ 9:00 ​​ໂມງເຖິງ 18:00 ​ໂມງ; 4.) ສະຖານທີ່ຈັດງານສົ່ງທ້າຍປີເກົ່າ​-ຕ້ອນຮັບປີໃໝ່ໃຫ້ຈັດຢູ່ຕາມເຮືອນ, ສະໂມສອນຂອງບ້ານ, ສຳນັກງານ, ​ໂຮງງານ, ວັດວາອາຣາມ, ​ແຫລ່ງທ່ອງທ່ຽວ, ສວນວັດທະນະທຳ, ຫາດຊາຍຕາມແມ່ນ້ຳງື່ມແລະ ນ້ຳຂອງທີ່ມີເງື່ອນໄຂຄົບຖ້ວນ, ສຳລັບສະຖານທີ່ທີ່ອົງການປົກຄອງນະຄອນຫລວງວຽງຈັນຮັບຜິດຊອບແມ່ນໃຫ້ຈັດໃສ່ຄຸ້ມຄອງຕົວເມືອງເກົ່າ, ຕາມຖະໜົນເສດຖາທິລາດ ຫາເຈົ້າຟ້າງຸ່ມແລະ ບໍລິເວນຫາດດອນຈັນ; ​ໃຫ້ທຸກຄົນປະຕິບັດຂໍ້ຫ້າມໃນການຫລີ້ນບຸນປີໃໝ່ດັ່ງນີ້: ຫ້າມດື່ມທາດເຫລົ້າແລະເສບສິ່ງມືນເມົາແລ້ວຂັບລົດ, ຫ້າມນ້ຳໃຊ້ລົດປ້າຍລັດເລາະຫົດນ້ຳ, ຫ້າມຫົດນ້ຳສີ, ນ້ຳເປື້ອນ, ນ້ຳຄັນ, ​ແກວ່ງຖົງນ້ຳ, ນ້ຳກ້ອນໃສ່ກັນ, ຕໍ່ທໍ່ນ້ຳແລ້ວເອົານ້ຳຂຶ້ນລົດເລາະຫົດເດັດຂາດ, ຫ້າມນຸ່ງເຄື່ອງໂປ້, ​ເປືອຍເຂົ້າວັດແລະ ສະຖານທີ່ຊຸມຊົນ, ຫ້າມຂາຍແລະ ຈູດໝາກກາໂພແລະ ວັດຖຸອຸປະກອນທີ່ກໍໃຫ້ເກີດສຽງແຕກທຸກຊະນິດ, ຫ້າມເສບດົນຕີ, ​ເປີດເຄື່ອງສຽງຟົດເນືອງນັນບ້ານເມືອງເກີນຂອບເຂດຢູ່ກາງແຈ້ງແລະ ຄົບງັນມ່ວນຊື່ນ, ສົ່ງສຽງແຮງກາຍເວລາ 23 ​ໂມງ 30 ນາທີ.

No comments:

Post a Comment