Ad

Ad

8 April 2016

ຮ້ານຄຳ​ພູ​ວົງ ​​ມອບ​ໂຊກໃຫ້​ລູກ​ຄ້າສະຫລອງ​ຄົບຮອບ 33 ປີ

          ວັນທີ 6 ​ເມສາຜ່ານມາ, ຢູ່ຮ້ານຂາຍຄຳພູວົງ ສາຂາໄອເຕັກມໍ, ​ໄດ້ຈັດພິທີສະ​​ ເຫລີມສະຫລອງການດຳເນີນທຸລະກິດອັນຍະມະນີດ້ວຍຄຸນນະພາບທີ່ໜ້າພໍໃຈຂອງລູກຄ້າຕະຫລອດ 33 ປີຜ່ານມາ, ​ໂດຍທ່ານ ພູວົງ ພະມີສິດເຈົ້າຂອງຮ້ານຄຳພູວົງໄດ້ກ່າວວ່າ: ການດຳເນີນທຸລະກິດຄ້າຂາເຄື່ອງປະດັບ, ​ຊຶ່ງໄດ້ຮັບການຕອບຮັບແລະ ປະສົບຜົນສຳເລັດມາເລື້ອຍໆຈາກຮ້ານຂາຍຄຳນ້ອຍໆພຽງຮ້ານດຽວກາຍມາເປັນທຸລະກິດ​​ໃຫຍ່ແລະ ມີສາຂາເກືອບ 10 ​ແຫ່ງ, ພ້ອມນີ້ໃນໂອກາດສະເຫລີມສະຫລອງຄົບຮອບ 33 ປີ, ທາງຮ້ານ​​ໄດ້ຈັດກິດຈະກຳຄືນກຳໄລໃຫ້ລູກຄ້າທີ່ມາໃຊ້ບໍລິການ, ​​ດ້ວຍການມອບໂຊກ 3 ຊັ້ນ ລວມມູນຄ່າ
ຫລາຍກວ່າ 70 ບາດຄຳ, ​ໂດຍມີກະຕິກາງ່າຍໆພຽງແຕ່ລູກຄ້າຊື້ຄຳຢູ່ສາຂາຕະຫລາດເຊົ້າມໍ 2, ວັງທອງໄນພລາຊາແລະ ສາຂາໄອເຕັກມໍ ຊັ້ນ 2 ​ໃຫ້ຄົບ 1 ບາດ ກໍມີສິດລຸ້ນເພື່ອຮັບໂຊກ 3 ຊັ້ນໄດ້, ຊຶ່ງ​​ປະກອບມີ: ໂຊກຊັ້ນທີໜຶ່ງ ພຽງຊື້ຄຳ​ 1 ບາດ ຮັບໄປເລີຍ ຈອກແກ້ວ, ​ເສື້ອ​, ຄັນຮົ່ມ, ໝວກ, ​ເຄື່ອງໄຟຟ້າແລະ ອື່ນໆ, ໂຊກຊັ້ນທີ 2 ຮັບບັດຊິງໂຊກແລ້ວຂຽນຊື່​, ທີ່ຢູ່ແລະເບີໂທລະສັບແລ້ວປ່ອນລົງກ່ອງຮັບບັດເພື່ອລຸ້ນໂຊກປະຈຳເດືອນ ຈຳນວນ 2 ລາງວັນຄື: ຄຳນ້ຳໜັກ 1 ບາດ 1 ລາງວັນແລະ ຄຳນ້ຳໜັກ 2 ສະຫລຶງ 1 ລາງວັນແລະໂຊກ​​ໃຫຍ່ຊັ້ນທີ 3 ບັດຊິງໂຊກທຸກໃບຈະມາສິດລຸ້ນໂຊກໃນທ້າຍປີ 2016ນີ້ຄື: ​ຊຸດຄຳ ອອກງານຍິງ-ຊາຍ ນ້ຳໜັກ 33 ບາດ 1 ລາງວັນ, ຄຳ ນ້ຳໜັກ 5 ບາດ 1 ລາງວັນ, 2 ບາດ 2 ລາງວັນ, 1 ບາດ 2 ລາງວັນແລະ 1 ສະຫລຶງ 33 ລາງວັນ. ນອກຈາກນີ້ ຍັງມີລາງວັນພິເສດ ​​ແຈກຄຳ ນ້ຳໜັກ 5 ບາດ 1 ລາງວັນ  ​ແລະ ຄຳ ນ້ຳໜັກ 2 ບາດ 1 ລາງວັນໃນເດືອນສິງຫາ 2016 ນີ້ອີກດ້ວຍ.

No comments:

Post a Comment