Ad

Ad

29 April 2016

ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຍີ່ປຸ່ນຈະ​ເດີນທາງ​ມາ​ຢ້ຽມຢາມ​ລາວແຕ່​ວັນ​ທີ 4-5 ພຶດສະພານີ້

            ຕອບສະໜອງຕາມຄໍາເຊີນຂອງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສປປ ລາວ, ທ່ານ ຟູມິໂອະ ກິຊິດະ Mr. Fumio KISHIDA ລັດຖະມົນຕີກະຊວງການຕ່າງປະເທດຍີປຸ່ນ, ພ້ອມຄະນະຈະເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 4-5 ພືດສະພາທີ່ຈະເຖິງນີ້ເພື່ອເປັນການສົ່ງເສີມສາຍພົວພັນຮ່ວມມືອັນດີງາມລະຫວ່າງ ສປປ ລາວແລະ ຍີ່ປຸ່ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

          ທ່ານ ຟູມິໂອະ ກິຊິດະເກີດເມື່ອວັນທີ 29 ກໍລະກົດ 1957, ປີ 1982 ສຳເລັດການສຶກສາລະດັບປະລິນຍາຕີ ມະຫາວິທະຍາໄລວາເຊດະ (ນິຕິສາດ) ​ເຂົ້າເຮັດວຽກຢູ່ທະນາຄານ LTCB ຍີ່ປຸ່ນ, 1987 ​​ເປັນເລຂາສະມາຊິກສະພາຕໍ່າ, 1993 ​ໄດ້ຮັບເລືອກເຂົ້າເປັນສະມາຊິກສະພາຕໍ່າຄັ້ງທຳອິດ, 1999 ​ລັດຖະມົນຕີຊ່ວຍວ່າການກະຊວງການກໍ່ສ້າງຝ່າຍສະພາ (ລັດຖະບານໂອບູຈິ ສະໄໝທີ 2), 2000 ລັດຖະມົນຕີຊ່ວຍວ່າການກະຊວງການກໍ່ສ້າງຝ່າຍສະພາ (ລັດຖະບານໂມຣິ), 2001 ລັດຖະ ມົນຕີຊ່ວຍວ່າການກະຊວງສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດແລະເຕັກໂນໂລຊີ (ລັດຖະ ບານໂກອິຊຸມິ), 2005 ປະທານຄະນະກຳມະການ
ສາທາລະນະສຸກ, ​ແຮງງານແລະ ສະຫວັດດີການຂອງສະພາຕໍ່າຍີ່ປຸ່ນ, 2007 ລັດຖະມົນຕີຜູ້ຮັບຜິດຊອບວຽກງານສະເພາະ (ລັດຖະບານ ອາເບະ ສະໄໝທີ 1), 2008 ລັດຖະມົນຕີຮັບຜິດຊອບວຽກງານຜູ້ບໍລິໂພ, ລັດຖະມົນຕີຮັບຜິດຊອບນະໂຍບາຍອາວະກາດ (ລັດຖະບານ ຟຸກຸດະ), 2011 ປະທານຄະນະກຳມະການວຽກງານຝ່າຍສະພາຂອງພັກເສລີປະຊາທິປະໄຕ, ​ເດືອນທັນວາ 2012 ລັດຖະມົນຕີວ່າການກະຊວງການຕ່າງປະເທດ (ລັດຖະບານ ອາເບະ ສະໄໝທີ 2), ​ເດືອນກັນຍາ 2014 ລັດຖະມົນຕີວ່າການກະຊວງການຕ່າງປະເທດ (ລັດຖະບານ ອາເບະ ສະໄໝທີ 2-ປັບປຸງຄະນະລັດຖະບານ), ​ເດືອນທັນວາ 2014 ລັດຖະ ມົນຕີວ່າການກະຊວງການຕ່າງປະເທດ (ລັດຖະບານ ອາເບະ ສະໄໝທີ 3), ​ເດືອນຕຸລາ 2015 ລັດຖະມົນຕີວ່າການກະຊວງການຕ່າງປະເທດ (ລັດຖະບານ ອາເບະ ສະໄໝທີ 3-ປັບປຸງຄະນະລັດຖະບານ).

No comments:

Post a Comment