Ad

Ad

3 May 2016

ທ້າຍ​ປີ​ນີ້​ລາວ​ຈະ​ຜະລິດ​ໄຟຟ້າ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ

ກະຊວງພະລັງງານແລະ ບໍ່ແຮ່ໃຫ້ຮູ້ວ່າ: ປັດຈຸບັນຕົວເລກການຊົມໃຊ້ໄຟຟ້າຢູ່ປະເທດເຮົາແມ່ນເພີ່ມຂື້ນຫຼາຍ, ​ເຮັດໃຫ້ບັນຫາການສະໜອງໄຟຟ້າຕໍ່ຜູ້ຊົມໃຊ້,​ໂດຍສະເພາະແມ່ນລະດູແລ້ງຊຶ່ງຕ້ອງ​​ໄດ້ນຳເຂົ້າໄຟຟ້າຈາກບັນດາປະເທດໃກ້ຄຽງເຊັ່ນ: ຈີນ​,ຫວຽດນາມ, ​ໄທ,​ໃນລາຄາສູງກວ່າລາຄາສົ່ງອອກແລະ ຕາມການປະ​​ເມີນຂອງລັດຖະ ບານກ່ຽວກັບຕົວເລກການນຳໃຊ້​​ໄຟຟ້າໃນປີ ຜ່ານມາມີສູງເຖິງ 3000 ລ້ານກິໂລວັນໂມງ, ​ແຕ່ຍອດການຜະລິດມີພຽງ 15, 469 ລ້ານກະໂລວັດໂມງແລະ ມາຮອດປັດຈຸບັນອັດຕາການຊົມໃຊ້ໄຟຟ້າກວມ 87 %
ຂອງຈຳນວນຄອບຄົວທັງໝົດໃນທົ່ວປະເທດ,ດັ່ງນັ້ນເພື່ອຮັບມືກັບການສະໜອງໄຟຟ້າໄດ້ພຽງພໍ,ກະຊວງພະລັງງານແລະ ບໍ່ແຮ່ຈະຕ້ອງສຸມ​​ໃສ່ສ້າງສາຍສົ່ງເຊື່ອມຕໍ່ຫາກັນໃນແຕ່ລະພາກໃນທົ່ວປະເທດໃຫ້ສຳເລັດ,​ເພື່ອລໍ້ຖ້າຮອດທ້າຍປີ 2016 ນີ້,ຊ່ຶງມີຫຼາຍກວ່າ 20 ​ໂຄງການກໍ່ສ້າງເຂື່ອນໄຟຟ້າຈະເລີ່ມຜະລິດກະແສໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການ ທັງລະດູຝົນແລະ ລະດູແລ້ງແລະໃນປີຜ່ານມາ​​ແໜງພະລັງງານໄຟຟ້າໄດ້ຮຽກຮ້ອງໃຫ້ໂຮງຈັກ​​ໂຮງ,​ໂຮງານປິດໄຟຟ້າເປັນບາງໄລຍະເພື່ອຕ້ອບສະໜອງຄວາມຕ້ອງການຊົມໃຊ້ໄຟຟ້າຂອງສັງຄົມແລ້ວກໍເຫັນວ່າໄດ້ຮັບຜົນດີບໍ່ມີບັນຫາຫຍັງເກີດຂື້ນ, ສະນັ້ນໃນປີນີ້ລາວ​​ເຮົາອາດມີບາງວັນ, ບາງໄລຍະທີ່ໄຟຟ້າບໍ່ພໍໃຊ້ກໍໃຫ້ປະຕິບັດການປະຢັດແລະ ນຳໃຊ້ໄຟຟ້າຢ່າງມີປະໂຫຍດບໍ່ຟຸມເຟືອຍ.

No comments:

Post a Comment