Ad

Ad

3 May 2016

ສື່​ມວນ​ຊົນ​ມີ​ບົດ​ບາດ​ສຳຄັນ​ໃນ​ການ​ປ້ອງ​ກັນ​ການ​ຖືພາ​ແຕ່​ອາຍຸ​ຍັງ​ນ້ອຍຢູ່ ສປປ ລາວ

           ສູນ​ຂ່າວສານ​ການ​ແພດ ​ແລະ ສຸຂະ​ສຶກສາ, ກະຊວງ​ສາທາລະນະ​ສຸກ ຮ່ວມ​ກັບ​ອົງການ​ສະ ຫະ​ປະຊາ​ຊາດ​ກອງ​ທຶນສຳລັບ​ປະຊາກອນ (UNFPA) ປະຈຳ​ ສປປ ລາວ ​ໄດ້​ຈັດການ​ສຳ​ມະ​ນາ​ ໃຫ້​ແກ່​ສື່​ມວນ​ຊົນລາວ ​ໃນ​ຫົວຂໍ້ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ໄວ​ໜຸ່ມ​ຍິງ ​ເພື່ອ​ປ້ອງ​ກັນການ​ຖືພາ​ແຕ່​ຍັງ​ໜຸ່ມ ຂຶ້ນ​ໃນ​ວັນ​ທີ 29 ​ເມສາ ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ດຣ.ພັດ ​ເກິ່ງ​ສາ​ເນ​ດ ຫົວໜ້າ​ກົມອະນາ​ໄມ ​ແລະ ສົ່ງ​ເສີມສຸຂະພາບ ​ແລະ ທ່ານນາງ ​ເຟຣ​ເດີຣີກາ ​ເມ​ເຈີ  ຜູ້ຕາງໜ້າ​ອົງການ UNFPA ປະຈຳ​ ສປປ ລາວ.

ການ​ສຳ​ມະ​ນາ​ດັ່ງກ່າວ, ​ເພື່ອ​ເພີ່ມຄວາມ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ ໃຫ້​ສື່​ມວນ​ຊົນ​ກ່ຽວ​ກັບ​ສຸຂະພາບ​ທາງ​ເພດ ​ແລະ ສຸຂະພາບ​ຈະ​ເລີ​ນພັນ​ຂອງ​ໄວ​ໜຸ່ມ ​ໂດຍ​ສະ​ເພາະ​ແມ່ນ​ບັນຫາ​ການ​ຖືພາ​ແຕ່​ອາຍຸ​ຍັງ​ນ້ອຍ, ພ້ອມ​ທັງ​ໃຫ້​ສື່​ມວນ​ຊົນມີ​ສ່ວນ​ຮ່ວມ​ໃນ​ການ​ສົ່ງ​ເສ​ີມ ​ແລະ ​ເພີ່ມ​ຄວາມ​ຮັບ​ຮູ້​ຕໍ່​ຄວາມ​ສຳຄັນ​ຂອງການ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ໄວ​ໜຸ່ມ​ຍິງ ​ແລະ ຫລຸດຜ່ອນ​ການ​ຖືພາ​ແຕ່​ຍັງ​ໜຸ່ມ ຢູ່ ສປປ ລາວ.
ທ່ານ ດຣ. ພັດ ​ເກິ່ງ​ສາ​ເນ​ດ ​​ກ່າວ​ວ່າ: ພວກ​ເຮົາ​ຕ້ອງ​​ໃຫ້ການ​ເອົາ​ໃຈ​ໃສ່​ພິ​ເສດ​ຕໍ່​ສຸຂະ​ພາບ ຂອງ​ແມ່ຍິງ​ທີ່​ຍັງ​ໜຸ່ມ ​ແລະ ລູກ​ຂອງ​ເຂົາ​ເຈົ້າ ​ເນື່ອງ​ຈາກ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ສ່ຽງ​ສູງ ຕໍ່​ອາການ​ສົນ​ໃນ​ລະຫວ່າງ​ຖືພາ ​ແລະ ​ເກີດ​ລູກ. ການ​ເກີດ​ລູກ​ແຕ່​ອາຍຸ​ຍັງ​ນ້ອຍ ​ມັນຈຳກັດ​ໂອກາດ​ຂອງ​ໄວ​ໜຸ່ມ​ຍິງ ​ຕໍ່​ການ​ສຶກສາ ​ແລະ ການ​ມີ​ວຽກ​ເຮັດ​ງານ​ທຳ, ສະ​ນັ້ນ ​ແຜນ​ຍຸດ​ທະ​ສາດ​ແຫ່ງ​ຊາດ ​ແລະ ​ແຜນ​ປະຕິບັດ​ງານ​ສໍາລັບ​ການ​ບໍ​ລິ​ການ ​ແບບ​ເຊື່ອມ​ຊຶມ​ສານສຸຂະພາບ​ຈະ​ເລີ​ນ ພັນ, ​ແມ່, ​ເດັກ​ເກີດ​ໃໝ່ ​ແລະ ​ເດັກ ນ້ອຍຈຶ່ງ​ມີ​ຄວາມ​ສຳຄັນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຄວາມ​ຕ້ອງການ ​ແລະ ສິດທິ​ສຳຄັນ​ກ່ຽວ​ກັບສຸຂະພາບ​ຈະ​ເລີ​ນພັນ, ​ແມ່, ​ເດັກ​ເກີດ​ໃໝ່ ​ແລະ ​ເດັກນ້ອຍ ລວມທັງ​ໄວ​ໜຸ່ມ​ຍິງ​ທັງ​ໝົດ.

          ສະ​ນັ້ນ, ​ເພື່ອ​ເປັນ​ການ​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ໄວ​ໜຸ່ມ​ຍິງ ​ແລະ ປ້ອງ​ກັນ​ການ​ຖືພາ ​ແມ່ນ​ຕ້ອງ​ເຮັດ​ໃຫ້​ເຂົາ​ເຈົ້າ​ເພີ່ມ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນຫາ ​ແລະ​ ​ສະໜອງ​ຂໍ້​ມູນ ​ເພື່ອ​ໃຫ້​ເຂົ້າ​ເຖິງ​ການ​ບໍລິການ ​ແລ​ະ ຄູ່​ຮ່ວມ​ງານ​ທີ່​ສາມາດ​ເຜີຍ​ແຜ່​ຂໍ້​ມູນ​ໄດ້​ຢ່າງ​ທົ່ວ​ເຖິງ​ກໍ​ຄື ສື່​ມ່ວນ​ຊົນ

No comments:

Post a Comment