Ad

Ad

3 May 2016

ອີຟາດ (IFAD) ສະໜັບສະໜູນໂຄງການ​ຄ້ຳປະກັນ​ສະບຽງ​ອາຫານ ແລະ ໂພຊະນາ

          ພິທີລົງນາມສັນຍາຊ່ວຍເຫລືອລ້າໃນມູນຄ່າ 24 ລ້ານໂດລາສະຫະລັດ, ລະຫວ່າງທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນແລະ ທ່ານນາງໂຮແນະ ກິມ ຫົວໜ້າພະແນກອາຊີແລະ ປາຊີຟິກຂອງ​ IFAD ​ໄດ້ມີຂຶ້ນໃນວັນທີ 28 ​ເມສາຜ່ານມານີ້, ທີ່ນະຄອນຫລວງວຽງຈັນເພື່ອສະໜັບສະໜູນຍຸດທະສາດການຫລຸດຜ່ອນຄວາມທຸກຍາກຢູ່ລາວ, ປັບປຸງການຄ້ຳປະກັນສະບຽງອາຫານ ກໍຄືໂພຊະນາການຂອງປະຊາຊົນຜູ້ທຸກຍາກແລະ ຊາວກະສິກອນທີ່ປະສົບກັບບັນຫາການຜະລິດບໍ່ໄດ້ຕາມຄາດໝາຍ, ຜູ້ມີລາຍຮັບຕ່ຳບໍ່ກຸ້ມກິນຂາດໂພຊະນາການໂດຍສະເພາະແມ່ນແມ່ ຍິງແລະເດັກນ້ອຍອາຍຸຕ່ຳກວ່າ 5 ປີ. ນອກນີ້ໂຄງການດັ່ງກ່າວ ຍັງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານແລະ ບັນດາສະຖາບັນຂອງພາກສ່ວນກ່ຽວຂ້ອງເພື່ອຜັນຂະຫຍາຍຍຸດທະສາດການຄ້ຳປະກັນ
ສະບຽງອາຫານແຫ່ງຊາດແລະແນະນຳການຈັດຕັ້ງປະຕິບັດໃຫ້ຊຸມຊົມ, ​ສະໜັບສະໜູນຊຸມຊົນເຂົ້າຮ່ວມໃນວຽກງານການຄ້ຳປະກັນສະບຽງອາຫານ, ​ໂດຍການປັບປຸງວິທີການຜະລິດກະສິກຳແລະ ຮັບປະກັນດ້ານໂພຊະນາການ​ ​ແລະ ສ້າງມູນຄ່າເພີ່ມໃຫ້ຜົນຜະລິດກະສິກຳແລະ ການເຂົ້ເຖິງຕະຫລາດ.

​          ເມື່ອໂຄງການດັ່ງກ່າວສຳເລັດຈະຊ່ວຍໃຫ້ລັດຖະບານລາວບັນລຸການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020), ພ້ອມທັງ ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານແລະ ການບໍລິໂພ, ​ເຊິ່ງເປັນໜ້າທີ່ສຳຄັນຂອງການພັດທະນາທີ່ເອົາໃຈໃສ່ການຍົກລະດັບສະມັດຕະພາບຂອງການຜະລິດ, ສຸຂະພາບຂອງປະຊາຊົນທາງດ້ານຮ່າງກາຍ, ຈິດໃຈແລະ ມັນສະໝອງຂອງໄວໜຸ່ມອີກດ້ວຍ.

No comments:

Post a Comment