Ad

Ad

3 May 2016

ສຳ​ເລັດການ​ຍົກລະດັບວຽກ​ງານ​ຄຸ້ມ​ຄອງ​ວັດທະນະທຳ

ການຝຶກອົບຮົມວຽກງານຄຸ້ມຄອງວັດທະນະທຳ  ​ໃຫ້​​ແກ່ວິຊາການທີ່ເຮັດວຽກຄຸ້ມຄອງວັດທະ ນະທຳຈາກສູນກາງແລະ ທ້ອງຖິ່ນ ຈຳນວນ 37 ທ່ານໄດ້ສຳເລັດລົງໃນວັນທີ 29 ​ເມສານີ້ ພາຍ ຫລັງ​ດຳ​ເນີນ​ມາ​ເກືອບ​ໜຶ່ງ​ອາທິດ, ທີ່ສະຖາບັນສືື່ມວນຊົນໂດຍມີທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວເຂົ້າຮ່ວມ.

ຜ່ານການຄົ້ນຄວ້າບົດຮຽນໄດ້ຊ່ວຍໃຫ້ນັກສຳມະກອນ ສາມາດກຳໄດ້​​ເນື້ອໃນຈິດໃຈ ວຽກ ງານວັດທະນະທຳມະຫາຊົນ; ການສ້າງບຸກຄະລາກອນ ສີລະປະການສະແດງ, ການຄຸ້ມຄອງ, ການ ກວດແກ້ແລະ ອະນຸຍາດນຳໃຊ້ເພງຮ້ອງ; ວຽກງານພິມຈຳໜ່າຍ; ຄຸ້ມຄອງວຽກງານຮູບເງົາ; ວຽກ ງານວິຈິດສິນ;
ກົດໝາຍຊັບສິນທາງປັນຍາແລະ ວຽກງານມໍລະດົກ. ການຝຶກອົບຮົມໄດ້ອີງໃສ່ທິດສະດີເປັນພື້ນຖານການບັນລະຍາຍໂດຍຕິດພັນກັບວຽກງານຕົວຈິງຢ່າງແທດເໝາະແລະ ກົມກຽວເຮັດໃຫ້ສຳມະນາກອນ​​ເຂົ້າ​​ໃຈ ໃນວຽກຕົວຈິງຫລາຍຂຶ້ນແລະ ສາມາດນຳຄວາມຮູ້ໄປພັດທະນາປັບປຸງແລະ ຜັນຂະຫຍາຍນຳໃຊ້​ເຂົ້າໃນວຽກງານຕົວຈິງໃຫ້ເກີດ​​ປະໂຫຍດສູງສຸດ.

No comments:

Post a Comment