Ad

Ad

3 May 2016

ປະກາດຜົນ​ການ​ສອບ​ເສັງ​ນັກຮຽນເກັ່ງຊັ້ນ​ມັດທະຍົມ​ປະຈໍາສົກ 2015-2016

           ກົມ​ມັດທະຍົມ​ສຶກສາ, ກະຊວງ​ສຶກສາ​ທິການ ​ແລະ ກິລາ,​ໄດ້​ປະກາດ​ຜົນ​ການສອບ​ເສັງ​ນັກ ຮຽນເກັ່ງຊັ້ນມັດທະຍົມທົ່ວ​ປະ​ເທດປະຈຳ​ສົກ 2015-2016,ພາຍຫລັງ​ດຳ​ເນີນ​ ມາ​ແຕ່​ວັນ​ທີ 25-27 ​ເມສາ​ຜ່ານ​ມານີ້ຢູ່​ມະຫາວິທະຍາ​ໄລ​ແຫ່ງ​ຊາດ,ຊຶ່ງຜ່ານ​ການ​ສອບ​ເສັງຊັ້ນ 4 ຈໍານວນ 4 ວິຊາພາກ​ພາສາ​ລາວ-ວັນນະຄະດີທີ 1 ແມ່ນທ້າວ ລັດຕະສິນ ສິງ​ທະ​ວົງ ຈາກ​ໂຮງຮຽນ​ ມສ ຊົນ​ເຜົ່າ ​ເມືອງ​ວຽງ​ໄຊ, ​ແຂວງ​ຫົວພັນ,​ ທີ 2 ​ນາງ ອານຸສອນ ​ເພົາ​ກອນ ຈາກ​ໂຮງຮຽນ ມສ ວຽງ​ຈັນ, ນະຄອນຫລວງ​ວຽງ​ຈັນ ​ແລະ ​ທີ 3 ​ນາງ ພຸດ​ສະຫວັນ ​ແກ້ວ​ລິດ​ສາ ຈາກ​ໂຮງຮຽນ ມສ ງົວແດງ, ເມືອງ​ຊະນະ​ສົມບູນ, ​ແຂວງ​ຈຳປາ​ສັກ.ພາກວິຊາ​ຄະນິດສາດ​ທີ 1 ແມ່ນທ້າວ ​ເຕັງ ຮາງ​ຊົງ ຈາກ​ໂຮງຮຽນ ມສ ນ້ຳ​ຖ້ວມ, ເມືອງ​ນ້ຳ​ບາກ,
ແຂວງ​ຫລວງ​ພະ​ບາງ,ທີ 2 ​ແລະ 3 ​ແມ່ນ​ບໍ່​ມີ. ສໍາລັບພາກວິຊາ​ຟີ​ຊິກ​ສາດ​ທີ 1 ແມ່ນນາງ ວົງ​ດາລາ ວົງ​ນະຄອນ ຈາກ​ໂຮງຮຽນ ມສ ວຽງ​ຈັນ, ​ທີ 2 ​ທ້າວ ຊົ່ງລໍ່​ຈົວ ຈາກ​ມໍ​ຕົ້ນນາ​ມ້າ, ​ເມືອງ​​ແປ​ກ, ​ແຂວງ​ຊຽງ​ແຂວງ ​ແລະ ທີ 3 ທ້າວ ລີ​ນ້ອງ ຈ້າງ​ເຢຍປໍ ຈາກ​ໂຮງຮຽນ ມສ ນ້ຳ​ເພີນ, ​ເມືອງ​ໝື່ນ, ​ແຂວງ​ວຽງ​ຈັນ. ສ່ວນ ພາກວິຊາ​ເຄມີ​ສາດທີ 1 ແມ່ນນາງ ຈິນດາ ທະວີ​ວັນ ຈາກ​ໂຮງ​ຮຽນມໍ​ຕົ້ນປາດ​ຖະໜາ ​ເມືອງ​ໄຊ​ເສດ​ຖາ, ນະຄອນຫລວງ​ວຽງ​ຈັນ ​ແລະ ​ທີ 2 ​ທ້າວ ທອງ​ເພັດ ລາວ​ຈົ່ງ ຈາກ ມສ ຍອດ​ອູ ​ແຂວງ​ຜົ້ງ​ສາລີ.
           ສຳລັບ​ຊັ້ນ 7 ວິຊາ​ພາສາ​ລາວ-ວັນນະຄະດີ ທີ 1 ແມ່ນນາງ ພຸດ​ທິດາ ສຸກ​ອາ​ລຸນ ຈາກ​ໂຮງຮຽນ ມສ ພອນ​ສະຫວັນ​ຊົນ​ເຜົ່າ, ນະຄອນຫລວງ​ວຽງຈັນ, ​ທີ 2 ທ້າວ ບຸນລ້ອມ​ ​ໄຊ​ຍະ​ສອນ ຈາກ​ໂຮງຮຽນ ມສ ສັນຕິພາບ, ​ແຂວງຫລວງ​ພະ​ບາງ ​ແລະ ​ທີ 3 ທ້າວ ລໍ​ເຊຍ ​ເຢຍລົ່ງຢ່າງ ຈາກ​ໂຮງຮຽນ​ມໍ​ປາຍ​ ໂພນ​ສະຫວັນ​, ແຂວຊຽງ​ຂວາງ. ສໍາລັບພາກວິຊາ​ຄະນິດສາດ ​ທີ 1 ແມ່ນທ້າວ ອາ​ຕົງ ​ໄຊ​ຕົວ ຈາກ​ໂຮງຮຽນ ມສ ສັນຕິພາບ, ​ແຂວງຫລວງ​ພະ​ບາງ, ທີ 2 ທ້າວ ຈໍ​ລໍ່ ຈາກ​ໂຮງຮຽນ​ ມສ ວຽງ​ຈັນ ນະຄອນຫລວງ​ວຽງຈັນ, ​ທີ 3 ທ້າວ ຢ່າ​ຈິງ ລາວ​ໄຊ​ຈ່າງ ຈາກ​ໂຮງຮຽນ ມສ ຊົນ​ເຜົ່າ ​ແຂວງ​ຫົວພັນ, ພາກວິຊາ​ຟີ​ຊິກ​ສາດ ​ທີ 1 ແມ່ນທ້າວ ມົວ​ກ້ອງ ທ່າວ​ໄຊ​ລີ ຈາກ​ໂຮງຮຽນ ມສ ພອນ​ສະຫວັນ​ຊົນ​ເຜົ່າ, ນະຄອນຫລວງ​ວຽງ​ຈັນ, ​ທີ 2 ທ້າວ ບຸນ​ຍັງ ຊົ່ງຈໍ ຈາກ​ໂຮງຮຽນ ມສ ສັນຕິພາບ, ​ແຂວງ​ຫລວງ​ພະ​ບາງ ​ແລະ ​ທີ 3 ທ້າວ ​ໄມ​ອາ​ເລົ່າ ຈາກ​ໂຮງຮຽນ ມສ ວຽງ​ໄຊ ​ແຂວງ​ຫົວພັນ,ວິຊາ​​ເຄມີ​ສາດ ​ທີ 1 ແມ່ນທ້າວ ​ເກດ​ວິບູນ ສຸວິມົນ ຈາກ​ໂຮງ​ຮຽນ ມສ ມິດຕະພາບລາວ-ຫວຽດ, ນະຄອນ ຫລວງ​ວຽງ​ຈັນ, ​ທີ 2 ທ້າວ ນຸ ວິ​ຊົນ​ຢ່າງ ຈາກ​ໂຮງຮຽນ ມສ ສັນຕິພາບ, ແຂວງ​ຫລວງ​ພະ​ບາງ ​ແລະ ​ທີ 3 ທ້າວ ​ເຢຍມົວ ຈື່​ປໍ​ຢົງ​ເຢັງ ຈາກ​ໂຮ​ງຮຽນ ມສ ຊຳ​ໃຕ້, ​​ແຂວງ​ຫົວພັນ.
           ສໍາລັບ​ຜົນ​ການ​ແຂ່ງຂັນຖາມ​-ຕອບວິທະຍາສາດ ​ແລະ ຄວາມ​ຮູ້​ຮອບ​ຕົວທີ 1ແມ່ນຕົວແທນ ຈາກນະຄອນຫລວງ​ວຽງ​ຈັນ, ​ທີ 2 ​ແຂວງ​ຈຳປາ​ສັກ,ໄຊ​ຍະ​ບູລີ ແລະ ທີ 3 ​ແຂວງ​ຫົວພັນ, ຊຽງ​ຂວາງ ​ແລະ ລາງວັນ​ຊົມ​ເຊີຍແມ່ນ​ແຂວງ​ສາລະ​ວັນ, ໂດຍ ນັກຮຽນ​ເກັ່ງຂອງ​ແຕ່ລະວິຊາຈະໄດ້​ຮັບ​​ໃບ​ຍ້ອງຍໍ ​ແລະ ທຶນ​ການ​ສຶກສາຈາກ​ກະຊວງ​ສຶກສາ​ທິການ ​ແລະ ກິລາ, ພ້ອມ​ຫລຽນ​ນັກຮຽນ​ເກັ່ງປະ ກອບ​ມີ: ຫລຽນ​ຄຳ, ຫລຽນ​ເງິນ​ ​ແລະ ຫລຽນ​ທອງ.

           ພິທີປະກາດຜົນການສອບເສັງດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 28 ເມສາຜ່ານມາ, ຢູ່ມະຫາວິ ທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫລ້າຈັນທະບູນ, ພ້ອມດ້ວຍຄູອາຈານ ແລະ ນັກຮຽນເຂົ້າຮ່ວມເປັນຈໍານວນຫລາຍ.

No comments:

Post a Comment