Ad

Ad

3 May 2016

ຄະນະລັດຖະບານຊຸດໃໝ່ວາງພວງມະລາ ແລະ ກະຕ່າດອກໄມ້ຢູ່ອານຸສອນສໍາຄັນຂອງ ຊາດໃນໂອກາດກອງປະຊຸມຄັ້ງປະຖົມມະລຶກ

           ເຊົ້າວັນທີ 29 ເມສາຜ່ານມາ,ຄະນະລັດຖະບານຊຸດໃໝ່ນໍາໂດຍທ່ານ ທອງລຸນ ສີສຸລິດ ນາ ຍົກລັດຖະມົນຕີແຫ່ງ ລາວ, ໄດ້ໄປວາງພວງມະລາຢູ່ອານຸສາວະລີນັກຮົບນິລະນາມ(ດາວແດງ) ແລະ ວາງກະຕ່າດອກໄມ້ອານຸສອນສະຖານປະທານ ໄກສອນ ພົມວິຫານ ຢຸ່ນະຄອນຫລວງວຽງຈັນ ເພື່ອສະແດງຄວາມເຄົາລົບຮັກແລະ ກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີແລະ ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານຂອງບັນພະບູລຸດ ກໍຄືນັກຮົບປະຕິວັດທີ່ເສຍສະຫລະຊີວິດເລືອດເນື້ອເພື່ອປະເທດຊາດແລະ ປະຊາຊົນຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາຂອງພັກ ປະຊາຊົນປະຕິວັດລາວ ຈົນໄດ້ຮັບໄຊຊະນະແລະ ປະກາດເອກກະລາດສະຖາປານາເປັນສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນໃນວັນທີ 2 ທັນວາ
1975 ຊຶ່ງຜົນງານແລະ ຄຸນງາມຄວາມດີອັນໃຫຍ່ຫລວງດັ່ງກ່າວໄດ້ຖືກຈາລຶກໄວ້ໃນຈິດໃຈຂອງປວງຊົນລາວຕະຫລອດໄປ.
            ການວາງພວງມາລາແລະ ກະຕ່າດອກໄມ້ຂອງຄະນະລັດຖະບານຄັ້ງນີ້, ແມ່ນໃນໂອກາດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະລັດຖະບານຊຸດໃໝ່ແຕ່ວັນທີ 29 – 30 ເມ ສາທີ່ສໍານັກງານນາຍົກລັດຖະມົນຕີ, ຊຶ່ງເປັນກຽດເຂົ້າຮ່ວມໂດຍທ່ານ ບຸນຍັງ ວໍລະຈິດ ເລ ຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ຈູມມາລີ ໄຊຍະສອນ ອະດິດ ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ ລາວ.

No comments:

Post a Comment