Ad

Ad

3 May 2016

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະລັດຖະບານຊຸດໃໝ່

          ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະລັດຖະບານຊຸດທີ VIII ໄດ້ໄຂຂຶ້ນແຕ່ວັນທີ 29 – 30 ເມສາຜ່ານມາ, ພາຍໃຕ້ການເປັນປະ ທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີສະມາ ຊິກ ຄະນະລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ ແລະ ການໃຫ້ກຽດເຂົ້າ ຮ່ວມຂອງທ່ານ ບຸນຍັງ ວໍລະ ຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ.
            ກອງປະຊຸມໄດ້ປຶກສາຫາລື, ພິຈາລະນາຮັບຮອງເອົາແຜນດໍາເນີນງານຂອງລັດຖະບານ, ລະ ບອບແບບແຜນວິທີເຮັດວຽກຂອງຄະນະລັດຖະບານ ແລະ ການແບ່ງໜ້າທີ່ຄວາມຮັບພິຊອບລະ ຫວ່າງນາຍົກລັດຖະມົນຕີກັບບັນດາຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະ
ມົນຕີ. ນອກຈາກນີ້ຍັງສຸມໃສ່ປຶກສາຫາລືວຽກງານຈຸດສຸມສໍາຄັນຄື: ຕ້ອງຮັບປະກັນໃຫ້ ທົ່ວປະເທດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫລຸດລົງ ແລະ ກ້າວໄປເຖິງການແກ້ໄຂຢ່າງຂາດຕົວ, ຖືເອົາວຽກງານແກ້ໄຂຄວາມທຸກຍາກ ແລະ ສ້າງລາຍ ຮັບແບບຍືນຍົງໃຫ້ປະຊາຊົນບັນດາເຜົ່າ, ຕັ້ງໜ້າສືບຕໍ່ຫັນລົງກໍ່ສ້າງຮາກຖານພັດທະນາຊົນນະບົດ ຮອບດ້ານຕາມທິດສ້າງຊົນນະບົດໃໝ່, ຍູ້ແຮງການພັດທະນາເຂດແຄວ້ນ ແລະ ຫັນເປັນຕົວເມືອງໃຫ້ ເປັນຮູບປະທໍາ ແລະ ມີຄວາມກົມກຽວ ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານການພັດທະນາລະ ຫວ່າງຕົວເມືອງກັບຊົນນະບົດໃຫ້ຍັບເຂົ້າກັນເທື່ອລະກ້າວ,ເພີ່ມທະວີການຈັດຕັ້ງນໍາພາ ແລະ ອໍານວຍ ຄວບຄຸມການພັດທະນາເສດຖະກິດໃຫ້ມີທ່ວງທ່າຂະຫຍາຍຕົວໃໝ່ຕາມທິດການພັດທະນາສີຂຽວ ແລະ ຍືນຍົງຕິດພັນກັບການຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ແລະ ປຶກສາຫາລືກ່ຽວກັບການຍູ້ ແຮງພັດທະນາກະສິກໍາ, ໂດຍສະເພາະການຜະລິດກະສິກໍາສະອາດຕິດພັນກັບການປຸງແຕ່ງ, ຊຸກຍູ້ສົ່ງ ເສີມທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ເຂັ້ມແຂງເພື່ອກາຍເປັນຖານລາຍຮັບທີ່ໝັ້ນຄົງຂອງຊາດ,

ສຸມໃສ່ພັດທະນາຂົງເຂດວັດທະນາທໍາ-ສັງຄົມໃຫ້ຫລາຍຂຶ້ນ, ຖືເອົາການສຶກສາ ແລະ ພັດທະນາຊັບ ພະຍາກອນມະນຸດເປັນປັດໃຈຕັດສີນການພັດທະນາະເທດຊາດໃນອານາຄົດ, ຖືສໍາຄັນການບໍລິການ ດ້ານສາທາລະນະສຸກ, ໂດຍປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານໃຫ້ໄປເຖິງເຂດຊົນນະບົດຫ່າງ ໄກສອກຫລີກເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າໄດ້ຮັບການບໍລິການທີ່ມີຄຸນນະພາບຢ່າງທົ່ວ ເຖິງ, ພັດທະນາສີມືແຮງງານລາວໃຫ້ສູງຂື້ນເພື່ອຮອງຮັບການລົງທຶນຂອງຕ່າງປະເທດທີ່ເຂົ້າມາລົງ ທຶນໃນປະເທດເຮົາແນໃສ່ຫລຸດຜ່ອນການຫລັ່ງໄຫລຂອງແຮງງານລາວອອກໄປເຮັດວຽກຢູ່ຕ່າງປະ ເທດ, ຍົກລະດັບການບໍລິການທາງດ້ານສະຫວັດດີການສັງຄົມໃຫ້ທຸກຄົນເຂົ້າເຖິງ, ສົ່ງເສີມພູມປັນຍາ ແລະ ມູນເຊື້ອອັນດີງາມຂອງຊາດດ້ານວັດທະນາທໍາ, ພ້ອມທັງຮັບເອົາວັດທະນາທີ່ກ້າວໜ້າ ແລະ ສອດຄ່ອງກັບຍຸກສະໄໝຢ່າງມີການເລືອກເຟັ້ນ, ສົ່ງເສີມການທ່ອງທ່ຽວຕິດພັນກັບວັດທະນtທໍາ ແລະ ທໍາມະຊາດ, ສືບຕໍ່ປັບປຸງກົນໄກ, ລະບອບລະບຽບການບໍລິຫານລັດ ແລະ ແບບແຜນວິທີເຮັດວຽກ ໃຫ້ເຂັ້ມແຂງ, ທັນສະໄໝ ແລະ ຄ່ອງຕົວຫລາຍຂຶ້ນໄປຄຽງຄູ່ກັບການປັບປຸງ ແລະ ສ້າງກົດໝາຍເພື່ອ ເຮັດໃຫ້ການຄຸ້ມຄອງເສດຖະກິດ, ຄຸ້ມຄອງສັງຄົມມີຄວາມສັກສິດ, ວ່ອງໄວ ແລະ ມີປະສິດ ທິຜົນຫລາຍຂຶ້ນ ແລະ ຢຶດໝັ້ນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ.

No comments:

Post a Comment