Ad

Ad

29 April 2016

ອາກາດ​ຈະ​ເຢັນ​ຂຶ້ນ​ເລັກຫ​ນ້ອຍ ​ຈົ່ງ​ລະວັງຝົນຕົກ​ ​ແລະ ລົມ​ແຮງ

          ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ນັບແຕ່ວັນທີ 29 ​ເມສາ ຫາ ວັນທີ 1 ພຶດສະພານີ້, ຄວາມກົດດັນອາກາດສູງຈາກປະເທດຈີນ ມີກຳລັງປານກາງແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວ,​​ ເຊິ່ງ​​ຈະມີຝົນຕົກຟ້າຄະນອງ, ໝາກເຫັບຕົກຢູ່ບາງທ້ອງຖິ່ນໃນແຕ່ລະພາກເປັນຕົ້ນ ພາກເໜືອດ້ານຕາເວັນອອກ: ອາກາດຈະເຢັນລົງເລັກຫນ້ອຍແລະ ຈະ​ ​ມີລົມພັດແຮງເປັນບາງໂອກາດ.
ອຸນຫະພູມຕ່ຳສຸດ 15-17 ອົງສາແລະ ສູງສຸດ 28-30 ອົງສາ, ພາກເໜືອດ້ານຕາເວັນຕົກ: ອາກາດຍັງຈະຮ້ອນ, ​ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງອຸດົມໄຊ, ຫລວງພະບາ ງແລະໄຊຍະບູລີ. ອຸນຫະພູມຕ່ຳສຸດ 16-18 ​ອົງສາແລະ ສູງສຸດ 34-36 ອົງສາ. ນະຄອນຫລວງວຽງຈັນ: ມີເມກປົກຄຸມເປັນສ່ວນຫລາຍແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງເປັນບາໂອກາດ. ອຸນຫະພູມຕ່ຳສຸດ 24-26 ອົງສາແລະ ສູງສຸດ 35-37
ອົງສາ. ພາກກາງ: ອາກາດຈະຮ້ອນທຳມະດາ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງບໍລິຄຳໄຊ, ຄຳມ່ວນແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 24-26 ອົງສາແລະ ສູງສຸດ 35-37 ອົງສາ. ພາກໃຕ້: ອາກາດຈະເຢັນລົງເລັກນ້ອຍແລະ ຈະມີຝົນຕົກຟ້າຄະນອງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງສາລະວັນ, ຈຳປາສັກ, ​ເຊກອງແລະ ອັດຕະປື. ອຸນຫະພູມຕ່ຳສຸດ 22-24 ອົງສາແລະ ສູງສຸດ 33-35 ອົງສາ.

          ດັ່ງນັ້ນ ຈຶ່ງຂໍເຕືອນປະຊາຊົນທີ່ອາໃສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະວັງຕໍ່ສະພາບອາກາດຮ້ອນເອົ້າທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຕົນ, ສັດລ້ຽງແລະໃຫ້ກວດກາເບິ່ງການຈອດລົດຢູ່ໃກ້ຕົ້ນໄມ້ເພາະອາດຈະມີຕົ້ນໄມ້ຫັກແລະ ຟ້າຜ່າເກີດຂຶ້ນໄດ້ໃນໄລຍະນີ້.

No comments:

Post a Comment