Ad

Ad

29 April 2016

ຈົ່ງ​ເອົາໃຈໃສ່​ເກັບ​ກ່ຽວ​ມ້ຽນ​​ມັດ​ຜົນ​ຜະລິດ​ລະດູ​ແລ້ງ​ ແລະ ກຽມຜະລິດລະດູຝົນໃຫ້ດີ

ເພື່ອເຮັດໃຫ້ການບົວລະບັດເຂົ້ານາແຊງແລະ ພືດລະດູແລ້ງເປັນຂະບວນຟົດຟື້ນ​ ​​ແລະການ​​ເກັບກ່ຽວມ້ຽນມັດຜົນຜະລິດລະດູແລ້ງນີ້ໃຫ້ດີໄດ້ຮັບຜົນ​​ສູງແລະກະກຽມເຂົ້າສູ່ການຜະລິດລະດູຝົນ,​ໂດຍສະເພາະແມ່ນເຂົ້ານາປີໃຫ້ບັນລຸຕາມຄາດໝາຍແຜນການ, ສາມາດຕອບສະໜອງການບໍລິໂພກພາຍໃນໄດ້ພຽງພໍແລ ທັງເປັນສິນຄ້າສົ່ງອອກດັ່ງນັ້ນ ລັດຖະມົນຕີກະຊວງກະສິກຳແລະ ປ່າໄມ້ຈຶ່ງໄດ້ອອກຄຳສັ່ງແນະນຳສະບັບເລກທີ 2108/ກປ ລົງວັນທີ 27 ​ເມສາ 2016 ​ເຖິງບັນດາກົມ, ສະຖາບັນ,ຫົວໜ້າພະແນກກະສິກຳແລະ ປ່າໄມ້ແຂວງແລະ ນະຄອນຫຼວງຈົ່ງເພີ່ມຄວາມຮັບຜິດຊອບໃນການເກັບກ່ຽວມ້ຽນ​​ມັດຜົນຜະລິດລະດູແລ້ງຕິດພັນກັບການກະກຽມຜະລິດລະດູຝົນ 2016 ​​ດັ່ງນີ້: (1) ​ໃຫ້ກົມປູກຝັງແລະ ກົມສົ່ງເສີມກະສິກຳແລະ ສະຫະກອນ ຮີບຮ້ອນເປັນເຈົ້າການສົມທົບກັບພະ  ​ພະແນກກະສິກຳ ​​ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນເອົາໃຈໃສ່ລົງຊຸກຍູ້ກະສິກອນຂຸ້ນ
ຂ້ຽວເກັບກ່ຽວມ້ຽນມັດເຂົ້ານາແຊງແລະ ພືດລະດູແລ້ງໃຫ້ສຳເລັດ​​ໃນທ້າຍເດືອນພຶດສະພານີ້,ເພື່ອຫລີກລຽງຜົນກະທົບຈາກສະພາບຝົນຕົກ​​ອັນຈະເຮັດໃຫ້ສະມັດຕະພາ ການຜະລິດຕົກຕ່ຳແລະເຊື່ອມຄຸນນະພາບ; ພ້ອມນັ້ນ ກໍຕ້ອງຮີບຮ້ອນກະກຽມເຂົ້າສູ່ການຜະລິດລະດູຝົນ 2016 ​ໃຫ້ທັນກັບລະດູການ​​ໃນຂອບເຂດທົ່ວປະເທດ (2) ໃຫ້ພະແນກກະສິກຳແລະ ປ່າໄມ້​​ແຂວງ, ນະຄອນ ຫລວງວຽງຈັນສືບຕໍ່ບຸກທະລຸຢ່າງແຂງແຮງກວ່າເກົ່າໃນການຫັນເອົາພະນັກງານລົງນຳພາ​​ກະສິກອນກຽມດິນຕົກກ້າແລະ ປັກດຳເຂົ້ານາປີ ຢ່າງຊ້າໃຫ້ສຳເລັດ​​ໃນອາທິດທີ 3 ຂອງເດືອນສິງຫາ 2016. ສະເພາະນາປີ  ຕ້ອງສູ້ຊົນບັນລຸຜົນຜະລິດໃຫ້ໄດ້ 3.455.500 ​ໂຕ, ດັ່ງນັ້ນຕ້ອງປັກດຳໃຫ້ໄດ້ໃນເນື້ອທີ 787.000 ​ເຮັກຕາ ແລະ ຮັບປະກັນໃຫ້ສະ ມັດຕະພາບການເກັບກ່ຽວບັນລຸຢ່າງໜ້ອຍ 4,24 ​ໂຕນ/​ເຮັກຕາ ແລະ ພ້ອມດຽວກັນກໍຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນປູກພືດຜັກ, ພືດຕະ ກຸນຖົ່ວແລະ ພືດເສດຖະ ກິດທີ່ເປັນທ່າແຮງໃນທ້ອງຖິ່ນຕົນ, ​​ເພື່ີອຕອບສະໜອງຄວາມຕ້ອງການຂອງສັງຄົມໄດ້ຢ່າງພຽງພໍທັງເປັນສິນຄ້າສົ່ງອອກ; (3) ໃຫ້ພະແນກກະສິກຳແລະ ປ່າໄມ້ປະຈຳ​​ແຂວງ, ນະ ຄອນຫລວງວຽງຈັນກຳນົດເຂດຈຸດສຸມຕົວແບບລວມທັງບ້ານ 03 ສ້າງແລະ ບ້ານຈຸດສຸມພັດທະ ນາ ປະຕິບັດຕາມທິດນຳທີ່ວ່າທຸກວຽກຈຸດສຸມ, ສຳຄັນຕ້ອງມີຜູ້ເຮັດຕົວຈິງແລະ ມີຜູ້ຮັບຜິດຊອບນຳພາ-ຊີ້ນຳເປັນປະຈຳຕ້ອງມີການສົມ ທົບຢ່າງກົມກຽວລະຫວ່າງ ການສ້າງເປັນຈຸດສຸມແລະ ຈຸດທົ່ວໄປ. ສະເພາະເຂດຈຸດສຸມ ຕ້ອງຮັບປະກັນສະມັດຕະພາບການຜະລິດສະເລ່ຍບໍ່ໃຫ້ຫລຸດ 5,5 ​ໂຕນ/​ເຮັກຕາໂດຍມີການນຳໃຊ້ແນວພັນໃໝ່ທີ່ໃຫ້ຜົນຜະລິດສູງ, ນຳໃຊ້ກົນຈັກແລະເຕັກນິກກະເສດສຸມຢ່າງຖືກຕ້ອງ ຕາມທິດຫັນເປັນອຸດສາຫະກຳແລະ ທັນສະໄໝ;  (4 )ໃຫ້ກົມສົ່ງເສີມກະສິກຳແລະ ສະຫະກອນ ສົມທົບກັບແນກກະສິກຳແລະ ປ່າໄມ້ແຂວງ, ນະຄອນຫລວງວຽງຈັນ ສືບຕໍ່ຫັນເອົາວິຊາການລົງຫາຈຸດສຸມກຸ່ມບ້ານເພື່ອນຳພາປະຊາຊົນເຮັດ  ຕົວຈິງຕາມທິດນຳທີ່ວ່າ: “ນຳພາປະຊາຊົນປູກ, ນຳພາລ້ຽງແລະ ຖ່າຍທອດ​​ເຕັກນິກວິຊາການໃຫ້ປະຊາຊົນ” ​ເປັນຕົ້ນເຕັກນິກການເຮັດກະເສດສຸມ, ຕິດພັນກັບການປຸກລະດົມປະຊາຊົນຂົນຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນຊີວະພາບຕ່າງໆລົງໃສ່ນາ ຕາມທິດກະສິກຳສະອາດ ແລະ ເອົາໃຈໃສ່ໂຄສະນາເຜີຍແຜ່ເຕັກນິກໃໝ່ໂດຍຜ່ານສື່ຕ່າງໆຂອງລັດເຊັ່ນ: ວິທະຍຸ, ​ໂທລະພາບ, ໜັງສືພິມ, ປຶ້ມຄູ່ມື, ​ໂປສະເຕີ, ​ແຜ່ນພັບ, ວິດີໂອ, ຊີດີແລະ ອື່ນໆ ຢ່າງເປັນຂະບວນຕໍ່​​ເນື່ອງ; (5) ໃຫ້ກົມແຜນການແລະ ການຮ່ວມມື, ກົມປູກຝັງ, ກົມຊົນລະປະທານແລະ ກົມສົ່ງເສີມກະສິກຳແລະ ສະຫະກອນ ປະສານສົມທົບກັບພະແນກກະສິກຳແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງ  ວຽງຈັນພ້ອມກັນ ກຳນົດຄວາມຕ້ອງການປັດໄຈການຜະລິດໂດຍສະເພາະແນວພັນ, ຝຸ່ນ, ຢາປາບສັດຕູພືດ, ທຶນຮອນຂອງຊາວກະສິກອນແລະ ຈຸດສຸມຜະລິດສິນຄ້າປາຍແຫລມເພື່ອເປັນບ່ອນອີງໃນການສະເໜີໃຫ້ທະນາຄານສະໜອງສິນເຊື່ອແກ່ຊາວກະສິກອນ, ກຸ່ມປູກເຂົ້າ, ກຸ່ມໂຮງສີເຂົ້າ, ຜູ້ເກັບຊື້, ຜູ້ປະກອບການໂຮງອົບແລະ ສ້າງເກັບມ້ຽນຕ່າງໆ, ພ້ອມກັນນັ້ນກໍຕ້ອງມີມາດ  ຕະການທີ່ເໝາະສົມເພື່ອກະກຽມຮັບມືກັບໄພແຫ້ງແລ້ງ ຫລືໄພນ້ຳຖ້ວມທີ່ອາດຈະເກີດຂຶ້ນໃນບາງບໍລິເວນຢ່າງທັນການ;(6) ໃຫ້ກົມລ້ຽງສັດແລະ ການປະມົງ ສົມທົບກັບພະແນກກະສິກຳແລະ ປ່າໄມ້ປະຈຳແຂວງ, ນະຄອນ ຫລວງວຽງຈັນ ຊຸກຍູ້ສົ່ງເສີມຊາວກະສິກອນປັບປຸງ, ຂະ ຫຍາຍພັນສັດ, ປາແລະ ສັດນ້ຳ ລວມທັງພັດທະນາອາຫານສັດແລະ ອາຫານປາ. ສືບຕໍ່ເຝົ້າລະວັງການແຜ່ລະບາດຂອງພະຍາດສັດແລະ ການປະຕິບັດມາດຕະການສະກັດກັ້ນການຄ້າຂາຍສັດແບບບໍ່ຖືກຕ້ອງຕາມຊາຍແດນລະ  ຫວ່າງຊາດ ຢ່າງເຂັ້ມງວດເພື່ອຕ້ານການແຜ່ລະບາດຂອງພະຍາດສັດຕິດພັນກັບການປຸກລະດົມຂະບວນການສັກຢາປ້ອງກັນພະຍາດສັດລ້ຽງໃຫ້ໄດ້ໃນອັດຕາສ່ວນສູງໂດຍຖືເອົາວັນທີ 11 ພະຈິກ 2016 ​ເປັນວັນສ້າງຂະບວນການສັກຢາກັນພະຍາດສັດໃຫ້ກວ້າງຂວາງໃນທົ່ວປະເທດ; (7) ໃຫ້ສະຖາບັນຄົ້ນຄວ້າກະສິກຳແລະ ປ່າໄມ້ແຫ່ງຊາດ ສົມທົບກັບພະແນກກະສິກຳແລະປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນ, ບັນດາສູນແລະ ສະຖານີຂອງລັດ ຕະຫລອດຮອດຜູ້ປະກອບການແນວພັນເພື່ອສະໜອງພັນເຂົ້າ, ​ແນວພັນພືດ, ​ແນວພັນສັດ, ປາແລະ ສັດນ້ຳ  ​ໃຫ້ແກ່ຊາວກະສິກອນໂດຍສະເພາະແມ່ນບັນດາ 10 ​ແຂວງ​​ເປົ້າໝາຍ ຂອງໂຄງການຄ້ຳປະກັນສະ ບຽງອາຫານແຫ່ງຊາດໃຫ້ພຽງພໍ ແລະ ໃຫ້ກະກຽມແນວພັນແຮໄວ້ໃນກໍລະນີສຸກເສີນເກີດໄພນ້ຳ ຖ້ວມຫລືແຫ້ງແລ້ງໃຫ້ສາມາດຕອບສະໜອງການຜະ ລິດຄືນໃໝ່ໄດ້ຢ່າງທັນການ; (8) ມອບໃຫ້ບັນດາກົມແລະ ສະຖາບັນອ້ອມຂ້າງກະຊວງ ອອກຄຳແນະນຳດ້ານວິຊາການເພື່ອຜັນ ຂະຫຍາຍຄຳສັ່ງສະບັບນີ້ເຂົ້າສູ່ພືດຕິກຳຕົວຈິງຖືເອົາການຜະລິດກະສິກຳເປັນສະໜາມຮົບອັນດັບໜຶ່ງຕ້ອງເພີ່ມທະວີຄວາມເປັນເອກະພາບແລະ ຈັດຕັ້ງປະຕິບັດໃຫ້ໄປລວງດຽວກັນຢ່າງກົມກຽວ. ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ, ຫຍຸ້ງຍາກແນວໃດ​ ​ໃຫ້ລາຍງານ​​ກະຊວງກະສິກຳແລະ ປ່າໄມ້ໄດ້ຮັບຊາບ ຢ່າງເປັນປົກກະຕິເພື່ອຫາວິທີແກ້ໄຂຢ່າງທັນຫານ.

No comments:

Post a Comment