Ad

Ad

29 April 2016

ຫລາຍພາກຮ່ວມບໍລິຈາກເລືອດຊ່ວຍເຫລືອສັງຄົມ ​ໃນ​ໂອກາດ​ວັນ​ກຳມະກອນ​ສາກົນ

          ສູນກາງສະຫະພັນກຳມະບານ​ ​ແລະ ສູນ​​ເລືອດແຫ່ງຊາດ, ​ໄດ້ຮ່ວມກັນຈັດກິດຈະ ກຳບໍລິຈາເລືອດ ຂຶ້ນໃນວັນທີ 28 ​ເມສານີ້, ທີ່ໂຮງຮຽນທິດສະດີກາເມືອງ-ການປົກ ຄອງ ນະຄອນຫລວງວຽງຈັນ, ​ເນື່ອງໃນໂອກາດວັນກຳມະກອນສາກົນ ຄົບ ຮອບ 130 ປີ (1 ພຶດສະພາ 1886 – 1 ພຶດສະພາ 2016), ​ເຊິ່ງມີຫລາຍພາກສ່ວນຈາກອົງການແລະ ກະຊວງຕ່າງໆອ້ອມຂ້າງສູນກາງເຂົ້າຮ່ວມ​​ເກືອບ 1.000 ຄົນ.

ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ໃຫ້ຮູ້ວ່າ: ປັດຈຸ ບັນ, ຄົນເຈັບທີ່ນອນປິ່ນປົວຢູ່ຕາມໂຮງໝໍຕ່າງໆ ແມ່ນມີຄວາມຕ້ອງການເລືອດເປັນຈຳນວນຫລາຍ, ​ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ມື້ໜຶ່ງມີຄົນເຈັບຕ້ອງການເລືອດແຕ່ 80-100 ຖົງ, ​ແຕ່ກົງກັນຂ້າມສູນເລືອດ
ແຫ່ງຊາດສາມາດຕອບສະໜອງໄດ້ພຽງແຕ່ 50 ຖົງຕໍ່ມື້ເທົ່ານັ້ນ, ຊຶ່ງບໍ່ພຽງພໍກັບຄວາມຕ້ອງ ການ. ດັ່ງນັ້ນ, ພາກສ່ວນກ່ຽວຂ້ອງ ກໍຄືສູນເລືອດແຫ່ງຊາດ ຈຶ່ງໄດ້ພະຍາຍາມຈັດກິດຈະກຳບໍລິຈາກເລືອດນີ້ຂຶ້ນເປັນປະຈໍາຕາມສະຖານທີ່ຕ່າງໆໃນຂອບເຂດທົ່ວປະເທດ, ເພື່ອເປັນການສະສົມແລະ ສາ ມາດຕອບສະໜອງເລືອດໃຫ້ຄົນເຈັບໄດ້ຢ່າງພຽງພໍເພື່ອກອບກູ້ເອົາຊີວິດຂອງເຂົາເຈົ້າ ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນ ຈົ່ງພ້ອມພາກັນຫັນມາບໍລິຈາກເລືອດໃຫ້ຫລາຍຂຶ້ນເພື່ອຊ່ວຍເອົາຊີວິດຂອງຄົນເຈັບແລະ ຜູ້ທີ່ຂາດເຂີນເລືອດໃຫ້ທັນເວລາ.

No comments:

Post a Comment