Ad

Ad

29 April 2016

ປກສ ​ແຂວງ​ບໍລິ​ຄຳ​ໄຊ ຈັບ​ຜູ້​ຄ້າຂາຍ​ຢາ​ເສບ​ຕິດ 2 ຄົນ ພ້ອມ​ຢຶດຂອງ​ກາງ​ກັນຊາ 209 ກຣາມ

          ​ເຈົ້າໜ້າທີ່ພະແນກສະກັດກັ້ນແລະ ຕ້ານຢາເສບຕິດ ປກສແຂວງບໍລິຄຳໄຊ ລາຍງານໃຫ້ຮູ້ວ່າ: ​ໃນວັນທີ 25 ​ເມສານີ້, ​ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີເຄື່ອໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານທົ່ງນາມີເມືອງປາກກະດິງ ພວມມຸ້ງໜ້າເຂົ້າມາເມືອງປາກຊັນ, ​ຈາກນັ້ນເຈົ້າໜ້າທີ່ ກໍໄດ້ວາງກຳລັງຕິດຕາມເປົ້າໝາຍ, ມາຮອດ​​ເວລາປະມານ 20 ​ໂມງຂອງວັນດຽວກັນ ຈຶ່ງເຫັນເປົ້າໝາຍພວມຂົນສົ່ງຢາເສບຕິດມາຮອດເຂດບ້ານຫ້ວຍສຽດເມືອງປາກຊັນ, ​ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຈັບກຸມຜູ້ຖືກຫາໄດ້ 2 ຄົນຄື: ທ້າວ ຕົວຊົ່ງ ອາຍຸ 32 ປີ, ຢູ່ບ້ານນ້ຳເດີນເມືອງຄຳເກີດແລະ ທ້າວເຕັ້ງຊົ່ງ ອາຍຸ 26 ປີ ຢູ່ບ້ານທົ່ງນາມີເມືອງປາກກະດິງ ພ້ອມຂອງກາງກັນຊາຈຳນວນ 209 ກິໂລກລາມ, ລົດກະບະວີໂກ້ 1 ຄົນ. ຜ່ານການສືບສວນ-ສອບສວນພວກກ່ຽວທັງສອງໄດ້ຮັບສາລະພາບວ່າ: ​ໃນເວລາ 12 ​ໂມງຂອງວັນດຽວກັນ
ພວກກ່ຽວໄດ້ໄປຮັບເອົາກັນຊາຈຳນວນ 209 ກິໂລກລາມ ມາແຕ່ບ້ານຜາຂອດເມືອງວຽງທອງແຂວງບໍລິຄຳໄຊ ຈຸດປະສົງແມ່ນຈະເອົາມາຂາຍຢູ່ເຂດ​​ເມືອງປາກຊັນແຕ່ຖືກ​​ເຈົ້າໜ້າທີ່ສະກັດກັ້ນແລະ ຕ້ານຢາເສບຕິດກັກຕົວໄດ້ກ່ອນ, ຊຶ່ງປັດຈຸບັນເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວຍ ຂະຫຍາຍຜົນຫາພັກພວກກຸ່ມ​​​ແກ້ງທີ່ຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້ໂດຍໄວ.

No comments:

Post a Comment