Ad

Ad

28 April 2016

ຜົນສຳເລັດການຢ້ຽມຢາມ ສສ ຫວຽດນາມ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ

     ຕອບ​ສະໜອງຕາມ​ຄຳ​ເຊີນ​ຂອງ​ ສະຫາຍ ຫງວຽນ​ຟູ່ຈ້ອງເລຂາ ທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ສະຫາຍ ​​ເຈີ​ນດ້າຍ​ກວາງ  ປະທານ​ປະ​ເທດ​ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິ​ຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ-ລັດລາວ ໄດ້​ຢ້ຽມຢາມ​ສັນຖະວະ​ໄມຕີຢ່າງ​ເປັນ​ທາງ​ການ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ​ແຕ່​ວັນ​ທີ 25-27 ​ເມສາ 2016.
ໃນ​​ໄລຍະ​ຢ້ຽມຢາມ, ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ໄດ້​ພົບ​ປະເຈລະຈາ​ກັບ​ເລຂາທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ,​ ແລກປ່ຽນ​ຄຳຄິດ​ເຫັນ​ກັບ​ ປະທານ​ປະ​ເທດ ​ເຈີ​ນດ້າຍ​ກວາງ;​ ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຖິກີ​ມ​ເງິນ; ຢ້ຽມ​ຢາມພື້ນຖານ
ເສດຖະກິດ ແລະ ວັດທະນທຳຈຳນວນໜຶ່ງ ຢູ່ນະຄອນຫລວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິງ.
ໃນການພົບປະເຈລະຈາ ແລະ ​ແລກປ່ຽນ​ຄຳຄິດ​ເຫັນໄດ້ດຳເນີນໄປພາຍ​ໃຕ້​ບັນຍາກາດ​ທີ່​ເຕັມ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ​ເຊື່ອ​ໝັ້ນ​ເຊິ່ງກັນ ​ແລະ​ ກັນ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ທີ່​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ; ​ແລກປ່ຽນ​ຄຳ​ຄິດ​​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ແຜນນະ​ໂຍບາຍ, ມາດ​ຕະການ​ເພື່ອສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ​ໃຫ້ນັບ​ມື້​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະສິດທິ​ຜົນ. ພ້ອມ​ກັນ​ນັ້ນ, ກໍ​ໄດ້​​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງກ່ຽວ​ກັບບັນຫາພາກພື້ນ ​ແລະ ສາກົນທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.
ສອງຝ່າຍມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ບັນດາ​ຜົນສຳ​ເລັດ​ອັນ​ໃຫຍ່​ຫລວງ, ມີ​ຄວາມ​ໝາຍ​​ປະຫວັດສາດ​ຂອງ​ແຕ່​ລະ​ພັກ, ​ແຕ່ລະ​ປະ​ເທດ​ທີ່​ຍາດ​ມາ​ໄດ້​ໃນ​ພາລະກິດ​​ປ່ຽນ​ແປງ​ໃໝ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ມີ​ຄວາມ​ພາກພູມ​ໃຈ​ຕໍ່​​ຜົນສຳ​ເລັດອັນຈົບງາມ​ຂອງ​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ 10 ຂອງ​ພັກປະຊາຊົນ ປະຕິວັດລາວ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ຜົນການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ສະ​ໄໝ​ທີ 8 ຂອງ​ ສາທາລະນະ​ລັດ ປະຊາ​ທິປ​ະ​ໄຕ ປະຊາຊົນລາວ; ບັນດາ​ການ​ນຳ​ຂອງ ​ລາວ ແລະ ຫວຽດນາມ ມີຄວາມເຊື່ອໝັ້ນຢ່າງ​ໜັກ​ແໜ້ນ​ວ່າ ພາລະກິດ​ການ​ປະຕິວັດ​ຂອງ​ສອງ​ພັກ ​ແລະ ປະຊາຊົນ​ສອງ​ຊາດ ກໍ​ຄື​ສາຍ​ພົວພັນ​ຄວາມ​ສາມັກຄີ​ແບບພິ​ເສດ ລາວ-ຫວຽດນາມ ຈະ​​ໄດ້​ຮັບ​ການ​ພັດ​ທະນາຢ່າງບໍ່ຢຸດຢັ້ງຂຶ້ສູ່ລະດັບ​ສູງໃໝ່​.
ສະ​ຫາຍ ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ່ຈ້ອງ ແລະ ກາ​ນ​ນຳ​ຂອງຫວຽດນາມ ອວຍພອນ​​ຢ່າງຈິງໃຈໃຫ້​ພັກ, ລັດ ​ແລະ ປະຊາຊົນລາວອ້າ​ຍນ້ອງ​ຈົ່ງ​ປະ​ສົບຜົົນສຳເລັດໃນການຈັດ​ຕັ້ງປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ X ຂອງ​ພັກ ປະຊາຊົນ ປະຕິວັດລາວ ຢ່າງມີໄຊ, ນໍາເອົາ​ປະ​​ເທດ​ລາວຫລຸດ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​​ດ້ອຍ​ພັດທະນາ​ໃນ​ປີ 2020, ສ້າງ​​ປະ​ເທດລາວ ສັນຕິພາບ, ​ເອກະລາດ, ປະຊາທິປ​ະ​ໄຕ, ​ເອກະ​ພາບ ​ແລະ ວັດ​ທະນາ​ຖາວອນ ສູ່ຈຸດໝາຍ​ສັງຄົມ​ນິຍົມ, ຍົກ​ສູງ​ຖານະບົດບາດ ຂອງ​ລາວ​ໃຫ້​ນັບ​ມື້​ສູງ​​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ​ແລະ ​ໃນ​ໂລກ.
ສະ​ຫາຍ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ​ອວຍພອນ​ຢ່າງຈິງໃຈໃຫ້​ພັກ, ລັດ ​ແລະ ປະ​ຊາ​ຊົນຫວຽດນາມອ້າຍ​ນ້ອງ ຈົ່ງ​ປະ​ສົບຜົົນສຳເລັດໃນການຈັດ​ຕັ້ງປະຕິບັດມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດຫວຽດນາມຢ່າງມີໄຊ, ນຳ​ເອົາປະ​ເທດຫວຽດນາມ​ໃຫ້​ກາຍ​ເປັນ​ປະ​ເທດອຸດ​ສາຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​​ພື້ນຖານ​ໂດຍ​ໄວ, ຍົກ​ສູງ​ຖານະ​ບົດບາດ​ຂອງຫວຽດນາມນັບ​ມື້​ສູງ​​ເດັ່ນ​ຂຶ້ນ​ໃນ​ເວທີ​ພາກ​ພື້ນ ​ແລະ ​ໃນ​ໂລກ.
ສອງ​ຝ່າຍສືບຕໍ່​ຢືນຢັນ​ວ່າ​ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ​ໂດຍ​ແມ່ນ​ປະ​ທານ ​ໂຮ່ຈີມິງ ຜູ້​ຍິ່ງ​ໃຫຍ່, ປະທານ ​ໄກສອນ ພົມວິຫານ ​ແລະ ປະທານ ສຸພານຸວົງ ທີ່​ເຄົາ​ລົບ​ຮັກ ໄດ້ກໍ່ຕັ້ງຂຶ້ນ ແລະ​ ບັນດາ​​ການ​ນຳ​ຮຸ່ນຕ່າງໆຂອງ​ສອງພັກ-ລັດ ​ແລະ ປະຊາຊົນ​ສອງ​ຊາດ ໄດ້​ອອກເຫື່ອ​ເທ​ແຮງເພີ່ມ​ພູນ​ຄູນ​ສ້າງໄດ້​ກາຍ​ມາ​ເປັນ​ມໍລະດົກ​ອັນ​ລໍ້າ​ຄ່າ​ລວມ​ຂອງສອງ​ພັກ, ສອງ​ລັດ ແລະ ​​ເປັນ​ກົດ​ເກນແຫ່ງ​ການ​ຄົງ​ຕົວ ​ແລະ ຂະຫຍາຍຕົວ​ຂອງ​ພາລະກິດ​ປະຕິວັດ​ຂອງ​ປະຊາຊົນແຕ່ລະປະ​ເທດ, ​ເປັນ​ສາຍ​ພົວພັນ​ທີ່​ມີ​ລັກສະນະ​ເປັນຕາ​ຍ ​ແລະ ​ເປັນ​​ແຫລ່ງກໍາລັງ​ທີ່​ສຳຄັນສຳລັບ​ພາລະກິດ​ປົກ​ປັກ​ຮັກສາ​, ສ້າງ​ສາ ແລະ ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນພາລະກິດສັນຕິພາບ, ສະຖຽນລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ​ສອງ​ຝ່າຍ​ໝັ້ນ​ໝາຍຈະ​ພ້ອມ​ກັນອອກແຮງ​​ເພີ່ມພູນ​ຄູນ​ສ້າງ, ​ເສີມຂະ​ຫຍາ​ຍ ແລະ ຖ່າຍທອດ​ສາຍ​ພົວພັນສາມັກຄີ​ພິເສດດັ່ງກ່າວໃຫ້ແກ່ຄົນຮຸ່ນ​ຫລັງ​ສືບ​ຕໍ່​ໄປ.
ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ຊຸກຍູ້​​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ບົນ​ພື້ນຖານເສີມຂະຫຍາຍຈິດໃຈ​ແຫ່ງ​ຄວາມ​ເປັນ ເອກະລາດ, ເປັນເຈົ້າຕົນເອງ, ຮ່ວມມືແບບສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະສົມ​ປະ​ສານ​ລະ​ຫວ່າງລັກສະນະພິເສດຂອງການພົວພັນ ລາວ-ຫວຽດນາມ ກັບປະ​ເພ​ນີ​ຂອງສາກົນຢ່າງ​ສົມ​ເຫດ​ສົມ​ຜົນ, ໃຫ້ບູລິມະສິດເຊິ່ງກັນ ແລະ ກັນ, ຊ່ວຍໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ກັນ ​ແລະ ກັນ​ ເພື່ອຄວາ​ມວັດທະນາ​ຖາວອນ​ຂອງ​ແຕ່ລະ​ປະ​ເທດ, ​ ເພື່ອ​ສັນຕິພາບ, ສະຖຽນລະ​ພາບ, ການຮ່ວມມື ​ແລະ ການ​ພັດທະນາ​ຢູ່​​ໃນ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ແລະ ​ໃນ​ໂລກ.​
ສອງຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​​ເພີ່ມ​ທະວີ​ບັນດາ​ການ​ພົບ​ປະ, ຢ້ຽມຢາມ​ໄປມາຫາສູ່​ກັນເປັນປະຈຳ ແລະ ດ້ວຍ​ຫລາຍ​ຮູບ​ການລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງພັກ, ສອງ​ປະ​ເທດ; ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື, ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ​ກັນ​ລະຫວ່າງ​ບັນດາຄະ​ນະ​ຂອງ​ພັກ, ບັນ​ດາ​ກະຊວງ, ຂະ​ແໜງການ, ອົງການ​ຈັດ​ຕັ້ງ ​ແລະ ກຳມາ​ທິການ​ຂອງ​ສະພາແຫ່ງຊາດ, ​ແນວ​​ໂຮມ, ອົງການ​ຈັດ​ຕັ້ງ​ມະຫາ​ຊົນ ​ແລະ ບັນດາ​ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ; ລົງ​ເລິກ​ການ​ແລກປ່ຽນບົດຮຽນ​ດ້ານ​ທິດ​ສະ​ດີ-ພຶດ​ຕິ​ກຳ, ຊ່ວຍໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ວຽກງານ​ກໍ່ສ້າງ​ພັກ, ຄຸ້ມ​ຄອງ​ລັດ ​ແລະ ພັດທະນາ​ປະ​ເທດ​ຊາດ; ​ຖື​ສຳ​ຄັນ​ການກໍ່ສ້າງ, ບໍາລຸງ​ສ້າງ​ພະນັກງານ​ການ​ນຳ ​ແລະ ພະ​ນັກ​ງານ​ຄຸ້ມ​ຄອງ; ຍູ້​ແຮງ​ການໂຄສະນາ​ ແລະ ​ສຶກສາອົບຮົມ​ໃຫ້ແກ່​ບັນດາ​ພະນັກງານ, ສະມາຊິກ​ພັກ ​ແລະ ບັນດາ​ຊັ້ນ​ຄົນ ​ໂດຍ​ສະ​ເພາ​ແມ່ນ​ຄົນ​ຮຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບມູນ​ເຊື້ອ​ສາຍ​ພົວພັນ​ພິ​ເສດລະ​ຫວ່າງ ລາວ-ຫວຽດນາມ; ປະສານ​ສົມທົບ​ກັນ​ເປັນຢ່າງດີໃນການຈັດ​ຕັ້ງບັນດາກິດຈະກຳ​ ເພື່ອສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ ຄົບ​ຮອບ 55 ປີ ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ຄົບ​ຮອບ 40 ປີ ​ໃນ​ປີ 2017; ປະສານ​ສົມທົບ​ກັນ​ສ້າງ​ບັນດາ​ໂຄງການ ​ແລະ ປັບປຸງ​ບູລະນະບັນດາ​​ເຂດ​ອະນຸສອນ​ສະຖານ​ທາງ​ດ້ານ​ປະຫວັດສາດກ່ຽວ​ກັບ​ສາຍ​ພົວພັນ​ ລາວ-ຫວຽດນາມ ຢູ່​ແຕ່ລະ​ປະ​ເທດ.
ສອງ​ຝ່າຍ​ເຫັນ​ດີ​​ເປັນ​ເອກະ​ພາບ​ເປີດ​ກວ້າງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ຮ່ວມ​ມືທາງດ້ານ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ-​ເຕັກນິກ.... ບົນ​ພື້ນຖານການ​ເສີມ​ຂະຫຍາຍ​ຄວາມ​ອາດ​ສາມາດ ​ແລະ ທ່າ​ແຮງ​ບົ່ມ​ຊ້ອນຂອງ​ແຕ່ລະ​ປະ​ເທດຢ່າງ​ເຕັມສ່ວນ; ຊຸກຍູ້​ຢ່າງ​ແຂງ​ແຮງ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ບັນດາ​ສັນຍາ ​ແລະ ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານຢ່າງ​ມີ​ປະສິດທິ​ຜົນ ໂດຍເນັ້ນໃສ່ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ ຫວຽດ​ນາມຢູ່ລາວໃຫ້​ຮັບ​ປະ​ກັນ​ຕາມ​ກຳ​ນົດເວ​ລາ ແລະ​ ມີຄຸນ​ນະ​​ພາບ; ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ສ​ອງ​ປະ​ເທດ, ພື້ນ​ຖານ​ໂຄງ​ລ່າງທາງ​ດ້ານ​ຄົມ​ມະ​ນາ​ຄົມ ແລະ ພະ​ລັງ​ງານ; ປັບປຸງ ​ແລະ ປ່ຽນ​ແປງໃໝ່​ຢ່າງ​​ຕັ້ງໜ້າ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ​ຮ່ວມ​ຂອງລັດຖະບານ​ຂອງ​ສອງ​ປະ​ເທດ​ກ່ຽວກັບການຮ່ວມມືສອງຝ່າຍ; ສືບ​ຕໍ່​ເປີດ​ກວ້າງ ແລະ ຍົກ​ສູງ​ຄຸນ​ນະ​ພາບການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ​ບໍາລຸງສ້າງ ​ແລະ ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ ໂດຍ​ສະ​ເພາະ​ແມ່ນ​ການ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກໃຫ້​ແກ່ປະຊາຊົນ​ຂອງ​ກັນ​​ແລະ ກັນໃນການ​ດຳລົງ​ຊີວິດ, ​ທຳ​ມາ​ຫາ​ກິນ ​ແລະ ສຶກສາຮໍ່າຮຽນ​ຢູ່​ແຕ່​ລະ​ປະ​ເທດ ໂດຍສອດ​ຄ່ອງ​ກັ​ບ​ລະ​ບຽບ​ກົດ​ໝາຍ​ຂອງ​ແຕ່​ລະ​ປະ​ເທດ; ຈັດ​ຕັ້ງປະ​ຕິ​ບັດ​​ສັນ​ຍາ​ກ່ຽວ​ກັບ​ແຮງ​ງານຢ່າງ​ມີ​ປະ​ສິດ​ທິ​ຜົນ; ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແ​ຟ້ນ​ໃນ​ການ​ຄຸ້ມ​ຄອງ​ພົນ​ລະ​ເມືອງຂອງ​ກັນ ແລະ ກັນຢູ່​ແຕ່​ລະ​ປະ​ເທດ.
ສອງ​ຝ່າຍ​​ເຫັນ​ດີ​ເປັນ​ເອກະ​ພາບ​ກັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ​​ຮັບປະກັນ​ສະຖຽນລະ​ພາບ​ທາງ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ດ້ານ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ; ສ້າງ​ເສັ້​ນ​ຊາຍ​ແດນ ລາວ-ຫວຽດ​ນາມ, ຫວຽດນາມ-ລາວ ໃຫ້​ມີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຢືນ​ຍົງ, ປະສາ​ນສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການຕ້ານ​, ສະກັດ​ກັ້ນ ​​ແລະ ຕໍ່ສູ້ກັບ​ບັນດາອາ​ະ​ຍາ​ກຳ​ຂ້າມ​ຊາດຢ່າງ​ມີ​ປະສິດທິ​ຜົນ; ສືບ​ຕໍ່​​ອອກ​ແຮງປະສານ​ສົມທົບໃນ​ການ​ຊອກ​ຄົ້ນຫາ​ ແລະ ຈັດ​ສົ່ງ​ອັດ​ຖິຂອງ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວ​ຊານຫວຽດນາມທີ່​ເສຍ​ຊີວິດໃນປາງສົງຄາມ​ຢູ່ລາວກັບ​ຄື​ນປະ​ເທດ, ປະ​ສານ​ສົມ​ທົ​ບ​ກັນ​​ປັບ​ປຸງ​ບັນ​ດາ​ເອກະ​ສານ​ນິ​ຕິ​ກຳ​ໃຫ້​ສົມ​ບູນ ແລະ ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​​ອາ​ນຸ​ສັນ​ຍາກ່ຽວ​ກັບ​ເສັ້ນ​ຊາຍ​ແດນ ແລະ ປັກ​ຫລັກ​ໝາຍ​ຊາຍ​ແດນ​ ແລະ ສັນ​ຍາ​ວ່າ​ດ້​ວຍ​ລະ​ບຽບການ​ຄຸ້ມ​ຄອງ​ເສັ້ນ​ຊາຍ​ແດນ ແລະ   ດ່າ​ນ​ຊາຍແດນ​ທີ່​ເຊັນ​ກັນໃນ​ວັນ​ທີ 16/3/2016 ໃຫ້ມີ​ປະ​ສິດ​ທິ​ຜົນ.
ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ ​ແລະ ​ເປັນ​​ເອກະ​ພາບ​​​ກັນກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ; ​ຢືນຢັນສືບ​ຕໍ່​ປະ​ສານສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ເວ​ທີພາກ​ພື້ນ ​ແລະ ສາກົນ ​ເປັນ​ຕົ້​ນ​​ໃນ​ອົງການ​ສະຫະ​ປະຊາ​ຊາດ, ອາ​ຊຽນ ​ແລະ ບັນດາ​ກົນ​ໄກ​ການຮ່ວມ​ມື​ອະນຸ​ພາກ​ພື້ນ; ​ປະກອບສ່ວນ​ເຂົ້າໃນ​ການ​ສ້າງ​ປະຊາ​ຄົມອາ​ຊຽນໃຫ້​ມີ​ຄວາມ​ເຂັ້ມ​ແຂງ; ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ ແລະ ​ເສີມຂະຫຍາຍ​ບົດບາດ​ຄວາມ​ເປັນ​​ແກນ​ກາງຂອງອາ​ຊຽນ. ຫວຽດ​ນາມ​ ໃຫ້​ການ​ສະ​ໜັບ​ສະ​ໜູນຢ່າງ​ຕັ້ງ​ໜ້າ ແລະ ຮອບ​ດ້ານ​ຕໍ່​ການ​ເປັນ​ປະ​ທານອາ​ຊຽນຂອງ​ລາວ.
ສອງ​ຝ່າຍ​ຊົມ​ເຊີຍ​ຜົນສຳ​ເລັດຂອງກອງ​ປະຊຸມ​ສຸດ​ຍອດກ່ຽວ​ກັບ​ການ​ຮ່ວມ​ມື ລ້ານ​ຊ້າງ-​ແມ່​ນໍ້າຂອງ ​ຄັ້ງ​ທຳ​ອິດ; ບົນ​ພື້ນ​ຖານ​ສືບ​ຕໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ​ສອງ​ປະ​ເທດ, ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນນຳ​ກັນກັບ​ບັນດາ​ປະ​ເທດ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໃນ​ການ​ຄຸ້ມ​ຄອງ, ນໍາ​ໃຊ້​ແມ່​ນໍ້ຂອງ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍືນ​ຍົງ; ພ້ອມ​ກັບກຳປູ​ເຈຍຊຸກຍູ້​ການຈັດ​ຕັ້ງປະຕິບັດ​ບັນດາ​ໂຄງການ​ຮ່ວມ​ມື​​ໃນ​ເຂດ​ສາມ​ຫລ່ຽມ​ພັດ​ທະນາ ກໍາປູ​ເຈຍ-ລາວ-ຫວຽດນາມ ​ຢ່າງ​ມີ​ປະສິດທິ​ຜົນ.
ສອງ​ຝ່າຍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະຖຽນລະ​ພາບ, ຄວາມສະຫງົບ​ປອດ​ໄພ​ຢູ່ທະ​ເລ​ຈີນ​ໃຕ້(ຫວຽນາມເອີ້ນວ່າ ທະເລຕາເວັນອອກ); ເປັນ​ເອກະ​ພາບ​ກັນ​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫ​າຂໍ້​ຂັດແຍ່ງໃນ​ທະ​ເລ​ຈີນ​ໃຕ້ໂດຍ​ສັນ​ຕິ​ວິ​ທີບົນ​ພື້ນ​ຖານ​​ກົດ​ໝາຍ​ສາ​ກົນ; ຮ່ວມ​ກັບ​​ຝ່າຍ​ຕ່າງໆປະ​ຕິ​ບັດ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າ​ຍ​ທີ່​ກ່ຽວ​ຂ້ອງ​ຢູ່ທະ​ເລ​ຈີນ​ໃຕ້ (DOC) ​ຢ່າງຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ ແລະ ກ້າວ​ໄປສູ່​ການ​ບັນ​ລຸ​ຫລັກ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃນ​ທະ​ເລ​ຈີນ​ໃຕ້ (COC) ແນ​ໃສ່​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນລະ​ພາບ, ກາ​ນ​ຮ່ວມ​ມື ແລະ​ ການ​ພັດ​ທະ​ນາ​​ຢູ່​ໃນພາກ​ພື້ນ ແລະ ໃນ​ໂລກ.
ສອງ​ຝ່າຍ​ຕີລາຄາສູງຕໍ່ຜົນສຳເລັດອັນຈົບງາມ ແລະ ມີຄວາມໝາຍຢ່າງເລິກເຊິ່ງຂອງການຢ້ຽມຢາມ​ສັນຖະວະ​ໄມຕີ​ ສສ ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ ແຫ່ງ​ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ​​ເຊິ່ງ​ເປັນ​ການປະກອບສ່ວນ​ອັນ​ສຳຄັນ​​​ເຂົ້າໃນການເຮັດໃຫ້ສາຍ​ພົວພັນ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ​ໃຫ້​ນັບ​ມື້​ນັບ​​ໄດ້​ຮັບ​ການ​​ເສີມ​ຂະຫຍາຍເຂົ້າສູ່ລວງເລິກ​, ແທດ​ຕົວ​ຈິງ ແລະ ມີປະສິດທິຜົນ, ຕອບ​ສະໜອງຕາມ​ຄວາ​ມມຸ່ງມາດ​ປາດ​ຖະໜາ​ຂອງ​ ປະຊາຊົນ​ສອງ​ປະ​ເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສະ​ຫາຍ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ​ສາທາລະນະ​ລັດ​ ປະຊາທິປະ​ໄຕ ປະຊາຊົນລາວ ໄດ້​ສະ​ແດງຄວາ​ມຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​​ໃຈ​ຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ,​ ສະ​ແດງຄວາ​ມຂອບ​ໃຈ​ເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ, ປະທານປະເທດ ເຈີ່ນດ່າຍກວາງ ແລະ ບັນດາການນໍາຂັ້ນ​ສູງຂອງຫວຽດ ນາມ ທີ່​ໄດ້​ໃຫ້ການ​ຕ້ອນຮັບຢ່າງ​ສົມ​ກຽດ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ​ຖານ​ສະຫາຍ​ອ້າຍ​ນ້ອງ ເຊິ່ງສະ​ແດງ​ເຖິງ​ຄວາມ​ມີ​ຊີວິດ​ຊີວາແຫ່ງສາຍ​ພົວພັນ​ທີ່​ສະໜິດແໜ້ນ, ບໍລິສຸດຜຸດຜ່ອງ ແລະ ເຫລື້ອມ​ໃສ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ສະ​ຫາຍ ບຸນ​ຍັງ ວໍລະ​ຈິດ  ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດລາວ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາ​ຊົນລາວ ໄດ້​ເຊື້​ອ​ເຊີນ ​ເລຂາທິການ​ໃຫຍ່ ຫງວຽນຟູ່ຈ້ອງ ພ້ອມພັນລະຍາ ​ແລະ ປະທານ​ປະ​ເທດ ເຈີນດ່າຍກວາງ ພ້ອມພັນລະຍາ ແລະ ເຊື້ອເຊີນບັນດາສະຫາຍການນຳຂັ້ນ​ສູງຂອງພັກ-ລັດຫວຽດນາມ ​ໄປ​ຢ້ຽມຢາມ​ສັນຖະວະ​ໄມຕີ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນລາວ ​ຢ່າງ​ເປັນ​ທາງ​ການ. ​ເລຂາທິການ​ໃຫຍ່ ຫງວຽນຟູ່ຈ້ອງ ​ແລະ ປະທານ​ປະ​ເທດ ເຈີນດ່າຍກວາງ ແລະ ບັນດາການນຳຂັ້ນສູງຂອງຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ​ແລະ ຕອບ​ຮັບ​ຄຳ​ເຊີນ​ດ້ວຍ​ຄວາມ​ຍິນ​ດີ, ວັນເວລາ​ຂອງ​ການ​ຢ້ຽມຢາມ​ຈະ​​ແຈ້ງ​ຜ່ານ​ທາງ​ການ​ທູດ.

No comments:

Post a Comment