Ad

Ad

28 April 2016

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງກະສິກໍາ-ປ່າໄມ້

   ພິທີມອບ-ຮັບໜ້າທີ່ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ລະຫວ່າງທ່ານ ດຣ ເພັດ ພົມພິພັກ ຜູ້ເກົ່າທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ລຽນ ທີແກ້ວ ອະດິດລັດຖະມົນຕີກະຊວງການເງິນມາເປັນລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ຜູ້ໃໝ່, ໄດ້ມີຂຶ້ນໃນບ່າຍວັນທີ 27 ເມສານີ້ຢູ່ກະຊວງດັ່ງກ່າວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ມີບັນດາຮອງລັດຖະມົນຕີ, ຄະນະພັກ ແລະ ພະນັກງານຫລັກແຫລງອ້ອມຂ້າງກະຊວງດັ່ງກ່າວເຂົ້າຮ່ວມຢ່າງຫລວງຫລາຍ ເພື່ອປະຕິບັດຕາມການຕົກລົງຂອງກົມການເມືອງສູນກາງພັກ, ສະພາແຫ່ງຊາດ,  ລັດຖະດໍາລັດຂອງປະທານປະເທດ ແລະ ນາຍົກລັດຖະ ມົນຕີແຫ່ງ ປປ ລາວ.

             ທ່ານ ເພັດ ພົມພິພັກ ໄດ້ລາຍງານໂດຍຫຍໍ້ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນໄລຍະຜ່ານມາວ່າ:ຂະແໜງກະສິກໍາ-ປ່າໄມ້ ມີພາລະບົດບາດໃນການຄຸ້ມຄອງມະຫາພາກໃນການພັດທະນາກະສິກໍາ-ປ່າໄມ້ ທົ່ວປະເທດ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຜະລິດເປັນສີນຄ້າ, ກະສິກໍາສະອາດ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ, ທັງຈັດສັນອາຊີບຄົງທີ ແລະ ຊຸກຍູ້ການຜະລິດຂອງປະຊາຊົນເພື່ອແກ້ໄຂຄວາມທຸກຍາກ, ໃນໄລຍະ 5 ປີຜ່ານມາຂະແໜງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 2,8-3%, ກວມອັດຕາສ່ວນປະມານ 24% ຂອງລວມຍອດຜະລິດຕະພັນພາຍໃນ (GDP), ສາມາດຜະລິດເຂົ້າໄດ້ທັງໝົດ 4,1 ລ້ານໂຕນໃນປີ 2015, ການລ້ຽງສັດຂະຫຍາຍຕົວສະເລ່ຍ 5% ຕໍ່ປີ, ສາມາດສະໜອງຊີ້ນ, ປາ ແລະ ໄຂ່ ໄດ້ຢ່າງພຽງພໍຕາມຄວາມຕ້ອງການຂອງສັງຄົມ, ການຜະລິດເປັນສີນຄ້າມີບາດກ້າວພົ້ນເດັ່ນ, ໂດຍສະເພາະການປູກກາເຟ, ສາລີ, ມັນຕົ້ນ, ເຂົ້າ, ໝາກເດືອຍ, ກ້ວຍ, ໝາກໂມ, ອ້ອຍ ມີການເຕີບໃຫຍ່ຂະ ຫຍາຍຕົວ, ສ່ວນການລ້ຽງສັດແບບເປັນຟາມ, ລ້ຽງປາໃນໜອງ, ກະຊັງ ກໍມີຈໍານວນເພີ່ມຂຶ້ນນັບມື້ ແລະ ອັນພົ້ນເດັ່ນໃນປີ 2015 ຜ່ານມາ, ປປ ລາວ ໄດ້ຮັບໃບຢັ້ງຢືນຈາກອົງການອາຫານ ແລະ ການກະເສດຂອງອົງການສະຫະປະຊາຊາດ ທີ່ສາມາດບັນລຸຄາດໝາຍສະຫັດສະວັດທີ 1 ໃນການຫລຸດຜ່ອນການຂາດແຄນດ້ານສະບຽງອາຫານ ແລະ ແກ້ໄຂຄວາມທຸກຍາກຈາກ 42% ໃນປີ 1990 ມາເປັນ 18% ໃນປີ 2015 ແລະ ຄາດວ່າຮອດປີ 2020 ຈະສູ້ຊົນໃຫ້ຫລຸດພົ້ນຈາກສະຖານະພາບການຂາດແຄນດ້ານສະບຽງອາຫານ ແລະ ຄວາມທຸກຍາກໄດ້.

           ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໂອລົມຊີ້ນໍາຕໍ່ຄະນະພັກ-ຄະນະນໍາ ແລະ ພະນັກງານວິຊາການກະຊວງກະສິກໍາ ແລະ ປ່າໄມ້, ຊຶ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຜົນງານທີ່ກະຊວງກະສິກໍາ ແລະ ປ່າໄມ້ ຍາດມາໄດ້ ເປັນຕົ້ນແມ່ນ: ວຽກງານການຜະລິດສະບຽງອາຫານ ແລະ ການຜະລິດສີນຄ້າກະສິກໍາ, ການຄໍ້າປະກັນທາງດ້ານສະບຽງອາຫານ, ການຄຸ້ມຄອງປ່າເຫັນວ່າມີບາດກ້າວພົ້ນເດັ່ນຫລາຍ, ແຕ່ແນວໃດກໍຕາມຢາກໃຫ້ພວກເຮົາມີຄວາມເຂົ້າໃຈເປັນເອກະພາບກັນວ່າ, ປັດຈຸບັນສະບຽງອາຫານພວມເປັນບັນຫາລວມຂອງໂລກ, ສະພາບການດັ່ງກ່າວມັນຮຽກຮ້ອງໃຫ້ທຸກປະເທດໃນໂລກຕ້ອງມີແຜນຮັບມືຢ່າງຮີບດ່ວນ, ໂດຍສະເພາະການມີຄັງແຮເຂົ້າ, ສະນັ້ນຂໍໃຫ້ກະຊວງກະສິກໍາ ແລະ ປ່າໄມ້ຈົ່ງສືບຕໍ່ເອົາໃຈໃສ່ສ້າງຕັ້ງຄັງແຮເຂົ້າທີ່ຮັບປະກັນທາງດ້ານຄຸນນະພາບ ແລະ ປະສິດທິພາບສູງ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານໃນຕໍ່ໜ້າ, ນອກຈາກນີ້ກໍໃຫ້ເອົາໃຈໃສ່ປົກປັກຮັກສາຄວາມດັ້ງເດີມຂອງປ່າໄມ້ໃຫ້ດີ, ໂດຍສະເພາະບໍ່ໃຫ້ມີການບຸກລຸກປ່າດົງດິບ, ປ່າສະຫງວນ, ປ່າປ້ອງກັນ ດ້ວຍການຈັດສັນທີ່ດິນການຜະລິດຢ່າງເປັນລະບົບເຊັ່ນ: ດິນປູກພືດກະສິກໍາ, ອຸດສະຫະກໍາອື່ນໆໃນພື້ນທີ່ປ່າເຊື່ອມໂຊມ ແລະ ເພື່ອຮັບປະກັນໃຫ້ການປົກຫຸ້ມຂອງປ່າໄມ້ກວມຫລາຍກວ່າ 70% ຂອງເນື້ອທີ່ທົ່ວປະເທດໃຫ້ປະກົດຜົນເປັນຈິງ.  

No comments:

Post a Comment