Ad

Ad

28 April 2016

ລັດຖະບານອອກແຈ້ງພັກວັນກໍາມະກອນ

     ຫ້ອງວ່າການລັດຖະບານໄດ້ອອກແຈ້ງການສະບັບເລກທີ 622/ຫລບ, ລົງວັນທີ 26 ເມສາ 2016, ເຖິງບັນດາກະຊວງ, ອົງການຈັດຕັ້ງພັກ-ລັດອ້ອມຂ້າງສູນກາງ, ທ້ອງຖິ່ນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດຊາບວ່າ: ເນື່ອງຈາກວັນກໍາມະກອນສາກົນວັນທີ 1 ພຶດສະພາ 2016 ແມ່ນກົງກັບວັນອາທິດເປັນມື້ພັກລັດຖະການ, ສະນັ້ນ ຈຶ່ງກໍານົດເອົາວັນທີ 2 ພຶດສະພາ 2016 ກົງກັບວັນຈັນເປັນວັນພັກຊົດເຊີຍ, ໂດຍປະຕິບັດຕາມກົດໝາຍວ່າດ້ວຍແຮງງານສະບັບປັບປຸງໃໝ່ ແລະ ການຕົກລົງເຫັນດີຂອງນາຍົກລັດຖະມົນ

ຕີແຫ່ງ ສປປ ລາວ.

No comments:

Post a Comment