ພິທີລົງນາມສັນຍາເງິນກູ້ບໍ່ມີດອກເບ້ຍ ລະຫວ່າງລັດຖະບານລາວ ຕາງໜ້າໂດຍ
ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານນາງ ມາກິດ ລາບອງ ຫົວໜ້າກົມສະໜອງທຶນເພື່ອການຄ້າ ທະນາຄານສົ່ງອອກ-ນຳເຂົ້າ ສ.
ຮົງກາລີ ໄດ້ມີຂຶ້ນໃນວັນທີ 26 ເມສານີ້,
ທີ່ນະຄອນຫລວງວຽງຈັນ ເພື່ອນຳ ມາໃຊ້ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ
VIII (2016-2020), ໃຫ້ມີປະສິດທິຜົນ ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການບໍລິໂພກ,
ເຊິ່ງເປັນໜ້າທີ່ສຳຄັນຂອງການພັດທະນາ ແລະ ແນໃສ່ຍົກສູງສະມັດຕະພາບຂອງການຜະລິດ, ສຸຂະພາບຂອງປະຊາຊົນ ນັບທັງດ້ານຮ່າງກາຍ, ຈິດໃຈ
ແລະ ມັນ
ສະໝອງ
ໂດຍສະເພາະກຸ່ມຜູ້ດ້ອຍໂອກາດ, ເດັກນ້ອຍ ແລະ ແມ່ຍິງໃນໄວຈະເລີນພັນ ເພື່ອຫລີກເວັ້ນບັນຫາການຂາດສານອາຫານຂອງປະຊາຊົນຕາມທິດພັດທະນາກະສິກຳສະອາດ ແລະ ຍືນຍົງ.
ນອກນີ້, ຍັງມີການລົງນາມສັນຍາການຄ້າ ໃນໂຄງການສົ່ງເສີມການລ້ຽງສັດ ແລະ ປາເປັນສິນຄ້າ ໃນມູນຄ່າ 30 ລ້ານໂດລາສະຫະລັດ, ໂດຍແມ່ນທ່ານ ດຣ.
ສົມພັນ ຈັນເພັງໄຊ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ
ດຣ.
ລັດໂຊ ວາຣາດີ ອຳນວຍການບໍລິສັດ ອາໂກຣ ເອເຊຍ ວິຕາຟອດທ໌ ສ.
ຮົງກາລີ ຮ່ວມລົງນາມໃນສັນຍາດັ່ງກ່າວ, ເຊິ່ງເປັນການຕໍ່ຍອດຈາກໂຄງການເກົ່າ ທີ່ໄດ້ສ້າງພື້ນຖານໂຄງລ່າງການຜະລິດອາຫານສັດ, ໂຮງງານຂ້າສັດທັນສະໄໝ
ເພື່ອສ້າງຕັ້ງລະບົບຕ່ອງໂສ້ ການຜະລິດຊີ້ນຄຸນນະພາບ ແລະ ປອດໄພ,
ແນໃສ່ຈຳໜ່າຍພາຍໃນ
ແລະ ການສົ່ງອອກຊີ້ນ-ປາ ແລະ ຜະລິດຕະພັນ ອາຫານທີ່ມີຄຸນນະພາບໃຫ້ແກ່ຕະຫລາດພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນຕະຫລາດຂອງບັນດາປະເທດອາຊຽນ.
No comments:
Post a Comment