Ad

Ad

28 April 2016

ການສອບເສັງນັກຮຽນເກັ່ງຊັ້ນປະຖົມສຶກສາທົ່ວປະເທດ ມີຂຶ້ນ​ໃນວັນທີ 27-29 ເມສານີ້

          ການສອບເສັງນັກຮຽນເກັ່ງຊັ້ນປະຖົມສຶກສາທົ່ວປະເທດ ປະຈຳສົກຮຽນ 2015-2016, ​ໄດ້ຈັດຂຶ້ນໃນວັນທີ 27-29 ເມສານີ້, ທີ່ນະຄອນຫລວງວຽງຈັນ, ໂດຍມີນັກສອບ ເສັງເຂົ້າຮ່ວມທັງໝົດ 54 ຄົນ, ຍິງ 35 ຄົນ, ເຊິ່ງໄດ້ສອບເສັງໃນ 3 ວິຊາຄື: ຄະນິດ ສາດ, ພາສາລາວແລະໂລກອ້ອມຕົວ.
          ທ່ານ ທອງຜິວ ບຸດສະດີ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການແລະ ກິລາ ກ່າວວ່າ: ການສອບເສັງດັ່ງກ່າວ ເພື່ອເປັນການວັດແທກ ແລະ ປະເມີນຜົນຂອງການສິດສອນ-ຮ່ຳຮຽນຂອງຄູ ແລະ ນັກຮຽນໃນສົກຮຽນ, ເພື່ອຄັດເລືອກ ແລະ ສົ່ງເສີມນັກຮຽນເກັ່ງທີ່ມີພອນສະຫວັນ ໃນແຕ່ລະ ວິຊາ ໃນການເປັນຕົວແທນຂອງຊາດ ເຂົ້າຮ່ວມການແຂ່ງຂັນລະດັບພາກ ພື້ນ ແລະ ສາກົນ.


ຜົນການສອບເສັງແມ່ນຈະປະກາດໃນທ້າຍເດືອນເມສານີ້, ທີ່ມະຫາວິທະຍາໄລແຫ່ງຊາດ, ຊຶ່ງນັກຮຽນເກັ່ງທີ່ໄດ້ອັນດັບທີ 1, 2 ແລະ 3 ຈະໄດ້ຮັບ ໃບຢັ້ງຢືນ, ໃບຍ້ອງຍໍ ແລະ ທຶນການ ສຶກສາຈຳ ນວນໜຶ່ງພ້ອມທັງຫລຽນນັກຮຽນເກັ່ງ, ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາອີກດ້ວຍ.

No comments:

Post a Comment