ຮອງປະທານສູນກາງສະຫະພັນກຳມະບານລາວ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາເມື່ອບໍ່ດົນມານີ້ວ່າ: ເນື່ອງໃນໂອກາດວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ
130 ປີ ທີ່ຈະມາເຖິງນີ້ ສູນກາງສະຫະ ພັນ ກຳມະບານລາວ
ຈະໄດ້ຈັດຫລາຍກິດຈະກຳເພື່ອລະນຶກວັນປະຫວັດສາດສຳຄັນດັ່ງ ກ່າວງຄື:
ວັນທີ 28 ເມສານີ້ ຈະຈັດຕັ້ງການບໍລິຈາກເລືອດຊ່ວຍເຫລືອສັງຄົມ ຂຶ້ນທີ່ໂຮງຮຽນທິດສະດີການເມືອງ-ການປົກຄອງ ບ້ານໂພນພະເນົາ, ເຊົ້າວັນທີ 30 ເມສານີ້, ຈະຈັດກິດຈະກຳຍ່າງເພື່ອສຸຂະພາບ ແລະ ກິດຈະກຳອື່ນໆ,
ເພື່ອລະນຶກວັນກຳມະກອນສາກົນ ຄົບຮອບ 130 ປີ.
ທ່ານຮອງປະທານສູນກາງກຳມະບານ ໃຫ້ຮູ້ວ່າ: ພາຍຫລັງພັກປະຊາຊົນ ປະຕິວັດລາວ
ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ພັກ ໄດ້ສືບຕໍ່ຊີ້ນຳ-ນຳພາປະຊາຊົນບັນດາເຜົ່າ ກໍຄືຊົນຊັ້ນກຳມະກອນ,
ດຳເນີນ ການປະຕິວັດຕ້ານລັດທິລ່າເມືອງຂຶ້ນແບບໃໝ່ຢູ່ປະເທດເຮົາ, ສູນກາງພັກໄດ້ສ້າງຕັ້ງ
ອົງ ການກຳມະບານລາວຂຶ້ນໃນວັນທີ 1 ກຸມພາ
1956 ແລະ ໄດ້ມອບໝາຍໃຫ້ອົງການກຳ ມະບານ
ເປັນຕົວແທນໃນການປຸກລະດົມ, ສຶກສາອົບຮົມ,
ເຕົ້າໂຮມກຳມະກອນລາວເຂົ້າ ຮ່ວມໃນພາລະກິດປະຕິວັດ ແລະ ເຮັດພາລະບົດບາດປົກປ້ອງສິດຜົນປະໂຫຍດອັນຊອບ ທຳໃຫ້ແກ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ນຳພາຂະບວນກຳມະກອນລາວລຸກຮື້ຂຶ້ນຍຶດອຳນາດການປົກຄອງໃນທົ່ວປະເທດຢ່າງພິລະອາດຫານດັ່ງຂະບວນຂອງກຳມະກອນໄຟຟ້າລາວ, ໄດ້ເປີດສາກນຳໜ້າພາທາງໃຫ້ຂະບວນກຳມະກອນຢູ່ແຫ່ງອື່ນໆ ແລະ ປະຊາຊົນລາວລຸກຂຶ້ນຕໍ່ສູ້ ພາຍໃຕ້ການນຳພາອັນ ສະຫລາດສ່ອງໃສຂອງພັກປະຊາຊົນລາວ, ສາມາດໂຄ່ນລົ້ມລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຢ່າງສິ້ນເຊີງ,
ສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ
ລາວຂຶ້ນໃນວັນທີ 2 ທັນວາປີ
1975 ໄດ້ຢ່າງມີໄຊ,
ຊຶ່ງເປັນບາດລ້ຽວປະຫວັດສາດອັນສຳຄັນຂອງຊາດ ລາວເຮົາອີກດ້ວຍ.
ມາຮອດປັດຈຸບັນທົ່ວປະເທດມີແຮງງານທີ່ມີວຽກເຮັດງານທຳ (ແຮງງານໃນລະບົບ) 551.254 ຄົນ,
ໃນນັ້ນ ເປັນລັດຖະກອນ
161.527 ຄົນ, ແຮງງານວິສາຫະກິດ 389.727 ຄົນ, ຊຶ່ງປະກອບມີຫົວໜ່ວຍແຮງງານທັງໝົດ 45.527 ແຫ່ງໃນທົ່ວປະເທດ.
No comments:
Post a Comment