Ad

Ad

28 April 2016

ທູດອາເມລິກາປູກຕົ້ນຈໍາປາໃນໂອກາດວັນຄຸ້ມຄອງໂລກ

           ເນື່ອງໃນໂອກາດວັນຄຸ້ມຄອງໂລກ 22 ເມສາ (Earth Day), ທ່ານເອກອັກຄະລັດຖະທູດ ແດນຽວ ຄລູນ ແລະ ພັນລະຍາ, ພ້ອມດ້ວຍນັກສຶກສາຈາກໂຄງການແອກເຊັດສະໂກລາຊີບ(Access Scholaship), ໄດ້ຮ່ວມກັນປູູກຕົ້ນດອກຈໍາປາຈໍານວນຫລາຍຕົ້ນທີ່ສູນອາເມລິກາ(ທາດດໍາ),ນະຄອນຫລວງວຽງຈັນ, ເພື່ອປະກອບເຂົ້າໃນຄວາມພະຍາຍາມຂອງສາກົນທີ່ຈະປູກຕົ້ນໄມ້ໃຫ້ໄດ້ 7,8 ຕື້ຕົ້ນແຕ່ນີ້ຮອດປີ 2020.
    ວັນຄຸ້ມຄອງໂລກ, ໄດ້ມີການສະເຫລີມສະຫລອງທຸກໆປີ, ການສະຫລອງຄັ້ງທໍາອິດຈັດຂຶ້ນໃນປີ 1970 ແລະ ມາຮອດປັດຈຸບັນມີຫລາຍກວ່າ 193 ປະເທດທົ່ວໂລກໄດ້ຈັດ ກິດຈະກໍາສະຫລອງວັນດັ່ງກ່າວ, ຊຶ່ງປີນີ້ມີຫົວຂໍ້ວ່າ:“ ປູກຕົ້ນໄມ້ສໍາລັບໂລກ Trees for The Earth”.

    ໃນໂອກາດນີ້, ທ່ານທູດອາເມລິກາໄດ້ກ່າວສະແດງຄວາມຊົມເຊີຍທີ່ເຫັນວ່າໃນປັດຈຸບັນນີ້, ນັກ ຮຽນ-ນັກສຶກສາລາວສ່ວນຫລາຍໄດ້ມີຄວາມສົນໃຈ ແລະ ເອົາໃຈໃສ່ຮໍ່າຮຽນພາສາຕ່າງປະເທດຫລາຍຂຶ້ນ,ໂດຍສະເພາະແມ່ນພາສາອັງກິດທີ່ເປັນພາສາທາງການສາກົນ ແລະ ບັນດາປະເທດສະມາຊິກອາຊຽນນໍາດ້ວຍ.
   ໂຄງການ Access Scholaship ແມ່ນການໃຫ້ທຶນການສຶກສາຈາກສະຫະລັດອາ ລິກາແກ່ນັກສຶກສາທີ່ມີອາຍຸແຕ່ 14 – 17 ປີ, ນອກຈາກຮຽນພາສາອັງກິດໂດຍບໍ່ເສຍຄ່າແລ້ວ, ຍັງໄດ້ເຂົ້າຮ່ວມຝຶກອົບຮົມທັດສະຊີວິດສໍາລັບໄວໜຸ່ມຜ່ານກິດຈະກໍາຕ່າງໆເຊັ່ນ: ກິລາ, ສີລະປະ ແລະ ການພັດທະນາຊີວີດດ້ານຕ່າງໆອີກດ້ວຍ.


No comments:

Post a Comment