Ad

Ad

26 April 2016

ສະຫາຍ​ ບຸນຍັງ ວໍລະຈິດ ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ຢ້ຽມຢາມ ​ສສ ຫວຽດນາມ​ ຢ່າງ​ເປັນ​ທາງ​ການ

          
​ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊື້ອ​​ເຊີນຂອງ​ສະຫາຍ​ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່ ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ສະຫາຍ ​ເຈີ​ນດ້າຍ​ກວາງ ປະທານ​ປະ​ເທດ ​ແຫ່ງ ສສ ຫວຽດນາມ, ສະຫາຍ​ ບຸນຍັງ ​ວໍລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄ​ຕ ປະຊາຊົນ​ລາວ ພ້ອມ​ຄະນະ​ຜູ້​ແທນ​ຂັ້ນ​ສູງພັກ-ລັດ​ ເດີນທາງ​ໄປ​ຢ້ຽມຢາມ​ສັນທະ​ວະ​ໄມຕີ ສາທາລະນະ​ລັດ ສັງຄົມ​ນິຍົມ ​ຫວຽດນາມ ​ຢ່າງເປັນທາງການ ໃນ​ວັນ​ທີ 25-27 ​ເມສາ​ນີ້.
          ພິທີ​ຕ້ອນຮັບ​ທາງ​ການ​ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຢູ່ສຳນັກງານ​ປະທານ​ປະ​ເທດ​ ສສ ຫວຽດນາມ ທີ່​ນະຄອນຫລວງ​ຮ່າ​ໂນ້ຍ ​ໂດຍ​ມີ​ສະຫາຍ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່ ຄະນະບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ, ມີບັນດາການນຳ, ຄະນະລັດຖະບານ ແລະ ມວນຊົນຊາວຫວຽດນາມ ເຂົ້າຮ່ວມເປັນຈຳນວນຫລາຍ.

          ພາຍຫລັງສຳເລັດພິທີຕ້ອນຮັບການພົບປະສອງຝ່າຍໄດ້ຈັດຂື້ນຢູ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ຫງວຽນຟູຈ້ອງ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ສະຫາຍ ບຸນຍັງ ວໍລະຈິດ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນຂອງການນໍາພັກ-ັດ ກໍຄືປະຊາຊົນລາວ. ການເດີນທາງຢ້ຽມຢາມສັນທະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງສະຫາຍພ້ອມຄະນະຄັ້ງນີ້ ເປັນການຢັ້ງຢືນ ແລະ ເສີມຂະຫຍາຍຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫ່ວາງ ສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່່ດົນນານແລ້ວນັ້ນໝັ້ນ ຄົງຖະໜົງແກ່ນຕະຫລອດກາລະນານ. ພ້ອມນີ້, ສະຫາຍ ຫງວຽນຟູຈ້ອງ ກໍໄດ້ແຈ້ງໃຫ້ສະຫາຍ ບຸນຍັງ ວໍລະຈິດ ຊາບກ່ຽວກັບຜົນສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ 12 ພັກກອມມູນິດຫວຽດນາມ ແລະ ການດຳເນີນກອງປະຊຸມສະພາ​ແຫ່ງ​ຊາດ​ຫວຽດນາມ ທີ່ໄດ້ມີການເລືອກຕັ້ງການນໍາພັກ- ລັດຊຸດໃໝ່ຂອງຫວຽດນາມດ້ວຍຜົນສໍາເລັດທີ່ຈົບງາມ. ພ້ອມນີ້ກໍຢືນຢັນທີ່ຈະຮ່ວມກັບພັກ-ລັດຖະບານ ກໍຄືປະຊາຊົນລາວອ້າຍນ້ອງເພີ່ມພູນຄູນສ້າງຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ. ຖືໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດຈາກສະຫາຍ ຫງວຽນຟູຈ້ອງ ພ້ອມການນໍາຂັ້ນສູງ ກໍຄືປະຊາ​ຊົນຫວຽດນາມອ້າຍນ້ອງ ການເດີນທາງຢ້ຽມຢາມສັນທະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການໃນຄັ້ງນີ້ ເປັນການເຄື່ອນໄຫວວຽກງານການຕ່າງປະເທດທຳອິດພາຍຫລັງທີ່ໄດ້ຮັບການແຕ່ງຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມທັງແຈ້ງໃຫ້ສະຫາຍ ຫງວຽນຟູຈ້ອງ ຊາບກ່ຽວກັບຜົນສຳເລັດການດໍາເນີນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ດ້ວຍຜົນສໍາເລັດທີ່ຈົບງາມ. ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນລາວ, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈມາຍັງພັກ-ລັດ ກໍຄືປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນແລະ ຊ່ວຍເຫລືອລາວຕະຫລອດມາ. ພັກ-ລັດຖະບານ ກໍຄືປະຊາຊົນລາວຢືດໝັ້ນທີ່ຈະຄຽງບ່າຄຽງໄຫລ່ກັບພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ເຂັ້ມແຂງ ເພື່ອຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ.

No comments:

Post a Comment