ຄືນວັນທີ 25 ເມສາຜ່ານມານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບ ເອກອັກຄະລັດຖະທູດ ສປ ຈີນ
ປະຈຳລາວ ໄດ້ຈັດງານສະແດງສິລະປະວັນນະຄະດີ ຂຶ້ນທີ່ຫໍວັດ ທະນະທຳແຫ່ງຊາດ, ເພື່ອສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງລາວ-ຈີນ ຄົບຮອບ
55 ປີ,
ເຊິ່ງໃນປີຜ່ານມານີ້, ແຂວງກວາງຕຸ້ງ ແລະ ນະຄອນຫລວງວຽງຈັນ ໄດ້ສ້າງສາຍພົວພັນເປັນເມືອງແຮກສ່ຽວນຳກັນ, ໃນການແລກປ່ຽນຂົງເຂດການເມືອງເສດຖະກິດ, ວັດທະ ນະທຳ ແລະ ທ່ອງທ່ຽວ ລະຫວ່າງສອງແຂວງ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ງານສະແດງສິລະປະຄັ້ງນີ້ ໄດ້ຮັບກຽດຈາກຄະນະສິລະປະແຂວງກວາງຕຸ້ງ ສປ ຈີນ,
ມາຖ່າຍທອດວັດທະນະທຳພາກໃຕ້ຂອງຈີນ ຜ່ານການຟ້ອນ, ຮ້ອງເພງ, ສະແດງກາຍະສິນ, ມາຍາກົນ, ດົນຕີພື້ນເມືອງກວາງຕຸ້ງ ແລະ ອື່ນໆ
ຫລາຍກວ່າ 10 ລາຍການ ອັນໄດ້ສ້າງຄວາມເບີກບານມ່ວນຊື່ນ ແລະ ຈັບອົກຈັບໃຈຂອງມວນຊົນເປັນຢ່າງດີ, ພ້ອມນີ້ ຍັງມີການສະແດງຈາກຄະນະສິລະປະລາວເປັນຕົ້ນ ບົດຟ້ອນປະເພນີເຊິ້ງບຸນບັ້ງໄຟ, ເປົ່າແຄນ-ເປົ່າໂຫວດລວມໝູ່ ແລະ ອື່ນໆ ດ້ວຍບັນຍາກາດຟົດຟື້ນແຫ່ງນ້ຳໃຈໄມຕີຈິດມິຕະພາບອັນດູດດື່ມລະຫວ່າງສອງປະເທດ.
ໃນງານສະແດງດັ່ງກ່າວ ໄດ້ມີທ່ານ ດຣ.
ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ສຈ.
ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ
ທ່ອງທ່ຽວ, ທ່ານ ກວນ
ຮົວປິງ ເອກອັກຄະລັດຖະທູດແຫ່ງປະເທດຈີນ ປະຈຳລາວ, ພ້ອມດ້ວຍມວນຊົນຊາວນະຄອນຫລວງວຽງຈັນ ແລະ ຊາວຈີນຜູ້ດຳລົງຊີວິດ ແລະ ເຮັດວຽກຢູ່ລາວເຂົ້າຮ່ວມຊົມຢ່າງຫລວງຫລາຍ.

No comments:
Post a Comment