Ad

Ad

27 April 2016

ການ​ຜະລິດ​ຊີ້ນ-ປາຂອງລາວຂະຫຍາຍຕົວ 5-6% ຕໍ່ປີ

ກົມແຜນການກະຊວງກະສິກຳແລະ ປ່າໄມ້ໃຫ້ຮູ້ວ່າ: ການຜະລິດເປັນສິນຄ້າຂອງຂະແໜງກະ ສິກຳໃນປັດຈຸບັນມີທ່າຂະຫຍາຍຕົວກ້ວາງຂວາງຂຶ້ນເລື່ອຍໆ, ອັນພົ້ນເດັ່ນແມ່ນການປູກກາ​​ເຟ, ສາລີ​​ແຂງທີ່ເພີ່ມຂຶ້ນໃນແຕ່ລະປີ, ຮອງລົງມາແມ່ນການປູກຢາງພາລາ, ມັນຕົ້ນ, ອ້ອຍ, ໝາກເດື່ອຍ, ກ້ວຍ, ໜາກຫຸ່ງແລະ ພືດຕະກຸນຖົ່ວຕ່າງໆ​,​ ໂດຍສະເພາະ​​ຢູຸ່ບັນດາແຂວງພາກເໜືອ​​ແມ່ນເປັນຂະບວນການດີ​ ​ແລະ ສາມາດສົ່ງອອກໄປ ສປ ຈີນ ໄດ້ເປັນຈຳນວນຫຼາຍ, ສຳລັບການລ້ຽງສັດເປັນສິນຄ້າກໍມີປັດໄຈໃໝ່ຫຼາຍຂຶ້ນ, ດ້ວຍການນຳໃຊ້ແນວພັນປັບປຸງ ແລະ ກ້າວໄປສູ່ການລ້ຽງແບບອຸດສາຫະກຳ(ແບບເປັນຟາມ) ຕາມຕົວເລກສະຖິຕິປີ 2015 ທົ່ວປະເທດມີຟາມລ້ຽງງົວທັງໝົດ 195 ຟາມ, ມີງົວປະ ມານ 28 ພັນໂຕ, ຟາມ
ລ້ຽງໝູມີ 775 ຟາມ, ມີໝູປະມານ 291 ພັນໂຕ ແລະ ສັງເກດເຫັນວ່າຟາມລ້ຽງໝູແມ່ນມີທ່າຂະຫຍາຍຕົວດີ, ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ຄຳມ່ວນ, ສຳລັບຟາມ ລ້ຽງສັດປີກມີ 405 ຢາມ, ມີສັດປີກປະມານ 2 ລ້ານກວ່າໂຕ, ໃນນັ້ນຟາມໄກ່ພັນໄຂ່ມີຫຼາຍກວ່າ 150 ຟາມ, ສາມາຜະລິດໄຂສະໜອງໃຫ້ສັງຄົນໄດ້ 1 ລ້ານໜ່ວຍ/ມື້, ນອກຈາກນັ້ນຍັງມີຟາມໄກ່ຊີ້ນ, ເປັດໄຂ່, ນົກກະທາ ແລະ ສັດອື່ນໆກໍເຫັນວ່າມີທ່າຂະ ຫຍາຍຕົວດີພໍສົມຄວນ,ສ່ວນການລ້ຽງປາກະຊັງມີປະມານ 5600 ກວ່າກະຊັງ, ສາມາດ ສະໜອງປາໄດ້ 28 ພັນໂຕນ/ ປີ ຫຼື ປະມານ 76 ໂຕນ/ມື້, ສ່ວນການສົ່ງອອກສັດໃຫຍ່ ໄປປະເທດໃກ້ຄຽງກໍເຫັນວ່າປະຕິບັດໄດ້ຕາມຄາດໝາຍ.

ກົມດັ່ງກ່າວໃຫ້ຮູ້ອີກວ່າ: ອັນພົ້ນເດັ່ນຂອງຂະບວນການຜະລິດເປັນສິນຄ້າຂອງຂະແໜງກະສິ  ກຳປີຜ່ານມາແມ່ນການລ້ຽງງົວທອມຊຶ່ງກຳລັງໄດ້ຮັບຄວາມນິຍົມຢ່າງກ້ວາງຂວາງ,​ ໂດຍສະເພາະແມ່ນຢູ່ແຂວງຊຽງຂວາງ, ສະຫວັນນະເຂດແລະແຂວງວຽງຈັນ, ສັງລວມແລ້ວເຫັນວ່າໃນປີຜ່ານ ມາສາມາດຮັກສາເກນການຂະຫຍາຍຕົວໄດ້ຕາມຄາດໝາຍແຜນການ​​ວາງໄວ້ຄື: ການຜະລິດຊີ້ນ-ປາຂະຫຍາຍຕົວຢູ່ໃນລະດັບ 5-6%/ປີ, ຊຶ່ງເຫັນ​​ໄດ້ຈາກການຜະລິດໝູ, ປາກະຊັງແມ່ນ​​ເພີ່ມຂຶ້ນຢ່າງຈະແຈ້ງແລະ ຄາດວ່າການຜະລິ​​ເປັນສິນຄ້າຍັງຈະສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ,​ ເນື່ອງຈາກສະພາບຄວາມຕ້ອງການຂອງຜູ້ບໍລິໂພກນັບມື້ເພີ່ມຂຶ້ນ.

No comments:

Post a Comment