ທ່ານ ນາງຫົງເວ້ ກ້າວ
ຜູ້ຕາງໜ້າອົງການ UNICEF ປະຈຳລາວໃຫ້ຮູ້ວ່າ: ປັດຈຸບັນພາວະການຂາດສານອາຫານເປັນສາເຫດການເສຍຊີວິດຂອງເດັກເກືອບເຄິ່ງໜຶ່ງໃນທົ່ວໂລກ, ສຳລັບຢູ່ ສປປ ລາວ,
ໄດ້ຄາດຄະເນວ່າທຸກໆປີມີເດັກນ້ອຍອາຍຸລຸ່ມ 5 ປີ, ປະມານ 5 ພັນຄົນ ເສຍຊີວິດຍ້ອນພາວະການຂາດສານອາຫານໃນຫຼາຍຮູບແບບ ແລະ ເດັກນ້ອຍ 4 ໃນ 10 ຄົນປະສົບກັບບັນຫາຢຸດດຢັ້ງການຈະເລີນເຕີບໂຕ (ເຕ້ຍກວ່າເກນອາຢຸ)
ແລະ ເດັກ
4 ໃນ
10 ຄົນ ປະສົບກັບພາວະເລືອດຈາງຍ້ອນຂາດທາດເຫຼັກ ແລະ ຜູ້ທີ່ຖືກກະທົບສ່ວນໃຫຍ່ແມ່ນເດັກອາຍຸຕ່ຳກວ່າ 2 ປີ ທີ່ມາຈາກຄອບຄົວທຸກຍາກຂາດເຂີນ, ເຂດຫ່າງໄກສອກຫຼີກ, ຊຶ່ງການປະຕິບັດໂຄງການໂພຊະນາການ 1000 ວັນຂອງລັດເຖະບານລາວໄດ້ປະກອບສ່ວນ
ສຳຄັນຕໍ່ການປັບປຸງດູແລ
ແລະ ວິທີການລ້ຽງດູເລັກ ແລະ ການຫຼຸດຜ່ອນອັດຕາເດັກເຕ້ຍກວ່າເກນອາຍຸ ແລະ ພາວະເລືອດຈາງຫຼຸດລົງ, ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2012 ຢູ່ສາມແຂວງພາກໃຕ້ຂອງລາວຄື: ສາລະວັນ, ສະຫວັນນະເຂດ ແລະ ອັດຕະປື, ຈຸດປະສົງແມ່ນຈະສຸ່ມໃສ່ 1000 ວັນທຳອິດຂອງອາຍຸເດັກ, ນັບແຕ່ໄລຍະຖືພາຈົນເຖິງອາຍຸໄດ້ 2 ປີ,
ຊຶ່ງເປັນໄລຍະສຳຄັນຂອງການພັດທະນາໃນໄວເດັກ, ເພື່ອພັດທະນາທາງສະໝອງ ແລະ ທາງກາຍຍະພາບ, ຫຼຸດຜ່ອນອັດຕາການເຕ້ຍຂອງເດັກ ແລະ ການຂາດທາດສັງກະສີທີ່ພາໃຫ້ເປັນພະຍາດເລືອດຈາງໃນເດັກຜ່ານແຜ່ນງານສຸຂະສຶກສາແກ່ຊຸມຊົນ ແລະ ການແຈກຢາຍຝຸ່ນວິຕາມິນ ແລະ ເກືອແຮ່, ຊຶ່ງໂຄງການນີ້ຈະຮັບປະກັນການປູພື້ນຖານທີ່ແໜ້ນແກນໃຫ້ ສປ
ລາວ ເພື່ອສືບຕໍ່ຈັດຕັ້ງປະຕິບັດວິທີການແກ້ໄຂບັນຫາໂພຊະນາການໃຫ້ມີຄວາມຍືນຍົງ, ຊຶ່ງພວກເຮົາເຫັນໄດ້ເຖິງຄວາມເອົາໃຈໃສ່ຂອງລັດຖະບານລາວ ໃນການຜັນຂະຫຍາຍວິທີການແກ້ໄຂບັນຫາສຸຂະພາບທີ່ສຳຄັນນີ້ໃຫ້ຂະຫຍາຍອອກຢ່າງທົ່ວເຖິງເພື່ອຜົນປະໂຫຍດຂອງເດັກລຸ່ນຫຼັງ.
ຜູ້ຕາງໜ້າອົງການດັ່ງກ່າວໃຫ້ຮູ້ວ່າ: ໂຄງການໂພຊະການການ 1000 ວັນ, ເປັນໂຄງການຮ່ວມມືລະຫວ່າງກະຊວງສາທາລະນະສຸກ ແລະ ສູນກາງສະຫະພັນແມ່ຍິງລາວ, ໂດຍໄດ້ຮັບການສະໜັບສະໜູນຈາກອົງການ UNICEF ປະຈຳລາວ ແລະ ບໍລິສັດ ບໍ່ຄຳເຊໂປນ ( MMG ).

No comments:
Post a Comment