Ad

Ad

27 April 2016

ປກສ ຫລວງນໍ້າທາຈັບຂະບວນການຄ້າຢາເສບຕິດຂ້າມຊາດລາຍໃຫຍ່ຢຶດຂອງກາງສານເຄມີຜະລິດຢາເສບຕິດພັນກິໂລ

ພາບ-ຂ່າວ : ຫນັງສືພິມ ປກສ
ນັບວ່າເປັນຜົນງານໃຫຍ່ຂອງເຈົ້າໜ້າທີ່ ປກສ ແຂວງຫລວງນໍ້າທາ ໃນການປະຕິບັດໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດ, ພາຍຫລັງບໍ່ດົນມານີ້ສາມາດຈັບຂະບວນການຄ້າຢາເສບຕິດຂ້າມຊາດລາຍໃຫຍ່ຈໍານວນ 3 ຄົນຄື: ທ້າວ ລາມ ອາຍຸ 36 ປີ, ທ້າວ ຕຽນ ອາຍຸ 34 ປີ ແລະ ທ້າວ ຫລິງອາຍຸ 24 ປີ, ສັນຊາດຫວຽດນາມ, ຢູ່ເມືອງຕວ່ຽນເຈົາ, ແຂວງເງະອານ, ພ້ອມຂອງກາງສານເຄມີສ່ວນປະສົມຜະລິດຢາເສບຕິດໜັກພັນກິໂລ.
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງວ່າຈະມີກຸ່ມຄົນບໍ່ດີຂົນສົ່ງຢາເສບຕິດຜ່ານເຂດເມືອງສິງ ແລະ ເມືອງລອງ, ຈຶ່ງໄດ້ຈັດກໍາລັງລົງກວດກາຕາມເສັ້ນທາງສາຍສໍາຄັນດັ່ງ ກ່າວ,
ຈົນຮອດປະມານ 19:00 ໂມງຂອງວັນທີ 21ເມສາ 2016 ໄດ້ພົບເຫັນເປົ້າໝາຍເປັນລົດຮຸນໄດສີຟ້າໝາຍເລກທະບຽນກກ 4286 ຫລວງພະບາງ ແລ່ນມາຕາມເສັ້ນທາງເມືອງສິງຫາເມືອງລອງບໍລິເວນບ້ານຫົວຂົວ1 ເຈົ້າໜ້າທີ່ໄດ້ສະກັດລົດເພື່ອຂໍກວດກາ ແລະ ພົບເຫັນເປົາສານເຄມີສ່ວນປະສົມ
ຜະລິດຢາເສບຕິດທັງໝົດ 40 ເປົາ, ມີນໍ້າໜັກພັນກິໂລຊຸກເຊື່ອງໄວ້ຢູ່ທ້າຍລົດ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ ແລະ ຈັບຕົວພວກກ່ຽວມາສືບສວນ-ສອບສວນ ແລະ ພວກເຂົາຮັບສາລະພາບວ່າ: ສານເຄມີອັນຕະລາຍດັ່ງກ່າວເປັນຂອງພວກຕົນແທ້ເພື່ອຈະໄປຂາຍໃຫ້ລູກຄ້າຢູ່ປະເທດມຽນມາ,ພ້ອມທັງສາລະພາບຕື່ມວ່າພວກຕົນໄດ້ຮ່ວມກັນຄ້າຂາຍຢາເສບຕິດມາເປັນເວລາດົນນານສົມຄວນ
ແລ້ວ, ໂດຍໄດ້ເຊົ່າເຮືອນຢູ່ທີ່ເມືອງສິງ ແລະ ເມືອງລອງເປັນບ່ອນເກັບມ້ຽນ ແລະ ຄ້າຂາຍຢາເສບຕິດ.

ປັດຈຸບັນຄະດີຢາເສບຕິດລາຍນີ້,ເຈົ້າໜ້າທີ່ຍັງຈະດໍາເນີນການສືບສວນ-ສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການຕື່ມອີກເພື່ອຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment