Ad

Ad

27 April 2016

ລັດຖະບານຂໍແຮງໃຈສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 8 ໃຫ້ປະສົບ ຜົນ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໄດ້ຕາງໜ້າຄະນະລັດຖະບານຊຸດໃໝ່ຮຽກຮ້ອງຜ່ານກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸຸດທີ VIII ທີ່ສໍາເລັດລົງເມື່ອບໍ່ດົນນີ້, ເພື່ອຂໍແຮງໃຈຈາກທຸກພາກສ່ວນໃນການສະໜັບສະໜູນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງູຄົມແຫ່ງຊາດຄັ້ງທີ VIII ໃຫ້ບັນລຸຜົນສໍາເລັດທ່ານນາຍົກລັດຖະມົນຕີກ່າວວ່າ: ເພື່ອເຮັດໃຫ້ການບໍລິຫານປະ ເທດຂອງລັດຖະບານມີຜົນສໍາເລັດ, ໂດຍສະເພາະການແກ້ໄຂບັນດາຂໍ້ຄົງຄ້າງໃນໄລຍະຜ່ານມາໃຫ້ລຸລ່ວງໄປດ້ວຍດີ, ກໍຄືການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ໃຫ້ມີຜົນສໍາເລັດດີເພື່ອນໍາເອົາປະເທດຊາດໄປສູ່ຈຸດໝາຍວາງໄວ້ນັ້ນຈຶ່ງຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດໃຫ້ການສະໜັບສະໜູນຊ່ວຍເຫລືອການປະຕິ ບັດໜ້າທີ່ຂອງລັດຖະບານເຮັດສໍາເລັດພາລະກິດອັນໃຫຍ່ຫລວງທີ່ພັກ, ສະພາແຫ່ງຊາດ ແລະ ປະຊາຊົນມອບໝາຍໃຫ້.


ທ່ານນາຍົກລັດຖະມົນຕີກ່າວຢໍ້າວ່າ: ໃນຕໍ່ໜ້ານີ້, ພວກເຮົາຕ້ອງໄດ້ພ້ອມກັນເຮັດວຽກຢ່າງໜັກໜ່ວງເພື່ອແກ້ໄຂສິ່ງທ້າທາຍຕ່າງໆໃນການພັດທະນາປະເທດເຊັ່ນ: ປັບປຸງກົນໄກຕ່າງໆທີ່ຈໍາເປັນເພື່ອສ້າງຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ, ສ້າງພູມຕ້ານທານປ້ອງກັນຄວາມສ່ຽງບໍ່ໃຫ້ເສດຖະກິດຂອງປະເທດທົດຖອຍຫລືຕົກຢູ່ໃນສະພາບຢໍ້າເທົ່າ, ອັນສໍາຄັນຕ້ອງໄດ້ເອົາຈິງເອົາຈັງວິໄນແຜນການ, ການເງິນ, ນະໂຍບາຍເງິນຕາໃຫ້ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສແລະກວດກາໄດ້, ເພີ່ມທະວີການຂະຫຍາຍຖານການຜະລິດ, ຕະຫລາດ ແລະ ຊຸກຍູ້ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝ, ຄຽງຄູ່ກັບການສົ່ງເສີມຢ່າງແຂງແຮງທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ແຂງແຮງເພື່ອສ້າງເງື່ອນໄຂໃຫ້ປະຊາຊົນ ແລະ ຜູ້ຜະລິດຢູ່ຊົນນະບົດຫ່າງໄກສອກຫລີກໄດ້ເຂົ້າເຖິງແຫລ່ງທຶນ ແລະຕະຫລາດຫລາຍຂຶ້ນ, ສົ່ງເສີມ, ຊຸກຍູ້ ແລະ ຄວບຄຸມຄວບຄຸມການລົງທຶນພາຍໃນ ແລະ ຕ່າງປະເທດ,ຕ້ອງບຸກທະລຸທັບມ້າງບັນດາກົນໄກທີ່ອຸດຕັນໃຫ້ມີບາດກ້າວໃໝ່ທີ່ແທ້ຈິງ, ມີກົນໄກບໍລິການທີ່ດີ, ໂປ່ງໃສ, ວ່ອງໄວກວ່າເກົ່າເພື່ອສາມາດຍາດແຍ່ງການລົງທຶນໃຫ້ໄດ້ຫລາຍໃນເງື່ອນໄຂການເຊື່ອມໂຍງກັບພາກພື້ນແລະສາກົນສູງຂຶ້ນ, ປັບປຸງກົນໄກຕ່າງໆທີ່ມີແລ້ວໃຫ້ເພີ່ມທະວີຄວາມຮັບພິຊອບ, ເພີ່ມນໍ້າໃຈຮັບໃຊ້ປະຊາຊົນ, ແກ້ໄຂພະຍາດອາດຍາສິດ, ຂາດຄວາມຮັບພິຊອບໃນຖັນແຖວພະນັກງາລັດຖະ ກອນຢູ່ທຸກລະດັບ ແລະ ທຸກອົງກອນຂອງລັດ, ໃຫ້ເພີ່ມທະວີການສ້າງຈິດສໍານຶກຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຄືນໃໝ່, ເອົາໃຈໃສ່ວຽກງານກວດກາ, ກວດສອບໃຫ້ເປັນປົກກະຕິ ແລະ ມີຄວາມເຄັ່ງຄັດ, ເດັດຂາດ, ປະຕິບັດມາດຕະການປະຢັດມັດທະຍັດ, ປະຢັດງົບປະມານ, ທຶນຮອນ, ເວລາ ແລະ ຊັບພະຍາກອນ, ສືບຕໍ່ປະຕິບັດກົດໝາຍຢ່າງເຂັ້ມງວດ ແລະ ເປັນຮູບປະທໍາໄປພ້ອມໆກັບການປັບປຸງແລະສ້າງກົດໝາຍຂຶ້ນຕື່ມທີ່ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ, ຂະນະດຽວກັນກໍເລັ່ງສືບຕໍ່ປັບປຸງ, ສ້າງຕັ້ງສະຖາບັນຄົ້ນຄວ້າ, ສະຖາບັນວິທະຍາສາດເພື່ອສົ່ງເສີມການຄົ້ນຄວ້າວິໄຈດ້ານຕ່າງໆເຂົ້າໃນການວາງນະໂຍບາຍ, ຂໍ້ກໍານົດ, ກົດລະບຽບເພື່ອບໍລິຫານປະເທດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

No comments:

Post a Comment